ເຊເລນາ ໂກເມຊ ຕາມຮອຍຄົນດັງ ກຽມມີແບຣນ ເຄື່ອງສໍາອາງເປັນຂອງຕົນເອງ

  ຕາມຮອຍບັນດາໆລາຄົນດັງທີ່ມັກຈະຜັນໂຕເປັນເຈົ້າຂອງ ແບຣນເຄື່ອງສໍາອາງໄປອີກຄົນໜຶ່ງ ແລ້ວສໍາລັບນັກຮ້ອງສາວເຊເລນາ ໂກເມຊ ທີ່ຕອນນີ້ຂໍມາຈັບທຸລະກິດກຽມເປີດໂຕແບຣນເຄື່ອງສໍາອາງ ຂອງຕົນເອງທີ່ມີຊື່ວ່າ Rare Beauty.

 ໂດຍທີ່ມາຂອງ Rare Beauty ກໍມາຈາກຊື່ເພງໃໝ່ຂອງນາງ ຊຶ່ງໂກເມຊ ບອກວ່າເຄື່ອງສໍາອາງກໍາລັງຈະເຮັດນັ້ນເໝາະກັບຄົນທຸກເພດບໍ່ຈໍາກັດສະເພາະສາວໆ ເທົ່ານັ້ນ Rare Beauty ກໍາລັງ ຈະປ່ອຍອອກມາໃນຊ່ວງລະດູ ຮ້ອນທີ່ຈະເຖິງນີ້ ໂດຍຈະວາງຂາຍທີ່ຮ້ານເຄື່ອງສໍາອາງຊັ້ນນໍາເທົ່ານັ້ນທັງນີ້  ໂກເມຊ ໄດ້ຕັ້ງໃຈເຮັດສິ່ງ ນີ້ມາຕະຫຼອດ 2 ປີ ແລະນາງຍາກ ໃຫ້ໜຸ່ມໆສາວໆສະນຸກກັບສິ່ງນີ້. ງານນີ້ຫຼັງຈາກທີ່ ໂກເມຊ ປະກາດຜັນໂຕຈັບທຸລະກິດກໍເຮັດໃຫ້ແຟນໆ ບາງສ່ວນຫ່ວງວ່ານາງຈະບໍ່ກັບມາຮ້ອງເພງອີກເຊັ່ນດຽວກັນກັບນັກຮ້ອງຮຸ່ນເອື້ອຍ ຣິທານນາ ທີ່ມົວແຕ່ຂາຍເຄື່ອງຈົນລືມຈັບໄມ ໄປຫຼາຍປີ.

-----

ຮຽບຮຽງໂດຍ: ຟ້າ