ໂຄງການກໍ່ສ້າງເສັ້ນທາງໃນນະຄອນຫຼວງວຽງຈັນ ຈະຢຸດຕິຊົ່ວຄາວ 5 ເສັ້ນໃນ ປີ 2019

   ຕາມການລາຍງານຂອງ ໜັງສືພິມ ເສດຖະກິດ-ສັງຄົມ ໃຫ້ຮູ້ວ່ານະຄອນຫຼວງວຽງຈັນ ໄດ້ມີການອະນຸມັດກໍ່ສ້າງເສັ້ນທາງຫຼາຍກວ່າ 10 ແຫ່ງ ນັບແຕ່ປີ 2011 ເປັນຕົ້ນມາເພື່ອເປັນການຍົກລະດັບພື້ນຖານໂຄງລ່າງໃຫ້ມີຄວາມສະດວກສະບາຍສາມາດເຊື່ອມຈອດກັບເສັ້ນທາງໃຫຍ່ຫຼາຍເສັ້ນໂດຍມີທັງບໍລິສັດພາຍໃນ ແລະ ຕ່າງປະເທດເຂົ້າມາຮັບເໝົາກໍ່ສ້າງແຕ່ຍ້ອນສະພາບເສດຖະກິດໂລກມີການປ່ຽນແປງເຮັດໃຫ້ຫຼາຍບໍລິສັດພົບບັນຫາທາງການເງິນຕ້ອງໄດ້ຢຸດ ຫຼື ໂຈະກໍ່ສ້າງຊົ່ວຄາວຕາມເງື່ອນໄຂ ແລະ ຄວາມຈຳເປັນ.

  ຂະແໜງຂົວທາງ, ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງວຽງຈັນ ລາຍງານໃນວັນທີ 31 ມັງກອນ 2019 ຜ່ານມາວ່າບັນດາໂຄງການລົງທຶນກ່ອນທີ່ໄດ້ມີການຢຸດຈັດຕັ້ງປະຕິບັດຊົ່ວຄາວໃນນະຄອນຫຼວງວຽງຈັນ ໃນປີ 2019 ປະກອບມີ 5 ເສັ້ນທາງລວມຄວາມຍາວ 62.64 ກິໂລແມັດມູນຄ່າ 924 ຕື້ກວ່າກີບຄື: ເສັ້ນທາງທີ 1 ສາມແຍກດອນນົກຂຸ້ມ-ສ້າງເຫວີຍ-ຈອມເພັດ ຄວາມຍາວ 4.8 ກິໂລແມັດ ປູເບຕົງມູນຄ່າລົງທຶນ 88.9 ຕື້ກວ່າກີບ ແລະ ສວນມອນ-ສ້າງເຫວີຍ-ດົງສະຫວາດ ຄວາມຍາວ 2.9 ກິໂລແມັດ ເບຕົງມູນຄ່າ 56 ຕື້ກວ່າກີບກໍ່ສ້າງມາແຕ່ປີ 2011 ສ້າງສໍາເລັດແລ້ວ 62%.

