ແຂວງວຽງຈັນ ປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ

 ວັນທີ 21 ກຸມພາຜ່ານມາ ທີ່ສະໂມສອນຂອງແຂວງວຽງ ຈັນໄດ້ມີພິທີປະກາດຈົບຊັ້ນມັດທະຍົມຕອນຕົ້ນບຳລຸງ ໂດຍການເປັນປະທານຂອງທ່ານ ຄຳພັນ ສິດທິ ດຳພາ ເຈົ້າແຂວງວຽງຈັນ, ເຂົ້າຮ່ວມຂອງທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກີລາ, ມີບັນດາ ການນຳຂອງແຂວງວຽງຈັນ, ແຂວງ ອ້ອມຂ້າງ ແລະບັນດາຄະນະນຳ ພ້ອມດ້ວຍພະນັກງານຫຼັກແຫຼ່ງໃນ ຂະແຫນງສຶກສາເຂົ້າຮ່ວມ.

  ທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງໆວຽງຈັນ ໄດ້ກ່າວວ່າ: ແຂວງວຽງຈັນ ປະກອບມີ 11 ເມືອງ, ມີ 419 ບ້ານ,ມີພົນລະເມືອງ 461.033 ຄົນ, ມີ88.896 ຄອບຄົວ, ການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກີລາຜູ້ບໍລິຫານການສຶກສາທຸກຂັ້ນນັບແຕ່ຂັ້ນແຂວງລົງຮອດທ້ອງຖິ່ນແມ່ນໄດ້ພ້ອມກັນເອົາໃຈໃສ່ປະຕິ ບັດຕາມພາລະໜ້າທີ່,ທີ່ພັກ-ລັດມອບໝາຍໃຫ້ດ້ວຍຄວາມຮັບຜິດຊອບສູງ, ປະຕິບັດຕາມ 3 ລັກສະນະ,5 ຫຼັກມູນການສຶກສາ ແລະ 3 ຂໍ້ແຂ່ງຂັນຂອງຂະແໜງການສຶກສາ, ຊຶ່ງເຫັນວ່າມີຫຼາຍດ້ານ ແລະຫຼາຍຄາດໝາຍທີ່ໄດ້ພ້ອມກັນບັນລຸ,ມີຫຼາຍດ້ານກໍ່ໄດ້ຮັບການປັບປຸງ ແລະພັດທະນາດີຂຶ້ນເປັນກ້າວໆ ເພື່ອຮັບປະກັນໃຫ້ຜົນການຮຽນ ຂອງນັກຮຽນບັນລຸຜົນສໍາເລັດໄດ້ຕາມຄາດໝາຍສາມາດເຂົ້າຮ່ວມແຂ່ງຂັນສອບເສັງນັກຮຽນເກັ່ງລະດັບຊາດໃນແຕ່ລະສົກຮຽນໃຫ້ຕິດອັນດັບ.

   ໃນທົ່ວແຂວງມີໂຮງຮຽນທັງໝົດ 724 ແຫ່ງ, ມີນັກຮຽນທັງໝົດ 113.739 ຄົນ, ຍິງ 55.085  ຄົນ, ມີຜູ້ບໍລິຫານ ແລະ ສອນທັງໝົດ 6.596 ຄົນ ຍິງ 3.553 ຄົນສາມາດບັນລຸອັດຕາເຂົ້າຮຽນຂອງເດັກ 3-5 ປີ ບັນລຸ 61,3%, ອັດຕາເຂົ້າຮຽນໃໝ່ສຸດທິຊັ້ນປະຖົມສຶກສາໄດ້ 99,4%,ອັດຕາເຂົ້າຮຽນລວມຊັ້ນມັດ ທະຍົມສຶກສາຕອນຕົ້ນ 90,2%, ອັດຕາເຂົ້າຮຽນລວມຊັ້ນມັດທະຍົມສຶກສາຕອນປາຍ 61%, ການສຶກສານອກໂຮງຮຽນແມ່ນການຈັດຕັ້ງການຮຽນ-ການສອນທີ່ມີເນື້ອໃນຫຼັກສູດ ແລະ ຊັ້ນຮຽນຕ່າງໆ ຄືກັນກັບການສຶກສາໃນໂຮງຮຽນຕ່າງແຕ່ວິທີການຈັດການສອນ-ການຮຽນ, ເວລາ, ຮູບການຕາມເງື່ອນໄຂຄວາມສາມາດ ແລະຄວາມພ້ອມຂອງຜູ້ຮຽນ, ການຮຽນໜັງສືຕ້ອງຄວບຄູ່ກັບການຝຶກອົບຮົມວິຊາຊີບຂັ້ນພື້ນຖານຊຶ່ງປະກອບດ້ວຍການສຶກສານອກໂຮງຮຽນຕາມລະບົບປົກກະຕິ ແລະການສຶກສາຕາມອັດທະຍາໄສ.

