ຫຼາຍທ່ານຍັງບໍ່ຮູ້ສັບພະຄຸນທາງຢາຂອງດອກພຸດ

ດອກພຸດເປັນໄມ້ຟຸ່ມເຕ້ຍ ຫຼືໄມ້ຢືນຕົ້ນຂະໜາດນ້ອຍຮາກໃຊ້ເປັນຢາແກ້ຕັບອັກເສບເນື່ອງຈາກມີການຕິດເຊື້ອ ແລະມີອາການໂຕເຫຼືອງໃຫ້ໃຊ້ຮາກສົດ 70 ກຣາມ, ຮາກຕົ້ນໄຜ່, ຮາກຫຍ້າຄາ ແລະເປືອກຕົ້ນມອນຢ່າງລະ 35 ກຣາມ ນຳມາລວມກັນຕົ້ມກັບນໍ້າຮັບປະທານ.

  ໝາກດອກພຸດມີຣົດຂົມເຢັນມີລິດຂັບຄວາມຮ້ອນ, ລະບາຍຄວາມຮ້ອນ, ແກ້ໄຂ້, ແກ້ງຸດງິດກະວົນກະວາຍ, ຊ່ວຍເສີມຄວາມຊຸ່ມ, ເຮັດໃຫ້ເລືອດເຢັນ, ແກ້ເລືອດຕົກ, ແກ້ປັດສະວະ ແລະຮາກອອກເປັນເລືອດ (ເນື່ອງຈາກເລືອດມີພິດຮ້ອນ), ມີລິດບັນເທົາອາການພິດອັກເສບ,ແກ້ພິດອັກເສບຂອງແຜ, ຝີ,ອາການບວມຈາກການກະທົບກະເທືອນ, ຊ່ວຍລະງັບອາການປວດ.

_______

ຮຽບຮຽງໂດຍ: ຟ້າ