ຄວາມສາມັກຄີຮ່ວມມືຍ່ອມເອົາຊະນະພະຍາດໄດ້

    (ຄຳເຫັນ ນາງ WuYixing ຫຼື ສຸດທິ ດາ ຫົວໜ້າວິທະຍຸສາກົນແຫ່ງປະເທດຈີນ CRI ປະຈຳລາວ).

  ທ້າຍເດືອນມັງກອນທີ່ຜ່ານມາ, ໃນຂະນະທີ່ຊາວຈີນກຽມຕ້ອນຮັບບຸນກຸດຈີນຊໍ້າພັດມີພະຍາດອາດຍາສິດເລີ່ມແຜ່ລະບາດໃນດິນຜືນແຜ່ນຈີນຢ່າງວ່ອງໄວ, ນັ້ນກໍຄືພະ ຍາດອັກເສບປອດຈາກເຊື້ອຈຸລະໂລກ ຫຼື COVID-19 ຊຶ່ງເຮັດໃຫ້ຊາວຈີນຄາດຄິດບໍ່ເຖິງ ແລະ ຊາວໂລກໃຫ້ຄວາມເອົາໃຈໃສ່ດ້ວຍສິ່ງທີ່ບໍ່ເຄີຍຮູ້ ແລະ ມີຄວາມອັນຕະ ລາຍເກີດຂຶ້ນຍ່ອມຈະເຮັດໃຫ້ຫຼາຍໆຄົນກັງວົນ, ແຕ່ຍ້ອນລັດຖະບານຈີນໄດ້ຖືວຽກງານປ້ອງກັນ ແລະຄວບຄຸມພະຍາດ ເປັນວຽກງານສຳຄັນທີ່ສຸດ, ອອກມາດຕະການຫຼາຍດ້ານທີ່ມີປະສິດທິພາບສູງ ແລະແຈ້ງຂ່າວ ແຕ່ລະມື້ຢ່າງໂປ່ງໃສ ແລະເປັນລະບົບ, ເຮັດ ໃຫ້ປະຊາຊົນຈີນມີຄວາມໝັ້ນໃຈຫຼາຍກວ່າ ແລະຮ່ວມຈິດຮ່ວມໃຈກັນຕ່າງຝ່າຍຕ່າງປະ ກອບສ່ວນເພື່ອຕໍ່ຕ້ານພະຍາດ COVID-19.

 ພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ແມ່ນພະຍາດແຜ່ລະບາດລະບົບຫາຍໃຈ,ປາກົດມີອາການຫາຍໃຈບໍ່ສະດວກ, ຄີງຮ້ອນ,ໄອ,ຫາຍໃຈຝືດ ຫຼືຫາຍໃຈຍາກ, ການແຜ່ລະບາດໄລຍະໃກ້ດ້ວຍລະອອງນໍ້າລາຍແມ່ນຊ່ອງທາງແຜ່ລະບາດຕົ້ນຕໍ, ລັດຖະບານຈີນໄດ້ແຈ້ງໃຫ້ປະຊາຊົນຈົ່ງໃສ່ຜ້າອັດປາກ, ໝັ່ນລ້າງມື, ເປີດປ່ອງ ຢ້ຽມໃຫ້ອາກາດຖ່າຍເທ, ສົ່ງເສີມໃຫ້ປະຊາຊົນພັກຢູ່ໃນເຮືອນຕົນ, ບໍ່ໄປເຂດທີ່ມີການແຜ່ລະບາດພະຍາດ, ບໍ່ໄປສະຖານທີ່ສາທາລະນະ ແລະບ່ອນທີ່ມີ ຄົນຢູ່ກັນຫຼາຍໃນກໍລະນີທີ່ບໍ່ມີຄວາມຈຳເປັນເພື່ອຫຼຸດຄວາມສ່ຽງການຕິດເຊື້ອພະຍາດ. ນອກຈາກອອກມາດຕະການປ້ອງກັນ ແລະຄວບຄຸມພະຍາດ, ແນະນໍາວິທີປ້ອງກັນ ແລະ ລາຍ ງານຂໍ້ມູນຂ່າວສານຕ່າງໆໃຫ້ແກ່ປະຊາຊົນໂດຍຜ່ານສື່ມວນຊົນຕ່າງໆແລ້ວ, ລັດຖະບານຍັງໄດ້ອອກມາດຕາການໃນຂະແໜງ ການທີ່ກ່ຽວຂ້ອງກັບຊີວິດການເປັນຢູ່ຂອງປະຊາຊົນເຊັ່ນ: ນໍ້າປະປາ, ໄຟຟ້າ, ອິນເຕີເນັດ, ຕະຫຼາດ ແລະອື່ນໆ ຕ່າງຮັບປະກັນຊີວິດການ ເປັນຢູ່ຂອງປະຊາຊົນເປັນປົກກະຕິ ແລະຄວາມ ເປັນລະບຽບຮຽບຮ້ອຍຂອງສັງຄົມ. ເມື່ອໄດ້ ຮູ້ວິທີປ້ອງກັນທົ່ວໄປແລ້ວ, ທາງວິທະຍຸ CRI ປະຈໍາລາວໄດ້ສັ່ງຊື້ຜ້າອັດປາກ, ນ້ຳຢາຂ້າເຊື້ອ, ນ້ຳຢາລ້າງມື ແລະອື່ນໆ. ແຈກຜ້າອັດ ປາກໃຫ້ພະນັກງານທຸກຄົນ, ອະນາໄມຫ້ອງການດ້ວຍນໍ້າຢາຂ້າເຊື້ອທຸກມື້, ຕິດຕາມສຸຂະພາບຂອງທຸກຄົນ. ພະນັກງານທຸກຄົນບໍ່ວ່າຝ່າຍລາວ ຫຼືຝ່າຍຈີນກໍດູແລເບິ່ງແຍງເຊິ່ງກັນ ແລະ ກັນໃນໄລຍະພິເສດນີ້, ທຸກຄົນກໍມີຄວາມຮັບຜິດຊອບສູງແລະກະຕືລືລົ້ນຕໍ່ໜ້າວຽກຫຼາຍ ເພື່ອລາຍງານຂ່າວ ຫຼືເອົາຂໍ້ມູນຈາກແຫຼ່ງທີ່ໜ້າເຊື່ອຖື, ເປີດຄວາມຈິງໃຫ້ແກ່ມິດແຟນລາຍການ ແລະຜູ້ອ່ານຜູ້ຊົມທັງຫຼາຍ, ຊີ້ແຈງຂ່າວປອມ, ໂດຍສະເພາະແມ່ນຂ່າວປອມທີ່ເຮັດໃຫ້ປະຊາຊົນແຕກຕື່ນ ແລະໃຫ້ສັງຄົມວຸ້ນວາຍ.

