ການສຶກສາ ສປ ຈີນ ຊີ້ໃຫ້ເຫັນ ຜູ້ສູງອາຍຸແລະຜູ້ປ່ວຍພະຍາດຊຳເຮື້ອ ມີຄວາມສ່ຽງຈາກພະຍາດໂຄວິດ-19 ຫຼາຍທີ່ສຸດ

  ສຳນັກຂ່າວສານຕ່າງປະເທດລາຍງານວ່າ ສູນຄວບຄຸມ ແລະ ປ້ອງກັນພະຍາດຂອງ ສປ ຈີນ ເຜີຍແຜ່ບົດລາຍງານຜົນການສຶກສາກ່ຽວ ກັບການຕິດເຊື້ອພະຍາດອັກເສບປອດສາຍພັນໃໝ່ໃນຈຳນວນຜູ້ປ່ວຍ ທົ່ວປະເທດ 72.314 ຄົນ ໂດຍລະບຸວ່າ ຜູ້ປ່ວຍຜູ້ສູງອາຍຸ ແລະຜູ້ປ່ວຍ ພະຍາດຊຳເຮື້ອຢູ່ແລ້ວມີຄວາມສ່ຽງຕໍ່ການເປັນພະຍາດໂຄວິດ-19 ຮ້າຍແຮງ ແລະເສຍຊີວິດຍ້ອນພະຍາດດັ່ງກ່າວຫຼາຍທີ່ສຸດ.

 ຂໍ້ມູນດັ່ງກ່າວ ຍັງຖືກຕີພິມໃນວາລະສານຈີນກ່ຽວກັບພະຍາດລະບາດວິທະຍາ (Journal of Epidemiology) ສະແດງໃຫ້ເຫັນວ່າ 80,4% ຂອງຜູ້ຕິດເຊື້ອບໍ່ສະແດງອາການຮຸນແຮງໃນຂະນະທີ່ຜູ້ຕິດເຊື້ອ 13,8% ແມ່ນອາການຮ້າຍແຮງ ແລະ 4,7% ກຳລັງປະສົບກັບວິກິດ ໂດຍມີອັດ ຕາການຕາຍສູງທີ່ສຸດຄືກຸ່ມທີ່ມີອາຍຸ 80 ປີຂຶ້ນໄປສະເລ່ຍ 14,8%.

ສ່ວນອັດຕາການເສຍຊີວິດຂອງຄົນເຈັບໂຄວິດ-19 ສະເລ່ຍທົ່ວປະເທດແມ່ນ 2,3% (ນັບຮອດວັນທີ 11 ກຸມພາ) ໂດຍແຂວງຫູເປີຍ ຊຶ່ງ ແມ່ສູນກາງການລະບາດມີອັດຕາການຕາຍສູງທີ່ສຸດຢູ່ທີ່ 2,9% ສ່ວນ ທີ່ເຫຼືອຂອງຈີນແມ່ນ 0,4%.

 ເມື່ອແຍກກັນຕາມອາຍຸພົບວ່າ ຍັງບໍ່ທັນມີກໍລະນີເສຍຊີວິດຈາກໂຄວິດ-19 ໃນກຸ່ມເດັກນ້ອຍອາຍຸບໍ່ເກີນ 9 ປີ ສ່ວນກຸ່ມຜູ້ທີ່ຕິດເຊື້ອທີ່ອາຍຸ 39 ປີ ມີອັດຕາການຕາຍ 0,2%, ໂດຍອັດຕາການຕາຍເພີ່ມຂຶ້ນຕາມລຳ ດັບໃນກຸ່ມອາຍຸ 40 ປີ (0.4%), 50 ປີ (1,3%), 60 ປີ (3.6%) ແລະ 70 ປີ (8%).

 ເມື່ອແຍກກັນຕາມເພດພົບວ່າ ຜູ້ຊາຍມີຄວາມສ່ຽງສູງຕໍ່ການເສຍຊີ ວິດຫຼາຍກ່ວາເພດຍິງ ໃນນັ້ນຜູ້ປ່ວຍເພດຊາຍມີອັດຕາການເສຍຊີວິດ ຈາກໄວຣັດໂຄວິດ-19 ຢູ່ທີ່ 2,8%, ໃນຂະນະທີ່ແມ່ຍິງແມ່ນ 1,7%.

  ສ່ວນຜູ້ທີ່ມີພະຍາດປະຈຳຕົວຢູ່ແລ້ວມີຄວາມສ່ຽງຕໍ່ການຕິດເຊື້ອໄວ ຣັດໂຄວິດ-19 ຫຼາຍເຊັ່ນກັນ ຊຶ່ງການສຶກສາພົບວ່າຄົນເຈັບທີ່ເປັນພະຍາດຫົວໃຈວາຍແມ່ນມີຄວາມສ່ຽງສູງທີ່ສຸດ, ຕິດຕາມມາດ້ວຍພະຍາດ ເບົາຫວານ, ພະຍາດລະບົບຫາຍໃຈຊຳເຮື້ອ ແລະຄວາມດັນເລືອດສູງ.

----

ໜັງສືພິມ ເສດຖະກິດ-ສັງຄົມ