ສພ ຈໍາປາສັກໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ

  ພິທີ-ມອບຮັບໃບຢັງຢືນໜ່ວຍພັກຮາກຖານສະພາປະຊາຊົນແຂວງຈຳປາສັກ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຈັດຂຶ້ນບໍ່ດົນຜ່ານມານີ້ທີ່ຫ້ອງປະຊຸມສະພາປະຊາຊົນ ແຂວງ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະຫາຍ ເມກສະຫວັນ ພົມພິທັກ ປະທານສະພາປະຊາຊົນແຂວງ, ສະຫາຍ ຄໍາສີ ປ່ຽງວໍລະວົງ ຮອງປະທານສະພາປະຊາຊົນແຂວງ, ສະຫາຍ ສີເລືອງ ສັກຂັນ ຮອງ ຄະນະຈັດຕັ້ງແຂວງ, ຕາງໜ້າໜ່ວຍພັກໃນຂົງ ເຂດ ປົກປ້ອງກົດໝາຍ ພ້ອມດ້ວຍສະມາຊິກພັກ ສົມບູນ-ສໍາຮອງເຂົ້າຮ່ວມ.

  ທ່ານ ຄໍາສີ ປ່ຽນວໍລະວົງ ໄດ້ຍົກໃຫ້ເຫັນໝາກຜົນໆສໍາເລັດເປັນຕົ້ນ ໂດຍປະຕິບັດຕາມມະຕິກອງປະຊຸມໃຫ່ຍຄັ້ງທີ X ຂອງພັກ, ມະຕິກອງປະຊຸມໃຫ່ຍຄັ້ງທີ VII ຂອງອົງຄະນະພັກແຂວງ ຈໍາປາສັກ, ມະຕິກອງປະຊຸມໃຫ່ຍຄັ້ງທີ I ໜ່ວຍ ພັກຮາກຖານສະພາປະຊາຊົນແຂວງ. ໜ່ວຍພັກ ພວກເຮົາໄດ້ເອົາໃຈໃສ່ນໍາພາການເຄື່ອນໄຫວວຽກງານຕ່າງໆ ຕາມຄວາມຮັບຜິດຊອບຂອງ ກົມກອງຢ່າງຕັ້ງໜ້າເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ເຖິງວ່າຜ່ານມາຈະມີຄວາມຫຍຸ້ງຍາກຈາກສະພາບການຂອງໂລກ ແລະ ພາກພື້ນມີການຜັນແປຢ່າງສັບສົນກໍຕາມ  ດ້ວຍຄວາມເອົາໃຈໃສ່ຊີ້ນໍານໍາພາຢ່າງໃກ້ຊິດຈາກຄະນະພັກຂັ້ນເທິງ ກໍຄືຄະນະປະຈໍາສະ ພາປະຊາຊົນແຂວງ ສົມທົບກັບການຕັດສິນໃຈ ສູງ, ຄວາມສາມັກຄີເປັນປຶກແຜ່ນພາຍໃນຄະນະພັກ, ສະມາຊິກພັກ-ພະນັກງານພວກເຮົາ ຈຶ່ງສາມາດຍາດໄດ້ຜົນງານໃນຫຼາຍດ້ານດັ່ງ ນີ້ສະພາບລວມຂອງໜ່ວຍພັກຮາກຖານສະ ພາປະຊາຊົນແຂວງ ແມ່ນໜ່ວຍພັກເອກະລາດ ຂຶ້ນກັບຄະນະບໍລິຫານງານພັກແຂວງມີພາລະບົດບາດຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ ແລະ ກົດໝາຍຂອງລັດວາງອອກ; ເອົາໃຈໃສ່ປະຕິ ບັດ 3 ພາລະບົດບາດ ໃນການເປັນຕົວແທນແຫ່ງ ສິດຜົນປະໂຫຍດຂອງປະຊາຊົນບັນດາເຜົ່າກໍາ ນົດໄວ້ໃນກົດໝາຍວ່າດ້ວຍສະພາປະຊາຊົນ ແຂວງ ຊຶ່ງໜ່ວຍພັກພວກເຮົາໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ພະຈິກ 2017 ເວລານັ້ນ ສະມາຊິກພັກທັງໝົດ 23 ສະຫາຍ, ຍິງ 5 ສະຫາຍ. ມີພາລະບົດບາດເປັນແກນນໍາທາງດ້ານ ການເມືອງ ເຮັດໜ້າທີ່ສຶກສາອົບຮົມສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນສະພາ ປະຊາຊົນແຂວງ ປະຕິບັດແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ, ຂໍ້ກໍານົດ ແລະລະບຽບຂອງພັກ-ກົດໝາຍທີ່ລັດວາງອອກຊີ້ນໍາ-ນາພາປັບປຸງ ບູລະນະການຈັດຕັ້ງລັດ, ອົງການຈັດຕັ້ງມະຫາຊົນ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະໜ້າທີ່ ຂອງອົງການນິຕິບັນຍັດຂັ້ນທ້ອງຖິ່ນ ກໍຄືໃນ ການເປັນຕົວແທນມິຜົນປະໂຫຍຂອງປະຊາຊົນບັນດາເຜົ່າ.

  ຕອນທ້າຍຂອງພິທີ-ມອບໃບຢັງຢືນໜ່ວຍ ພັກດັງກ່າວ ສະຫາຍ ເມກສະຫວັນ ພົມພິທັກ ຮອງເລຂາພັກແຂວງ ໂອ້ລົມ ແລະກ່າວວ່າ ໃນ ທາມກາງບັນຍາກາດທີ່ທົ່ວພັກທົ່ວປວງຊົນຂາວ ແຂວງຈໍາປາສັກພວມກໍາລັງສ້າງຜົນງານແຂ່ງຂັນປະກອບສ່ວນເຂົ້້າໃນການດໍາເນີນກອງປະຊຸມໃຫຍ່ສາມຂັ້ນໃນທົ່ວແຂວງຈໍາປາສັກ ພວກເຮົາພັກປະຊາຊົນປະຕິວັດລາວ ແມ່ນພັກທີ່ກໍາອຳນາດນໍາພາທົ່ວສັງຄົມໃນການປົກປັກຮັກສາ ແລະສ້າງພັດທະນາປະເທດຊາດ ຕາມຄາດໝາຍສັງຄົມນິຍົມ ແລະຍົກສູງຄວາມ ສາມາດການໍາພາຂອງພັກ ໃນຊຸມປີຜ່ານມາ ພັກໄດ້ວາງຍຸດທະສາດໃນການກໍ່ສ້າງ ແລະ ປັບປຸງຕົນເອງຫຼາຍດ້ານ ໃນນັ້ນໄດ້ຖືເອົາການ ກໍ່ສ້າງໜ່ວຍພັກເຂັ້ມແຂງຜູ້ນໍາພາຮອບດ້ານ ເປັນໃຈກາງ ຊຶ່ງຜ່ານການຈັດຕັ້ງປະຕິບັດເຮັດ ໃຫ້ໜ່ວຍພັກ, ສະມາຊິກພັກມີຄວາມເຕີບໃຫຍ່ຂະຫຍາຍຕົວທາງດ້ານຈໍານວນ ແລະຄຸນນະພາບ ໜ່ວຍພັກຫຼາຍບ່ອນໄດ້ພະຍາຍາມຍົກສູງຄວາມ ສາມາດການນໍາພາຂອງຕົນສູງຂຶ້ນ ແລະໄດ້ມີ ການຫັນປ່ຽນຢ່າງຕັ້ງໜ້າ ແຕ່ກໍ່ເຫັນວ່າຍັງມີຈໍານວນໜ່ວຍນ້ອຍໜຶ່ງຍັງອ່ອນພັກຂອງພວກ ເຮົານີ້ເອີ້ນວ່າ: ເປັນພັກອຸດົມການນໍາພາສູງສຸດ ເອີ້ນວ່າ ພັກນໍາພາລັດ. ພວກເຮົານໍາພາດ້ວຍ ພັກດຽວ ຕາມລັດຖະທໍາມະນູນໄດ້ກຳນົດໄວ້ວ່າ ມີແຕ່ພັກປະຊາຊົນປະຕິວັດລາວເທົ່ານັ້ນທີ່ນໍາ ພາລັດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະອື່ນໆ.

----

ໂດຍ: ໂພທິຣາຊ