 ເພື່ອໃຫ້ຜູ້ເປັນພະຍາດໄດ້ຮັບການປິ່ນປົວໄດ້ດີ,ໃຫ້ແພດໝໍມີອຸປະກອນການແພດ ແລະອາຫານທີ່ພຽງພໍ,ລັດຖະບານຈີນໄດ້ແຕ່ງຕັ້ງໜ່ວຍງານຊີ້ນໍາວຽກງານຄວບຄຸມພະຍາດ COVID-19 ສະເພາະ ແລະສຸມກຳລັງເພື່ອລະດົມຊັບພະຍາກອນສັງຄົມທຸກສິ່ງທຸກຢ່າງ, ເມືອງອູຫັ້ນໄດ້ສ້າງສໍາເລັດໂຮງໝໍປິ່ນປົວພະຍາດ COVID-19 ສອງແຫ່ງພາຍໃນເວລາບໍ່ເທົ່າໃດມື້, ໜ່ວຍແພດຂອງແຂວງຕ່າງໆໄປຊ່ວຍເຫຼືອເມືອງອູຫັ້ນ, ບໍລິສັດ ແລະປະຊາຊົນຕ່າງໆໄດ້ບໍລິຈາກເງິນທຶນ, ອຸປະກອນການ ແພດ, ເຄື່ອງດື່ມ, ຂອງກິນ ແລະອື່ນໆ. ຈາກສູນ ກາງໄປເຖິງທ້ອງຖິ່ນ, ຈາກການນໍາໄປຮອດ ມວນຊົນ, ເຕົ້າໂຮມກໍາລັງແຮງ ແລະສາມັກຄີກັນສູ້ຊົນເພື່ອເອົາຊະນະພະຍາດ. ໃນຂະນະດຽວກັນ,ຫຼາຍປະເທດກໍໄດ້ໃຫ້ການຊ່ວຍເຫຼືອເປັນຢ່າງຍິ່ງ,ມາເຖິງປະຈຸບັນມີລັດຖະບານຂອງ 160 ກວ່າປະເທດ ແລະອົງການຈັດຕັ້ງສາກົນໄດ້ສົ່ງຈົດໝາຍເພື່ອໃຫ້ການສະໜັບສະໜູນແກ່່ຈີນ, ມີລັດຖະບານ 30 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນຫຼາຍແຫ່ງໄດ້ຊ່ວຍເຫຼືອວັດຖຸອຸປະກອນດ້ານການປ້ອງກັນ ແລະ ປິ່ນ ປົວພະຍາດໃນນັ້ນ, ລວມທັງພັກລັດ ແລະປະຊາຊົນລາວທີ່ເອື້ອເຟື້ອເພື່ອແຜ່ຊຶ່ງໄດ້ບໍລິຈາກເງິນທຶນ 4 ແສນໂດລາ ແລະອຸປະກອນການແພດທີ່ມີມູນຄ່າ 1 ແສນໂດລາໃຫ້ແດ່ຈີນ, ຂ້າພະເຈົ້າຮູ້ສຶກຊາບຊຶ້ງ ແລະປະທັບໃຈຫຼາຍ, ຂໍຂອບໃຈພັກລັດ ແລະປະຊາຊົນລາວທີ່ໃຫ້ການຊ່ວຍເຫຼືອ ແລະກໍາລັງໃຈ.

