ເຊີນຫຼົງ ນໍາທັບນັກສະແດງອັດຄິບໃຫ້ກໍາລັງໃຈຊາວຈີນ ສູ້ໄວຣັດໂຄໂຣນາ

  ນັກສະແດງຊື່ດັງລະດັບໂລກ ຢ່າງໜຸ່ມ ເຊີນຫຼົງ ຫຼື Jacky Chan ນໍາທີມນັກສະແດງນັກຮ້ອງທີ່ມີເຊື້ອສາຍຈີນຮ່ວມກັນອັດຄິບວິດີໂອໃຫ້ກໍາລັງໃຈຊາວຈີນ ຝ່າຝັນກັບການ ແຜ່ລະບາດຂອງໂລກຮ້າຍສາຍພັນ ໃໝ່ໂຄໂຣນາໃຫ້ໄດ້, ຈົນກະທັ່ງອົງການອະນາໄມໂລກ (ຄັບເບີ້ລຍູເອຊໂອ) ຈົນເຖິງໄດ້ປະກາດພາວະສຸກ ເສີນສາທາລະນະສຸກທົ່ວໂລກພ້ອມເຕື່ອນໃຫ້ຊາວໂລກຮັກສາສຸຂະພາບ ແລະປ້ອງກັນໂຕເອງຈາກໂລກຮ້າຍດັ່ງກ່າວ.

  ເຊີນຫຼົງ ຊຸບຕາດາວຄ້າງຟ້າ ຊາວຮົງກົງ ໄວ 65 ປີ ກ່າວວ່າ: ຂ້ອຍສາມາດເຮັດຫຍັງໃນເວລາ ນີ້? ບໍ່ວ່າຈະບໍລິຈາກເງິນ ຫຼື ສິ່ງ ໃດກໍຕາມຂ້ອຍຕັ້ງໃຈເຮັດທຸກຢ່າງ ຕາບໃດທີ່ມັນຢູ່ພາຍໃນອຳນາດຂອງຂ້ອຍພ້ອມດຽວກັນນີ້, ເຊີນຫຼົງ ຍັງໄດ້ຊຸກຍູ້ໃຫ້ພະນັກງານແພດ, ໝໍຮັບຜິດຊອບໃນເວລານີ້ເຊັ່ນດຽວກັນ “ຄວາມຫຍຸ້ງຍາກຂອງເຈົ້າ ແລະເລື່ອງຂອງເຈົ້າເຮັດໃຫ້ພວກເຮົາຊາບຊື້ງໃຈທີ່ສຸດຕາບໃດທີ່ທ່ານທຸກຄົນຢູ່ທີ່ນີ້ຫວັງວ່າມື້ອື່ນຕ້ອງ ມີຢູ່.

  ດ້ານ ອລັນ ທັມ (ທັມ ຫຍ່າ ເຫລຍິງ) ດາລານັກຮ້ອງອາວຸໂສ ໄວ 69 ປີ ຊາວຮົງກົງ ກ່າວວ່າ:ທຸກຄົນຮູ້ສະຖານະຮ້າຍແຮງໃນປະຈຸບັນ, ມັນເປັນເລື່ອງຮຸນແຮງທີ່ ສຸດ, ສະນັ້ນພວກເຮົາຫວັງວ່າທຸກ ຄົນຈະຫຼີກລ້ຽງການອອກໄປໃນສາທາລະນະ, ດື່ມນໍ້າຫຼາຍໆ, ລ້າງ ມືຂອງທ່ານ ແລະຫຼີກລ້ຽງສະຖານທີ່ທີ່ມີຄົນເຂົ້າມາຫຼາຍ.

------

ຮຽບຮຽງໂດຍ: ຟ້າ