  ການສຶກສານອກໂຮງຮຽນເປັນວຽກງານທີ່ມີຄວາມສໍາຄັນພື້ນຖານຕໍ່ການພັດທະນາເສດຖະກິດ-ສັງຄົມຂອງຊາດເພາະວ່າມັນໄດ້ສ້າງໂອກາດໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບການສຶກສາຢ່າງ ທົ່ວເຖິງ ໂດຍສະເພາະແມ່ນເຂດ ຫ່າງໄກສອກຫຼີກ, ແມ່ຍິງ ແລະ ເດັກນ້ອຍຜູ້ດ້ອຍໂອກາດ, ເດັກນ້ອຍ ທີ່ມີຄວາມຕ້ອງການພິເສດ ແລະ ເດັກຍິງທີ່ຢູ່ໃນເຂດທີ່ບໍ່ທັນໄດ້ຮັບ ການສຶກສາເພີ່ມອັດຕາການຮູ້ໜັງ ສືຂອງຜູ້ໃຫຍ່ທັງເປັນການສ້າງໂອ ກາດດ້ານການຮຽນຮູ້ ແລະທັກສະຊີວິດທີ່ຈໍາເປັນໃຫ້ແກ່ກຸ່ມຄົນ ຫຼື ບຸກຄົນເພື່ອໃຫ້ເຂົາເຈົ້າສາມາດ ເພິ່ງຕົນເອງ, ກຸ້ມຕົນເອງຊ່ວຍໃຫ້ຕົນເອງຫຼຸດພົ້ນອອກຈາກຄວາມທຸກຍາກ.

  ໃນພິທີຍັງໄດ້ມີການມອບໃບຢັ້ງຢືນການສຳເລັດການສຶກສາມັດທະຍົມຕອນຕົ້ນບຳລຸງໃຫ້ແກ່ແຂວງວຽງຈັນ, ເປັນກຽດຂຶ້ນມອບຂອງ ທ່ານ ນາງ ແສງເດືອນ ຫຼ້າຈັນ ທະບູນລັດຖະມົນຕີກະຊວງສຶກສາ ທິການ ແລະກີລາຂຶ້ນຮັບໂດຍທ່ານ ຄຳພັນ ສິດທິດຳພາ ເຈົ້າແຂວງວຽງຈັນ, ພ້ອມນີ້ຍັງໄດ້ມອບໃບຍ້ອງຍໍຂອງທ່ານເຈົ້າແຂວງ ແລະ ໃບຍ້ອງຍໍຂອງທ່ານຫົວຫນ້າພະແນກສຶກສາທິການ ແລະກີລາແຂວງວຽງຈັນໃຫ້ຄູຜູ້ທີ່ສອນດີສອນເກັ່ງ.

  ຕອນທ້າຍພິທີທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະກີລາໄດ້ກ່າວຍ້ອງຍໍຊົມເຊີຍຜົນສຳເລັດດັ່ງກ່າວທີ່ແຂວງວຽງຈັນຍາດມາໄດ້, ຍົກໃຫ້ເຫັນວຽກງານການສຶກສາໃນຂອບເຂດທົ່ວປະເທດ, ວຽກງານການສຶກສານອກໂຮງຮຽນ ແລະເນັ້ນໜັກໃຫ້ແຂວງວຽງຈັນສືບຕໍ່ພັດທະນາວຽກງານການສຶກສາພາຍໃນແຂວງໃຫ້ກ້າວໜ້າຂຶ້ນເລື້ອຍໆ, ທັງນີ້ຍັງໄດ້ມອບອຸປະກອນການຮຽນ-ອຸປະກອນກີລາຈຳນວນໜຶ່ງໃຫ້ກັບພະແນກສຶກສາທິການ ແລະກີລາແຂວງວຽງ ຈັນ.

________________

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