ຊາວໜຸ່ມໂຮງຮຽນທ່າຫີນ ຮັບໃບຢັ້ງຢືນ 4 ບຸກ

 ເມື່ອອາທິດຜ່ານມາຊາວໜຸ່ມຮາກຖານໂຮງຮຽນມັດທະຍົມຕອນຕົ້ນ (ມຕ) ທ່າຫີນ ເມືອງສາມັກຄີໄຊ ແຂວງອັດຕະປື ໄດ້ຈັດພິທີປະກາດນາມມະຍົດ 4 ບຸກເປັນຄັ້ງທີ I ພາຍໃຕ້ການເປັນປະທານຂອງທ່ານ ບຸນຍົມ ຄຳສະຫວັດ ເລຂາໜ່ວຍຊາວໜຸ່ມໂຮງຮຽນມັດທະຍົມຕອນຕົ້ນທ່າຫີນ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ເສີດສອນພະແກ້ວ ຮອງເລຂາຄະນະບໍລິຫານງານຊາວໜຸ່ມເມືອງສາມັກຄີໄຊ,ທ່ານ ບຸນສວນ ລາດສະດີ ເລຂາໜ່ວຍພັກໂຮງຮຽນ, ມີແຂກທີ່ຖືກເຊີນພ້ອມດ້ວຍສະມາຊິກຊາວໜຸ່ມພາຍໃນໂຮງຮຽນເຂົ້າຮ່ວມ.

  ທ່ານ ບຸນຍົມ ຄຳສະຫວັດ ເລຂາໜ່ວຍຊາວໜຸ່ມໂຮງຮຽນໄດ້ ຜ່ານບົດສະຫຼຸບການຈັດຕັ້ງປະຕິ ບັດຂໍ້ແຂ່ງຂັນ 4 ບຸກ ປະຈຳປີ 2019, ຊຶ່ງໄດ້ລາຍງານເຖິງສະພາບລວມຂອງຄະນະໜ່ວຍຊາວ ໜຸ່ມຍາມໃດກໍ່ໄດ້ເອົາໃຈໃສ່ຕໍ່ວຽກ ງານສຶກສາອົບຮົມການເມືອງ-ແນວຄິດ, ໃນການປະຕິບັດວຽກ ງານທີ່ພັກ-ລັດມອບໝາຍໃຫ້ດ້ວຍ ຄວາມຮັບຜິດຊອບສູງ, ຄະນະໜ່ວຍຊາວໜຸ່ມໂຮງຮຽນມັດທະຍົມ ຕອນຕົ້ນທ່າຫີນມີສະມາຊິກຊາວ ໜຸ່ມທັງໝົດ 65 ສະຫາຍ, ຍິງ 32 ສະຫາຍ, ຕໍ່ກັບວຽກງານຂະບວນ ການຄະນະໜ່ວຍຊາວໜຸ່ມຮາກ ຖານຍັງໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ນຳພາສະມາຊິກຊາວໜຸ່ມສ້າງຂະບວນການເພື່ອຊອກແຫຼ່ງລາຍຮັບ ຊ່ວຍເຫຼືອເຊິ່ງກັນ ແລະກັນ ດ້ວຍ ຮູບການຕ່າງໆທີ່ຖືກຕ້ອງກັບກົດ ໝາຍຢ່າງເປັນຂະບວນຟົດຟື້ນ.

   ຜ່ານການປະເມີນສົມທຽບກັບ ມາດຖານໃນແຕ່ລະດ້ານສາມາດ ປະຕິບັດໄດ້ຄື: ດ້ານແນວຄິດບຸກ ໄດ້  85,35%, ດ້ານການຝຶກຝົນຫຼໍ່ ຫຼອມຮໍ່າຮຽນບຸກໄດ້ 85,55%, ດ້ານການປັບປຸງການຈັດຕັ້ງບຸກ ໄດ້ 90,10% ແລະດ້ານວິຊາຊີບ ສ້າງວຽກເຮັດງານທຳບຸກໄດ້ 90,20% ຕໍ່ຜົນການປະເມີນແຕ່ ລະດ້ານເຫັນວ່າສາມາດປະຕິບັດ ໄດ້ລື່ນຄາດໝາຍທີ່ແຜນການໄດ້ ວາງເອົາໄວ້ ຈຶ່ງໄດ້ປະກາດມອບ ນາມມະຍົດເປັນຄະນະຊາວໜຸ່ມ ຮາກຖານຕາມເນື້ອໃນຂໍ້ແຂ່ງຂັນ 4 ບຸກ, ຈາກນັ້ນກໍໄດ້ມອບໃບຢັ້ງ ຢືນນາມມະຍົດ 4 ບຸກ ເປັນຄັ້ງທີ I ແລະໄດ້ຮັບເອົາສະມາຊິກຊາວໜຸ່ມຊຸດໃໝ່ຈຳນວນ 39 ສະຫາຍ, ຍິງ 19 ສະຫາຍ.

-----

ໜັງສືພິມເສດຖະກິດ-ສັງຄົມ