ອົດສະຕຣາລີ ຢຸດເດີນທາງລົດໄຟໄປອີຕາລີປ້ອງກັນການລະບາດຂອງເຊື້ອໄວຣັດເຂົ້າປະເທດ

 ສຳນັກຂ່າວເອເອັຟພີລາຍງານວ່າລົດໄຟທີ່ຖືກຍົກເລີກນັ້ນປະກອບມີເສັ້ນທາງຈາກເວນິສປະເທດອີຕາລີກັບມູນິກປະເທດເຢຍລະມັນ ແລະເສັ້ນທາງຈາກເມືອງນິສປະ ເທດຝຣັ່ງເສດເພື່ອເດີນທາງໄປເມືອງມອສໂກ, ທາງລົດໄຟແຫ່ງປະເທດອົດສະຕຣາລີໄດ້ສັ່ງໂຈະການເດີນທາງລົດໄຟທັງໝົດທັງຂາໄປ ແລະຂາກັບຈາກປະເທດອີຕາລີຕັ້ງແຕ່ວັນອາທິດ (ຕາມເວລາທ້ອງຖິ່ນ) ເພື່ອປ້ອງກັນການລະບາດຂອງໄວຣັດໂຄວິດ-19 ຈາກປະເທດໃກ້ຄຽງໃນພາກໃຕ້.

   ທ່ານ Karl Nehammer ລັດຖະມົນຕີກະຊວງພາຍໃນອົດສະຕຣາລີບອກກັບສະຖານີຂ່າວ Oe24 ວ່າກ່ອນທີ່ເຈົ້າໜ້າທີ່ອົດສະຕຣາລີໄດ້ຢຸດລົດໄຟໂດຍສານທີ່ເດີນທາງຈາກເມືອງເວນິສຢູ່ຊາຍແດນເພື່ອກວດກາຫຼັງຈາກໄດ້ຮັບຂໍ້ມູນວ່າມີສອງຄົນຢູ່ເທິງລົດໄຟມີອາການຄ້າຍຄືກັບໄຂ້ຫວັດໃຫຍ່.

  ທ່ານ Nehammer ກ່າວວ່າ “ພວກເຮົາກຳລັງດຳເນີນການກັບສະຖານະການຢູ່ໃນອີຕາລີຢ່າງຈິງຈັງ

____________

ໜັງສືພິມເສດຖະກິດ-ສັງຄົມ