ກິນຫຼາຍໃຫ້ໂທດ ສໍາລັບອາຫານຈານດ່ວນ

  ອາຫານຈານດ່ວນ, ຈານດຽວເປັນອາຫານທີ່ຫຼາຍທ່ານນິຍົມບໍລິໂພກ ໂດຍສະເພາະຜູ້ທີ່ຕ້ອງເຮັດວຽກແຂ່ງກັບເວລາ, ເນື່ອງ ຈາກມີຄວາມສະດວກ, ວ່ອງໄວແຕ່ທ່ານຮູ້ບໍ່ວ່າພາຍໃຕ້ຄວາມສະດວກນັ້ນຖ້າຫາກທ່ານບໍລິໂພກ ເປັນປະຈຳອາຫານຈານດ່ວນຫຼາຍ ປະເພດກໍໃຫ້ໂທດກັບຮ່າງກາຍ ຫຼາຍກວ່າໃຫ້ປະໂຫຍດ.

  • ເຂົ້າໝູກອບ, ເປັນລາຍ ການອາຫານທີ່ອັນຕະລາຍຫຼາຍ ເພາະໝູກອບມີຂັ້ນຕອນການປຸງ ແຕ່ງຫຼາຍຂັ້ນຕອນ.
  • ລາດໜ້າໝີ່ກອບ: ເປັນທາດ ແປ້ງເມື່ອນໍາໄປຈືນຈົນກອບກໍເຮັດໃຫ້ປະລິມານ ແຄລໍຣີ່ ສູງຂຶ້ນ, ຮ່າງກາຍໄດ້ຮັບທາດແປ້ງ ແລະ ໄຂມັນຈຳນວນຫຼາຍແບບບໍ່ຮູ້ຕົວ.
  • ສຸກກີ້: ນໍ້າແຈ່ວຂອງສຸກກີ້ທີ່ ມີລົດຊາດຫວານ, ສົ້ມ, ເຄັມ ແລະ ເຜັດເປັນສາເຫດດອງພະຍາດເບົາຫວານ ແລະໝາກໄຂ່ຫຼັງ ໂດຍສະເພາະສຸກກີ້ແຫ້ງ.
  • ໝູທອດກະທຽມ, ເປັນອາ ຫານທີ່ອັນຕະລາຍທີ່ສຸດເນື່ອງຈາກ ມີສານອາຫານທີ່ບໍ່ຄົບຖ້ວນ, ມີໄຂມັນສູງ, ເຮັດໃຫ້ຂັບຖ່າຍບໍ່ສະດວກ, ມີຄວາມສ່ຽງຕໍ່ພະຍາດລິດສີດວງ.
  • -----
  • ຮຽບຮຽງໂດຍ: ຟ້າ