ມສ ລ້ອງຊັນ ຮຽນວິຊາປ້ອງກັນຊາດ ແລະກົດຈະລາຈອນ

  ວັນທີ 17 ກຸມພາ 2020 ນີ້ໂຮງຮຽນ ມສ ລ້ອງຊັນ ເມືອງ ຄູນ ແຂວງຊຽງຂວາງ ໄດ້ຮັບການ ຮໍ່າຮຽນວິຊາປ້ອງກັນຊາດ ແລະ ກົດຈະລາຈອນ ໃຫ້ແກ່ນັກຮຽນຊັ້ນ ມ7 ປະຈຳສົກຮຽນ 2019-2020, ພາຍໃຕ້ການເປັນປະທານຂອງ ທ່ານ ສຸກສະຫວັນ ວິລາວັນ ຫົວໜ້າໂຮງຮຽນ ມສ ລ້ອງຊັນ ເມືອງ ຄູນ, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສາຍພູລົມ ມູນພັນຄຳ ຮອງ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງຄູນ, ມີທ່ານ ຮອ ສອນພິດ ອຽມບັນຫາ ຫົວໜ້າຂະ ແໜງສູ້ຮົບກອງບັນຊາການທະຫານເມືອງຄູນ ພ້ອມດ້ວຍຄູ-ອາ ຈານ ແລະທິມງານຄູຝຶກຈາກກອງບັນຊາການທະຫານເມືອງຄູນ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

  ຈຸດປະສົງຂອງການເປີດບັ້ນ ຝຶກແອບຮໍ່າຮຽນວິຊາປ້ອງກັນ ຊາດ ແລະກົດຈະລາຈອນໃຫ້ແກ່ໂຮງຮຽນຄັ້ງນີ້ແມ່ນເພື່ອໃຫ້ນ້ອງ ນັກຮຽນທີ່ກໍາລັງສຶກສາຮໍ່າຮຽນ ຢູຊັ້ນ ມ7 ຊຶ່ງເປັນສົກຮຽນສຸດທ້າຍໃນສົກຮຽນນີ້ໄດ້ຮຽນຮູ້ກ່ຽວກັບວິຊາປ້ອງກັນຊາດ ແລະກົດຈະລາຈອນ ໂດຍລົງເລິກພາກທິດສະດີ ແລະພາກປະຕິບັດຕົວຈິງໄປພ້ອມເປັນຕົ້ນແມ່ນຍຸດທະວິທີສິລະປະຍຸດວິຊາປ້ອງກັນຕົວ, ການ ບຳລຸງ, ການຮັກສາອາວຸດ, ການມ້າງ ແລະປະກອບອາວຸດ, ການ ຮຽນຮູ້ກົດລະບຽບຈະລາຈອນໃນ ການນຳໃຊ້ລົດໃຊ້ຖະໜົນ ແລະ ວຽກງານອື່ນໆທີ່ກ່ຽວຂ້ອງຕື່ມອີກ, ເພື່ອໃຫ້ນ້ອງນັກຮຽນມີສະຕິ ແລະມີຄວາມຮັບຜິດຊອບຕໍ່ຕົນເອງ ໃນການດໍາລົງຊີວິດເພື່ອກຽມພ້ອມຮັບໃຊ້ຊາດຮັບໃຊ້ສັງຄົມ ແລະ ເປັນແບບຢ່າງໃນການນໍາໃຊ້ລົດໃຊ້ຖະໜົນໃຫ້ມີຄວາມປອດໄພ. ໃນນີ້ ມສ ລ້ອງຊັນ ເປັນໂຮງຮຽນ ທີ່ໄດ້ເປີດຮຽນວິຊານີ້ເປັນຊຸດທີ  2 ຂອງເມືອງທັດຈາກ ມສ ຈອມເພັດ ແລະ ມສ ຍວນໄຊ, ໂດຍມີນ້ອງ ນັກຮຽນເຂົ້າຮ່ວມທັງໝົດ 58 ຄົນ, ຍິງ 14 ຄົນ.

  ໂອກາດນີ້ທ່ານ ສຸກສະຫວັນ ວິລາວັນ ຫົວໜ້າໂຮງຮຽນ ມສ ລ້ອງ ຊັນໄດ້ຮຽກຮ້ອງໃຫ້ທຸກພາກສ່ວນ, ໂດຍສະເພາະນ້ອງນັກຮຽນຊັ້ນ ມ7 ທີ່ກໍາລັງຈະຈົບການສຶກສາ ຈາກນັກຮຽນສາມັນໄປສຶກສາຕໍ່ວິ ຊາຊີບໃນສົກຮຽນນີ້ຈົ່ງພ້ອມກັນ ຮໍ່າຮຽນເອົາບົດຮຽນອັນໃໝ່ຈາກ ຄູຝຶກດ້ວຍຄວາມມຸ່ງໝັ້ນຕັ້ງໃຈ ເຕັມເມັດເຕັມໜ່ວຍ, ມີຄວາມຮັບຜິດຊອບຕໍ່ໂມງເວລາ ແລະນໍາເອົາຄວາມຮູ້ທີ່ໄດ້ຈາກການຝຶກແອບ ໄປນໍາໃຊ້ເຂົ້າໃນຊີວິດຕົວຈິງໃຫ້ ໄດ້ຮັບຜົນດີ.

----

ໂດຍ: ລິນຄຳ ແສງອາລຸນ