ຍົກລະດັບຄູຝຶກ ແລະນັກກວດກາການສຳຫຼວດເສດຖະກິດທົົ່ົ່ວປະເທດ

 ກອງປະຊຸມຝຶກອົບຮົມຄູຝຶກ ແລະນັກເດີນສຳຫຼວດສຳລັບການສຳຫຼວດເສະຖະກິດທົ່ວປະເທດຄັ້ງທີ III ໄດ້ຈັດຂຶ້ນໃນວັນທີ 17 ກຸມພາຜ່ານມາທີ່ແຂວງວຽງຈັນພາຍ ໃຕ້ການເປັນປະທານຂອງທ່ານ ນາງ ສິງຄຳ ຄົງສະຫວັນ ຮອງເຈົ້າແຂວງໆວຽງຈັນ, ເປັນກຽດເຂົ້າຮ່ວມໂດຍທ່ານ ເລື່ອມ ສົນສີວິໄລ ຮອງຫົວໜ້າສູນສະຖິຕິແຫ່ງຊາດ , ກະຊວງແຜນການ ແລະການລົງທຶນ, ມີຫົວໜ້າສູນສະຖິຕິ 5 ແຂວງ ແລະທີມງານຫ້ອງການສໍາຫຼວດເສດຖະກິດຂັ້ນສູນກາງ,ນັກກວດກາຂັ້ນແຂວງ ແລະນັກເດີນສຳຫຼວດຈຳນວນ 290 ທ່ານເຂົ້າຮ່ວມ.

  ການສຳຫຼວດເສດຖະກິດທົ່ວປະເທດໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນຫຼາຍໃນປະຈຸບັນລັດຖະບານແມ່ນພວມສຸມໃສ່ການຈັດຕັ້ງປະຕິບັດໄລຍະສຸດທ້າຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 8 (2016-2020), ຂໍ້ມູນການ ສຳຫຼວດເສດຖະກິດທົ່ວປະເທດຄັ້ງທີ III ນີ້ຈະເປັນຫຼັກຖານອັນສຳຄັນທີ່ຢັ້ງຢືນໃຫ້ເຫັນໝາກຜົນອັນສຳຄັນໃນການປະຕິບັດແຜນພັດທະນາ ແລະທັງເປັນຂໍ້ມູນທີ່ ສ່ອງແສງຄວາມເປັນຈິງໃຫ້ແກ່ ລັດຖະບານເຫັນໄດ້ ແລະເຂົ້າໃຈເຖິງສະພາບຫົວໜ່ວຍພື້ນຖານເສດຖະກິດ, ທຸລະກິດການຄ້າ ແລະບໍລິການໂຄງປະກອບເສດຖະກິດ-ສັງຄົມຄັ້ງທີ 9 (2021-2025)ຕາມທິດການພັດທະນາແບບຍືນຍົງແລະສີ ຂຽວໃນປີ 2030 ແລະນໍາພາປະຊາຊົນບັນດາເຜົ່າໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ ແລະ ສະຖານະພາບຈາກປະເທດດ້ອຍພັດທະນາ.

  ການຝຶກອົບຮົມຄັ້ງນີ້ຈຶ່ງເປັນ ບາດກ້າວໜຶ່ງທີ່ມີຄວາມໝາຍ ຄວາມສຳຄັນສຳລັບການສຳຫຼວດ ເສດຖະທົ່ວປະເທດຄັ້ງທີ III ໂດຍ ຈຸດປະສົງຕົ້ນຕໍຂອງການຝຶກອົບ ຮົມແມ່ນເພື່ອຮັບປະກັນ, ເກັບກຳ ແລະບັນທຶກຂໍ້ມູນດ້ວຍລະບົບ CAPI ແລະເປັນເອກະພາບທາງດ້ານວິທີການ ແລະບັນດານິຍາມຕ່າງໆເພື່ອໃຫ້ສາມາດດຳເນີນການສຳຫຼວດໃນພາກສະໜາມ, ໄລຍະຝຶກອົບຮົມຄູຝຶກຂັ້ນສູນກາງ ແລະນັກກວດກາຂັ້ນແຂວງຈະໄດ້ ສ້າງແຜນດຳເນີນວຽກງານກ່ຽວກັບການຝຶກອົບຮົມນັກເດີນສຳຫຼວດແຜນການທົດລອງເກັບກຳຂໍ້ມູນພາກສະໜາມເພືີ່ອຮັບປະກັນເຮັດໃຫ້ການດຳເນີນງານການສຳຫຼວດມີປະສິດທິພາບ ແລະ ສຳເລັດຕາມແຜນທີ່ກຳນົດໄວ້, ເພື່ອຮັບປະ ກັນເຮັດໃຫ້ການຈັດຕັ້ງປະຕິບັດການສຳຫຼວດໃນຄັ້ງນີ້ມີຄຸນນະພາບສູງ ແລະສຳເລັດຕາມແຜນທີ່ກຳນົດໄວ້ບັນດາຄູຝຶກຕ້ອງເອົາໃຈໃສ່ໃນການສິດສອນໂດຍການແນະນຳວິທີການນຳໃຊ້ລະບົບ CAPI  ຕ້ອງປະຕິບັດຕາມນິຍາມ ແລະ ຫຼັກການທີ່ໄດ້ລະບຸໃນຄູ່ມືການ ສຳຫຼວດຢ່າງເຄັ່ງຄັດ, ຕ້ອງແນະນຳໃຫ້ນັກເດີນສຳຫຼວດເຮັດວຽກ ແລະປະສານສົມທົບກັບອຳນາດ ການປົກຄອງຂັ້ນບ້ານຢ່າງໃກ້ຊິດໃນການວາງແຜນແລະນັດໝາຍ ກັບແຕ່ລະຫົວໜ່ວຍວິສະຫະກິດ ຫ້າງຮ້ານໃຫ້ໄດ້ຖືກຈົດນັບຢ່າງຄົບຖ້ວນ ແລະຖືກຕ້ອງ.

  ການສຳຫຼວດໃນຄັ້ງນີ້ແມ່ນນຳໃຊ້ແບບສອບຖາມໃນຫຼາຍຮູບແບບເຊັ່ນ: ການເກັບກຳຂໍ້ມູນດ້ວຍລະບົບ CAPI ແລະການຕອບທາງອີເມວສທີ່ມີຫຼາຍພາສາເພື່ອຄວາມສະດວກ ແລະເປັນເອກະພາບໃນຂອບເຂດທົ່ວປະເທດເພື່ອໃຫ້ສຳເລັດຕາມເວລາ ແລະແຜນການເດີນສຳຫຼວດທີ່ກຳນົດໄວ້ພ້ອມທັງຮັບປະກັນຄວາມຖືກຕ້ອງ ແລະຄຸນນະພາບຂອງຂໍ້ມູນ, ກອງປະຊຸມຈະໄດ້ດຳເນີນໄປເປັນເວລາ 10 ວັນ ຈຶ່ງສຳເລັດ.

---------------

ຂຽນໂດຍ: ແກ້ວພູຄຳ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