ລັກສາຍໄຟຖືກໄຟຊ໋ອດເສຍຊີວິດ

  ຕາມການໃຫ້ຂໍ້ມູນ ທ່ານ ຮອ ໂອດີ ອົ້ນສີ ຫົວໜ້າ ປກສ ກຸ່ມບ້ານນາເຕີຍ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໃຫ້ຮູ້ວ່າ: ເວລາປະມານ 11 ໂມງ ຂອງວັນທີ 19 ກຸມພາ 2020 ໄດ້ຮັບແຈ້ງຄວາມຈາກພົນລະເມືອງດີວ່າມີຄົນບໍ່ດີໄປລັກລອບຕັດເອົາສາຍໄຟຟ້າຢູ່ເຂດອຸໂມງຈຸດທີ 2 ຂອງບໍລິສັດກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ ແລ້ວຖືກໄຟຟ້າຊ໋ອດ.

  ພາຍຫຼັງຮັບແຈ້ງຄວາມທາງເຈົ້າໜ້າທີ່ກໍ່ໄດ້ລົງສົມທົບກັບບໍລິສັດໄຟຟ້າ, ເຈົ້າຂອງບໍລິສັດກໍ່ສ້າງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າກວດກາສະຖານທີ່ເກີດເຫດ, ຈິ່ງໄດ້ພົບເຫັນທ້າວ ຈ່ອຍ ອາຍຸ 58 ປີ ເປັນຜູ້ໄປລັກຕັດເອົາສາຍໄຟຟ້າເຮັດໃຫ້ໄຟຟ້າຊ໋ອດຜູ້ກ່ຽວບາດເຈັບສາຫັດຍ້ອນຖືກໄຟໄໝ້ ແລະທາງເຈົ້າໜ້າທີ່ໄດ້ພ້ອມກັນຕັດກະແສໄຟຟ້າ, ພ້ອມທັງດັບມອດໄຟທີ່ໄໝ້ລາມປ່າໄມ້ໃນເຂດດັ່ງກ່າວໃຊ້ເວລາປະມານ 30 ນາທີ ຈຶ່ງສາມາດຄວບຄຸມໄຟໄວ້ໄດ້, ເຫດການດັ່ງກ່າວໄດ້ສ້າງຄວາມເສຍຫາຍຄື: ໝໍ້ແປງໄຟຟ້າ 1 ໜ່ວຍ, ສາຍໄຟຟ້າ ແລະເຮັດໃຫ້ໄຟໄໝ້ລາມປ່າເສຍຫາຍເປັນບໍລິເວນກວ້າງຕໍ່ກັບເຫດການດັ່ງກ່າວເຮັດໃຫ້ຜູ້ທີ່ໄປລັກສາຍໄຟໄດ້ເສຍຊີວິດໃນມື້ຕໍ່ມາ.

 ໂອກາດນີ້ ທ່ານ ຮອ ໂອດີ ອົ້ນສີ ຫົວໜ້າ ປກສ ກຸ່ມບ້ານນາເຕີຍ ເມືອງຫຼວງນໍ້າທາໄດ້ຮຽກຮ້ອງມາຍັງປະຊາຊົນບັນດາເຜົ່າຈົ່ງພ້ອມກັນປົກປັກຮັກສາຊັບສິນສ່ວນລວມ ແລະໃຫ້ມີຄວາມຮ່ວມມືຕໍ່ບັນດາບໍລິສັດຂອງຕ່າງປະເທດທີ່ເຂົ້າມາກໍ່ສ້າງເສັ້ນທາງລົດໄຟລາວ-ຈີນ, ກໍ່ຄືຮ່ວມກັນໃນການສ້າງສາພັດທະນາບ້ານເມືອງ.

_______________

ຂຽນໂດຍສົມພອນ ຂຸນດາວົງ
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511