  ເສັ້ນທີ 2 ເສັ້ນທາງກິໂລແມັດ 22-ບ້ານຫົວຊຽງ-ທາງ 450 ປີ ຍາວ 19 ກິໂລແມັດປູດ້ວຍເບຕົງມູນຄ່າ 524 ຕື້ກວ່າກີບ ສ້າງມາແຕ່ທ້າຍປີ 2012 ສຳເລັດ 56%. ເສັ້ນທີ 3 ໜອງໜ້ຽວ-ບ້ານຈັດສັນ–ໜອງແຕ່ງ 7.7 ກິໂລແມັດ ປູຢາງ 2 ຊັ້ນສ້າງແຕ່ປີ 2012 ມູນຄ່າ 33 ຕື້ກວ່າກີບສໍາເລັດ 33 %. ເສັ້ນທີ 4 ເສັ້ນທາງ T5 ( ໄລຍະ 1 ) ຄວາມຍາວ 3 ກິໂລແມັດເບຕົງສ້າງມາແຕ່ປີ 2013 ມູນຄ່າ 66 ຕື້ກວ່າກີບສໍາເລັດ 25%, ເສັ້ນທາງ T5 ( ໄລຍະ 2 ) 2.2 ກິໂລແມັດ ເບຕົງ ສ້າງມາແຕ່ປີ 2011 ມູນຄ່າ 48.6 ຕື້ກີບ ສໍາເລັດພຽງແຕ່ 8% ແລະ ເສັ້ນທາງທີ 5 ເພຍລາດ-ເຕົາໄຫ-ຊາຍ ແດນແຂວງວຽງຈັນ ທີ່ມີຄວາມຍາວຫຼາຍກວ່າໝູ່ 22.7 ກິໂລແມັດ ເບຕົງ ສ້າງມາແຕ່ 2012 ມູນຄ່າ 105 ຕື້ກວ່າກີບ ສໍາເລັດແລ້ວ 52% ປັດໄຈທີ່ເຮັດໃຫ້ໂຄງການຢຸດຊົ່ວຄາວມີ 2 ຢ່າງຄື: ບໍລິສັດມີບັນຫາທາງດ້ານການເງິນ ( ທະນາຄານບໍ່ປ່ອຍເງິນໃຫ້ກູ້ຢືມ ) ແລະ ການໄກ່ເກ່ຍກັບສິ່ງກີດຂວາງບໍ່ລົງຮອຍກໍບໍ່ສາມາດຕົກລົງກັນໄດ້ບາງເສັ້ນທາງໃຊ້ເວລາ 2 ປີກວ່າຍັງໄກ່ເກ່ຍບໍ່ສຳເລັດ.

  ເສັ້ນທາງທີ່ກໍ່ສ້າງບໍ່ສຳເລັດແນ່ນອນບັນຫາຕາມມາຄືຜູ້ທີ່ຢູ່ອາໄສບໍລິເວນໃກ້ຄຽງຈະໄປຍາກມາຍາກ, ມີຂີ້ຝຸ່ນລົບກວນເຊັ່ນ: ສີ່ແຍກທາງຕັດໃໝ່ລະຫວ່າງດອນນົກຂຸ້ມ-ດອນກອຍແມ່ນພົບກັບບັນຫາລົດຕິດໃນຊົ່ວໂມງເລັ່ງດ່ວນແຕ່ລະວັນຍ້ອນບໍ່ສາມາດຕິດຕັ້ງໄຟອຳນາດໄດ້ຕ້ອງໄດ້ມີເຈົ້າໜ້າທີ່ຈະລາຈອນມາຊ່ວຍລະບາຍໄລຍະກ່ອນເຂົ້າ ແລະ ຫຼັງເລີກວຽກ.

  ສຳລັບເສັ້ນທາງນັບແຕ່ວົງວຽນຈີ່ນາຍໂມ້-ບໍ່ໂອ-ເມືອງຫາດຊາຍຟອງ ທີ່ຢຸດກໍ່ສ້າງຊົ່ວຄາວມາແຕ່ກາງປີ 2017 ຫຼ້າສຸດບໍລິສັດໄດ້ກັບມາເຈລະຈາກັບຫົວ ໜ້າຄຸ້ມຄອງໂຄງການ ແລະ ເຫັນດີຈະສືບຕໍ່ກໍ່ສ້າງທັນທີເພາະເສັ້ນທາງດັ່ງກ່າວໜ້າວຽກສ່ວນໃຫຍ່ສຳເລັດແລ້ວເຊັ່ນ: ວຽກຂຸດຮ່ອງລະບາຍນ້ຳ, ປູທາງໄດ້ເຄິ່ງໜຶ່ງຄາດວ່າພາຍໃນປີ 2019 ປະຊາຊົນທີ່ອາໄສຢູ່ລຽບຕາມແຄມຂອງນັບແຕ່ຈີ່ນາຍໂມ້ລົງໄປຈົນເຖິງບ້ານຊາຍຟອງມີປະມານ 10 ກວ່າບ້ານຈະໄປ-ມາສະດວກສົມກັບການຄອງຄອຍມາ