ປກສ ເມືອງໂພນໂຮງ ມອບເຄື່ອງຂອງກາງຄືນເຈົ້າຂອງເດີມ

  ຫວ່າງບໍ່ດົນມານີ້ເຈົ້າໜ້າທີ່ຕຳຫຼວດພະແນກຕຳຫຼວດ ປກສ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ມອບເຄື່ອງຂອງກາງທີ່ຄົນບໍ່ດີລັກໄປຄືນໃຫ້ເຈົ້າຂອງເດີມ ລວມມີກ້ອງຖ່າຍພາບ 1 ໜ່ວຍ, ໂມງໃສ່ແຂນ 2 ໜ່ວຍ, ບັດເອທີເອັມ, ກະເປົາ, ຖົງພາຍ ແລະເງິນຈຳນວນໜຶ່ງທີ່ຖືກຄົນບໍ່ດີລັກໄປຄັ້ງວັນທີ 19 ພະຈິກ 2018 ຜ່ານມາຊ່ວງຕາງໜ້າມອບໂດຍແມ່ນ ທ່ານ ຮອ ວິໄລທອງ ຫຼວງອາໄພ ຮອງຫົວໜ້າພະແນກຕຳຫຼວດ ປກສ ເມືອງໂພນໂຮງ ແລະຕາງໜ້າຮັບໂດຍແມ່ນທ່ານ ວຽງແກ້ວ ເຄຫະສະຖານ ປະຊາຊົນບ້ານນາທອງ ເມືອງໂພນໂຮງ ແຂວງວຽງຈັນ ໂດຍຊ່ອງໜ້າພະນັກງານ-ນັກຮົບ ແລະ ເຈົ້າຂອງຊັບເຂົ້າຮ່ວມ ເປັນສັກຂີພິຍານ.

  ຈາກນັ້ນຕາງໜ້າເຈົ້າຂອງຊັບໄດ້ສະແດງຄວາມຂອບໃຈຕໍ່ເຈົ້າໜ້າທີ່ຕຳຫຼວດທີ່ໄດ້ເອົາໃຈໃສ່ໃນການຕິດຕາມຫາເປົ້າໜາຍຄົນບໍ່ດີເຄື່ອນໄຫວລັກຊັບລະພົນເມືອງທີ່ສ້າງຄວາມບໍ່ສະຫງົບ ແລະຄວາມບໍ່ເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ, ສາມາດຈັບຕົວຜູ້ຖືກຫາມາດຳເນີນຄະດີຕາມລະບຽບກົດໝາຍຂອງບ້ານ ເມືອງໄດ້ ແລະສະ ແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານມາຍັງເຈົ້າໜ້າທີ່ຕຳຫຼວດກອງບັນຊາການ ປກສ ເມືອງໂພນໂຮງ ທີ່ໃຫ້ຄວາມຊ່ວຍເຫຼືອຢ່າງເອົາຈິງ ເອົາຈັງສາມາດເກັບກູ້ເຄື່ອງຂອງກາງຄືນມາໄດ້ພ້ອມນັ້ນທ່ານຍັງໃຫ້ຄຳໜັ້ນສັນຍາວ່າຈະຊ່ວຍເປັນຫູເປັນຕາໃຫ້ເຈົ້າໜ້າທີ່ເພື່ອປະກອບສ່ວນແກ້ໄຂປາກົດ ການຫຍໍ້ທໍ້ໃນສັງຄົມໃຫ້ຄ່ອຍໆໝົດໄປ.

   ທ່ານ ຮອ ວິໄລທອງ ຫຼວງອາໄພ ຍັງໄດ້ກ່າວຕື່ມອີກວ່າພາຍຫຼັງເຈົ້າໜ້າທີ່ໜ່ວຍງານວິຊາສະເພາະຄະດີອາຍາ ປກສ ເມືອງໂພນໂຮງໄດ້ຮັບແຈ້ງຄວາມຈາກຜູ້ເສຍຫາຍໃນຄັ້ງວັນທີ 20 ພະຈິກ 2018 ວ່າຜ່ານມາໄດ້ມີຄົນບໍ່ດີຈຳນວນໜຶ່ງເຄື່ອນໄຫວລັກຊັບຢູ່ທີ່ເຮືອນຂອງຜູ້ຖືກເສຍຫາຍຈາກນັ້ນເຈົ້າໜ້າທີ່ຕຳຫຼວ ດຈຶ່ງລົງກວດກາສະຖານທີ່ດັ່ງກ່າວພ້ອມທັງຂຶ້ນເປົ້າໝາຍ ແລະຕິດຕາມເປົ້າໜາຍໃນທີ່ສຸດກໍ່ສາມາດຈັບຕົວເປົ້າໝາຍໄດ້ 1 ຄົນ ຄື: ທ້າວ ພັດທະນາ ອາຍຸ 23 ປີ ວ່າງງານຢູ່ບ້ານນາໂພໃຕ້ ເມືອງໂພນໂຮງ ກັກຕົວຄັ້ງວັນ ທີ 22 ພະຈິກ 2018 ມາດຳເນີນຄະດີຕາມລະບຽບກົດໜາຍຂອງບ້ານເມືອງພ້ອມນັ້ນຍັງໄດ້ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງມີສະຕີຮັກສາເຄື່ອງຂອງມີຄ່າໄວ້ໃຫ້ດີເພື່ອບໍ່ໃຫ້ກຸ່ມຄົນບໍ່ດີສວຍໃຊ້ໂອອກາດສ້າງຄວາມບໍ່ສະຫງົບໃນສັງຄົມພ້ອ ມທັງຊ່ວຍເປັັນຫູເຫັນຕາຊ່ວຍເຈົ້າໜ້າທີ່ຕຳຫຼວດໃນການສະກັດກັ້ນຕ້ານປາກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ.