ຍອດມູນຄ່າການຄ້າມາເລເຊຍ-ຈີນ ບັນລຸ 77,4 ຕື້ໂດລາ

ສປ ຈີນ ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງມາເລເຊຍ 10 ປີລຽນຕິດໂດຍໃນປີ 2018 ມີຍອດມູນຄ່າການຄ້າລະຫວ່າງກັນ 77,4 ຕື້ໂດລາສະຫະລັດ.

  ຕາມຂ່າວຕ່າງປະເທດລາຍງານວ່າບົດລາຍງານການຄ້າມາເລເຊຍປີ 2018 ທີ່ກະຊວງການຄ້າສາກົນ ແລະອຸດສາຫະກຳມາເລເຊຍເປີດເຜີຍໃນທ້າຍອາທິດທີ່ຜ່ານມາສະແດງໃຫ້ເຫັນວ່າ, ຍອດມູນຄ່າການຄ້າລະຫວ່າງມາເລເຊຍ ແລະຈີນໃນປີ 2018 ມີປະມານ 313,81 ຕື້ຣິງກິດສະກຸນເງິນມາເລເຊຍ ຫຼື (ປະ ມານ 77,4 ຕື້ໂດລາສະຫະລັດ), ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017 ເພີ່ມຂຶ້ນ 8,1%, ກວມຍອດມູນຄ່າ ການຄ້າຕ່າງປະເທດປະມານ 1 ສ່ວນ 6 ຂອງມາເລເຊຍ. ຈີນເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງມາເລເຊຍ 10 ປີລຽນຕິດນັບແຕ່ປີ 2009 ເປັນຕົ້ນມາ.

  ບົດລາຍງານສະແດງໃຫ້ເຫັນວ່າ, ປີກາຍນີ້ມາເລເຊຍໄດ້ນຳເຂົ້າສິນຄ້າຈາກຈີນ 174,93 ຣິງກິດ (ປະມານ 42,6 ຕື້ໂດລາ), ເມື່ອທຽບໃສ່ປີ 2017 ເພີ່ມ ຂຶ້ນ 6,4%. ມູນຄ່າສົ່ງອອກສິນຄ້າສູ່ຈີນເມື່ອທຽບໃສ່ປີ 2017 ເພີ່ມຂຶ້ນ 10%, ບັນລຸເຖິງ 138,88 ຕື້ຣິງກິດ (ປະມານ 33,8 ຕື້ໂດລາ).

    ສປ ຈີນ ກາຍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງມາເລເຊຍ 10 ປີລຽນຕິດໂດຍໃນປີ 2018 ມີຍອດມູນຄ່າການຄ້າລະຫວ່າງກັນ 77,4 ຕື້ໂດລາສະຫະ ລັດ.

  ຕາມຂ່າວຕ່າງປະເທດລາຍງານວ່າບົດລາຍງານການຄ້າມາເລເຊຍປີ 2018 ທີ່ກະຊວງການຄ້າສາກົນ ແລະອຸດສາຫະກຳມາເລເຊຍເປີດເຜີຍໃນທ້າຍອາທິດທີ່ຜ່ານມາສະແດງໃຫ້ເຫັນວ່າ, ຍອດມູນຄ່າການຄ້າລະຫວ່າງມາເລເຊຍ ແລະຈີນໃນປີ 2018 ມີປະມານ 313,81 ຕື້ຣິງກິດສະກຸນເງິນມາເລເຊຍ ຫຼື(ປະມ ານ 77,4 ຕື້ໂດລາສະຫະລັດ), ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2017 ເພີ່ມຂຶ້ນ 8,1%, ກວມຍອດມູນຄ່າການຄ້າຕ່າງປະເທດປະມານ 1 ສ່ວນ 6 ຂອ ງມາເລເຊຍ. ຈີນເປັນ ຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງມາເລເຊຍ 10 ປີລຽນຕິດນັບແຕ່ປີ 2009 ເປັນຕົ້ນມາ.

  ບົດລາຍງານສະແດງໃຫ້ເຫັນວ່າ, ປີກາຍນີ້ມາເລເຊຍໄດ້ນຳເຂົ້າສິນຄ້າຈາກຈີນ 174,93 ຣິງກິດ (ປະມານ 42,6 ຕື້ໂດລາ), ເມື່ອທຽບໃສ່ປີ 2017 ເພີ່ມ ຂຶ້ນ 6,4%. ມູນຄ່າສົ່ງອອກສິນຄ້າສູ່ຈີນເມື່ອທຽບໃສ່ປີ 2017 ເພີ່ມຂຶ້ນ 10%, ບັນລຸເຖິງ 138,88 ຕື້ຣິງກິດ (ປະມານ 33,8 ຕື້ໂດລາ).