ຝຶກອົບຮົມສົ່ງເສີມໂພຊະນາການຜູ້ອອກແຮງງານ

 ສູນໂພຊະນາການແຫ່ງຊາດ ແລະອົງການອາຫານໂລກ (WFP)ຮ່ວມມືກັບເຄືອຂ່າຍພາກເອກະຊົນຈັດຝຶກອົບຮົມເພື່ອສົ່ງເສີມໂພຊະນາການ Scaling Up Nutrition (SUN) Business Network ຍົກລະດັບຄວາມຮັບຮູ້ກ່ຽວກັບພຶດຕິກຳການກິນ ແລະ ເລື່ອງສຸຂະອະນາໄມຢູ່ໃນສະຖານ ທີ່ເຮັດວຽກໂດຍມີຈຸດປະສົງເພື່ອປັບປຸງສະຖານະພາບດ້ານໂພຊະນາການຂອງຜູ້ອອກແຮງງານ.

 ພິທີຝຶກອົບຮົມໄດ້ຈັດຂຶ້ນວັນທີ 20 ກຸມພາ 2020 ທີ່ນະຄອນຫຼວງ ວຽງຈັນ ໂດຍເຂົ້າຮ່ວມ ທ່ານ ດຣ ວາດສະໜາ ພົວປັນຍາ ຮອງຫົວ ໜ້າຂະແໜງໂພຊະນາການບຳບັດ, ສູນໂພຊະນາການແຫ່ງຊາດ, ທ່ານ ນາງ ມະນີໄລ ວັນພະວົງ ຜູ້ປະ ສານງານເຄືອຂ່າຍ SUN Busi ness Network ປະຈຳ ລາວ, ທ່ານ ນາງ ອູໄທ ວິໄລບຸດ ຜູ້ຈັດ ການ ບໍລິສັດອາໂກຼເອ ເຊຍກຣຸບ ຈຳກັດ ແລະບັນດາພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.

  ເຄືອຂ່າຍພາກເອກະຊົນເພື່ອ ສົ່ງເສີມໂພຊະນາການ ແມ່ນເລີ່ມ ຕົ້ນມາຈາກການປະສານງານ ໂດຍຄະນະກຳມະການສູນໂພຊະ ນາການແຫ່ງຊາດ, ອົງການອາ ຫານໂລກປະຈຳ ສປປ ລາວ, ສະຫະພາບເອີຣົບ, ອົງການສາກົນ ບໍລິການປະຊາຊົນ ແລະອົງການ ຊ່ວຍເຫຼືອເດັກ ຈຸດປະສົງແມ່ນເພື່ອ ສົ່ງເສີມໂພຊະນາການທີ່ດີຂຶ້ນ ໂດຍການຊ່ວຍເຫຼືອຂອງພາກ ເອກະຊົນ ແມ່ນມີເປົ້າໝາຍສູງສຸດເພື່ອການກຳຈັດຕົ້ນເຫດທີ່ກໍ່ໃຫ້ເກີດການຂາດສານອາຫານເຄືອຂ່າຍ SUN ມີສະມາຊິກທັງໝົດ 25 ບໍລິສັດ ທີ່ມາຈາກຫຼາຍຂະແໜງການນັບຕັ້ງແຕ່ອຸດສາຫະກຳອາຫານຈົນເຖິງຜູ້ຜັກດັນດ້ານນະໂຍບາຍ ປະຈຸບັນມີບັນດາບໍລິສັດ ທັງໝົດເຫຼົ່ານີ້ໄດ້ມີໂອກາດໃນການ ຮັບຮູ້ ແລະເຂົ້າໃຈກ່ຽວກັບຄວາມ ສຳຄັນຂອງໂພຊະນາການທີ່ດີ ຊຶ່ງເປັນການສ້າງພື້ນຖານຂອງ ການປ່ຽນແປງດ້ານພຶດຕິກຳເລີ່ມຕົ້ນໃນລະດັບຄວາມອາດສາມາດຂອງຕົນເອງ.

  ທ່ານ ນາງ ມະນີໄລ ວັນພະວົງ ກ່າວວ່າ: “ການຝຶກອົບຮົມນີ້ເລີ່ມຕົ້ນດ້ວຍການທຳຄວາມເຂົ້າໃຈວິ ທີກວດສຸຂະພາບຂອງຕົນເອງ, ຂັ້ນຕອນທຳອິດ, ພວກເຮົາໃຫ້ຜູ້ ເຂົ້າຮ່ວມຄິດໄລ່ດັດຊະນີຮ່າງກາຍ ຂອງພວກເຂົາແລະສືບຕໍ່ດ້ວຍການສົນທະນາກ່ຽວກັບພຶດຕິກຳການ ກິນຂອງພວກເຂົາຊຶ່ງແນວຄວາມ ຄິດນີ້ແມ່ນເພື່ອນຳເອົາຂໍ້ມູນຈາກປະສົບການຊີວິດປະຈຳວັນຂອງຜູ້ ເຂົ້າຮ່ວມໂດຍກົງ ແລະໃຫ້ໂອກາດ ກັບພວກເຂົາໃນການນຳເຮັດກິດ ຈະກຳ ແລະມີສ່ວນຮ່ວມເພື່ອສ້າງ ຄວາມມ່ວນຊື່ນເພື່ອໃຫ້ໄດ້ຄວາມຮູ້ກ່ຽວກັບການຊື້ເຄື່ອງ, ການປຸງ ແຕ່ງ ແລະກິນອາຫານເພື່ອໃຫ້ມີສຸຂະພາບທີ່ແຂງແຮງ ນີ້ແມ່ນຜົນປະໂຫຍດທີ່ຜູ້ເຂົ້າຮ່ວມໄດ້ຮັບເພື່ອສຸຂະພາບທີ່ດີຂອງພວກເຂົາເອງ ລວມທັງຄອບຄົວແລະລູກຄ້າຂອງພວກເຂົາອີກດ້ວຍເນື່ອງຈາກວ່າ ການປູກຈິດສຳນຶກດ້ານໂພຊະນາການທີ່ເພີ່ມຂຶ້ນເຮັດໃຫ້ມີທາງ ເລືອກໃນການເຮັດທຸລະກິດດີກວ່າເກົ່າ ນອກນັ້ນແມ່ນຈະສືບຕໍ່ການ ຝຶກອົບຮົມໃຫ້ແກ່ສະມາຊິກອື່ນໆ ຂອງເຄືອຂ່າຍ ແລະໃຫ້ແທດ ເໝາະກັບຄວາມຕ້ອງການຂອງ ແຕ່ລະບໍລິສັດ.

----

ໂດຍ: ແພງຕາ