ເມືອງໄຊຍະບູລີ ສະຫຼຸບແຜນງົບປະມານແຫ່ງລັດປະຈຳປີ

  ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2019 ແລະແນະນຳການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈຳປີ 2020 ຂອງເມືອງໄຊຍະບູລີໄດ້ເປີດຂຶ້ນໃນວັນທີ 24 ກຸມພາ 2020 ທີ່ຫ້ອງປະຊຸມຫ້ອງວ່າການເມືອງໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນແທນ ທີແກ້ວ ເຈົ້າເມືອງ ໄຊຍະບູລີ, ທ່ານ ບຸນເສັງ ວົງສະນິດ ຫົວໜ້າສ່ວຍສາອາກອນປະຈໍາແຂວງໄຊຍະບູລີ, ທ່ານ ສອນສະຫວັນ ຈັນທະວົງ ຫົວໜ້າຫ້ອງການ-ການເງິນເມືອງ, ມີບັນດາກຳມະ ການພັກເມືອງ, ຫົວໜ້າຮອງຫົວໜ້າຫ້ອງການ, ການເງິນຫ້ອງການ, ເລຂາຄະນະພັກຮາກຖານ, ນາຍບ້ານພ້ອມດ້ວຍຜູ້ຮັບຜິດຊອບວຽກງານການເງິນຂັ້ນບ້ານ ເຂົ້າຮ່ວມ.

 ໃນກອງປະຊຸມທ່ານ ສອນສະຫວັນ ຈັນທະວົງ ຫົວໜ້າຫ້ອງການ-ການເງິນເມືອງໄດ້ຂຶ້ນຜ່ານບົດສະຫຼຸບສະພາບການຈັດຕັ້ງປະຕິບັດແຜນງົບປະມານປີ 2019 ແລະທິດທາງແຜນງົບປະມານປີ 2020 ເພື່ອເຮັດຫຼ້ອນໜ້າທີ່ວິຊາ ສະເພາະໃຫ້ບັນລຸຕາມຕົວເລກຄາດ ໝາຍຂອງແຂວງປະຈຳປີ 2019 ຫ້ອງການການເງິນເມືອງໄຊຍະ ບູລີໄດ້ອອກແຮງຜັນຂະຫຍາຍດຳລັດຂອງນາຍົກລັດຖະມັນຕີເລກທີ 560/ນຍ ລົງວັນທີ31 ທັນວາ 2018 ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະແຜນງົບປະມານແຫ່ງລັດປະຈຳປີ 2019,ຄຳແນະນຳຂອງທ່ານເຈົ້າ ແຂວງໄຊຍະບູລີ ສະບັບເລກທີ 17/ ຈຂ.ຊຍ,ລົງວັນທີ 6 ກຸມພາ 2019 ວ່າດ້ວຍການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດປະຈໍາປີ 2019 ຊຶ່ງແຕ່ລະໜ່ວຍງານແມ່ນໄດ້ສຸມໃສ່ໜ້າທີ່ວຽກງານວິຊາສະເພາະຂອງຕົນໃນແຕ່ລະດ້ານ.

 ດ້ານລາຍຮັບປະຕິບັດເກັບລາຍຮັບໄດ້ທັງໝົດ 14.854 ລ້ານກີບ ໃນນີ້ລາຍຮັບຂອງເມືອງປະຕິບັດໄດ້ທັງໝົດ 9.110 ລ້ານກີບ ເທົ່າກັບ 98,03% ຂອງແຜນດັດແກ້ (ແຜນການ 9.293 ລ້ານກີບ) ແລະເທົ່າກັບ 99,6% ຂອງແຜນເບື້ອງຕົ້ນ (ແຜນການ 9.146 ລ້ານກີບ), ພ້ອມນີ້ລາຍຮັບຈາກສ່ວຍສາອາກອນ 8.580 ລ້ານກີບ ເທົ່າກັບ 98% ຂອງແຜນດັດແກ້, ທຽບໃສ່ແຜນເບື້ອງຕົ້ນເທົ່າກັບ 99,5%, ລາຍຮັບຈາກການຄຸ້ມຄອງຊັບສີນ 530 ລ້ານກີບ ເທົ່າກັບ 100,6% ຂອງແຜນການປີ (ແຜນການ 527 ລ້ານກີບ), ຮັບດູນຈາກແຂວງ 5.734 ລ້ານກີບເທົ່າກັບ 107% ຂອງແຜນການປີ (ແຜນການ 5.356 ລ້ານກີບ).

  ສ່ວນດ້ານລາຍຈ່າຍສາມາດປະຕິບັດດ້ານລາຍຈ່າຍທັງໝົດ 13.607 ລ້ານກີບ ເທົ່າກັບ 97,04% ຂອງແຜນການປີໃນນີ້ລາຍຈ່າຍເງິນເດືອນ, ເງິນອຸດໜູນ ປະຕິ ບັດໄດ້ 7.284 ລ້ານກີບ ເທົ່າກັບ 95,70% ຂອງແຜນການປີຈ່າຍເງິນນະໂຍບາຍເງິນອຸດໜູນຕ່າງໆ 2.364 ລ້ານກີບ ເທົ່າກັບ 103.06% ຂອງແຜນ ການປີ, ລາຍຈ່າຍບໍລິຫານ 1.828 ລ້ານກີບ ເທົ່າກັບ 95,66% ຂອງແຜນການປີ, ຈ່າຍເງິນດັດສົມສົ່ງເສີມ 826 ລ້ານກີບ ເທົ່າກັບ 91,76% ຂອງແຜນການປີ, ລາຍຈ່າຍລົງທຶນປະຕິບັດໄດ້ 1.303 ລ້ານກີບ ເທົ່າກັບ 100% ຂອງ ແຜນການປີ.

  ຈາກນັ້ນໃນກອງປະຊຸມກໍ່ໄດ້ຮັບຟັງການຜ່ານບົດແນະນຳການຈັດຕັ້ງແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານປະຈໍາປີ 2020, ຜ່ານແຜນລາຍຈ່າຍປະ ຈໍາປີ 2020, ແນະນໍາຂັ້ນຕອນການປະກອບເອກະສານລາຍຈ່າຍ, ຮັບຟັງການປະກອບຄໍາເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານປະຕູດຽວ ແລະແນະນໍາຕົວເລກ ແຜນລາຍຮັບປີ 2020, ຮັບຟັງຄຳແນະນຳເພີ່ມເຕີມດ້ານວິຊາການ ແລະ ສ້າງຄວາມເຂັ້ມແຂງດ້ານວຽກງານການເງິນພ້ອມນີ້ໃນກອງປະຊຸມກໍ່ໄດ້ມອບໃບຍ້ອງຍໍໃຫ້ບຸກຄົນ, ກົມກອງ, ຫ້ອງການຜູ້ປະກອບການທີ່ມີດີເດັ່ນໃນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2019.  

_______________

#ຂຽນໂດຍສົມພົງ ສີສະຫວັດ
#
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

#ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511