    ໃນຂະນະທີ່ທົ່ວປະເທດຈີນຂຸ້ນຂ້ຽວສູ້ຊົນກັບພະຍາດ, ປະຊາຄົມໂລກໃຫ້ການຊ່ວຍເຫຼືອແລະເປັນກໍາລັງໃຈແກ່ຈີນເພື່ອຜ່ານຜ່າຄວາມຫຍຸ້ງຍາກໃນຄັ້ງນີ້. 

 ວັນທີ 23 ກຸມພາຜ່ານມາ, ກອງປະຊຸມວາງແຜນເອກະພາບເພື່ອຊຸກຍູ້ການປ້ອງກັນ ແລະຄວບຄຸມສະພາບພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ ແລະຈັດວາງວຽກງານພັດທະນາເສດຖະກິດ-ສັງຄົມໄດ້ໄຂຂຶ້ນຢູ່ທີ່ປັກກິ່ງ. ທ່ານ ສີ ຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມໂດຍກ່າວຄຳປາໄສວ່າປະຈຸບັນ, ວຽກງານປ້ອງກັນ ແລະ ຄວບຄຸມສະພາບພະຍາດພວມຢູ່ໃນໄລຍະຂໍກະແຈທີ່ສຸດ, ອົງການປົກຄອງທຸກຂັ້ນຕ້ອງເລັ່ງລັດກຳແໜ້ນວຽກງານປ້ອງກັນ ແລະ ຄວບຄຸມຢ່າງລະອຽດເດັດຂາດ, ຟື້ນຟູການຜະລິດ ແລະການດຳລົງຊີວິດ ຢ່າງເປັນລະບຽບຮຽບຮ້ອຍ, ເພີ່ມທະວີການ ປັບປຸງນະໂຍບາຍ, ພະຍາຍາມບັນລຸເປົ້າໝາຍ ພັດທະນາເສດຖະກິດສັງຄົມຈີນໃນປີນີ້ໃຫ້ດີ. ໂດຍຜ່ານການທຳຄວາມພະຍາຍາມຢ່າງລຳບາກ, ສະຖານະການປ້ອງກັນ ແລະຄວບຄຸມ ພະຍາດໃນປະຈຸບັນໄດ້ມີທ່ວງທ່າຂະຫຍາຍ ຕົວໄປທາງທີ່ດີຢ່າງຕັ້ງໜ້າ ຊຶ່ງໄດ້ສະແດງ ໃຫ້ເຫັນເຖິງທ່າແຮງພົ້ນເດັ່ນຂອງການນຳພາ ໂດຍພັກກອມມູນິດຈີນ ແລະລະບອບສັງຄົມ ນິຍົມທີ່ມີສີສັນພິເສດຂອງຈີນ.

  ລັດຖະບານຈີນນຳໃຊ້ມາດຕະການທີ່ຮອບ ດ້ານ, ເຂັ້ມງວດ ແລະເຖິງຖອງ ເພື່ອຊຸກຍູ້ໃຫ້ ວຽກງານປ້ອງກັນ ແລະຄວບຄຸມໄດ້ຮັບໝາກຜົນທີ່ສຳຄັນ, ຈົນກ້າວໄປເຖິງການແຈ້ງຂໍ້ມູນ ຕາມຄວາມເປັນຈິງໃຫ້ອົງການອະນາໄມໂລກກໍຄືບັນດາປະເທດ ແລະເຂດແຄວ້ນທີ່ກ່ຽວ ຂ້ອງໄດ້ຮັບຮູ້ຢ່າງທັນການ ເພື່ອຍາດເອົາໂອ ກາດອັນມີຄ່າໃຫ້ກັບໂລກໄດ້ມີເວລາໃນການ ປ້ອງກັນ ແລະຄວບຄຸມພະຍາດຢ່າງທັນການ, ຊຶ່ງທັງໝົດເຫຼົ່ານີ້ລ້ວນແຕ່ສະແດງໃຫ້ເຫັນວ່າຈີນພວມສຸມຄວາມພະຍາຍາມຢ່າງສຸດຂີດເພື່ອເຮັດວຽກຂອງຕົນເອງໃຫ້ດີ, ປົກປ້ອງຊີວິດ ແລະສຸຂະພາບຂອງປະຊາຊົນປະເທດຕົນກໍ່ຄືປະຊາຊົນໃນທົ່ວໂລກ, ນີ້ຖືເປັນການແບກຫາບຄວາມຮັບຜິດຊອບຂອງຕົນໃນວຽກງານຄວາມປອດໄພດ້ານສາທາລະນະສຸກໃຫ້ກັບທົ່ວໂລກ.

  ເຊື້ອພະຍາດເບິ່ງບໍ່ເຫັນ, ຕ້ອງບໍ່ໄດ້, ແຜ່ລະບາດແບບບໍ່ຮູ້ໂຕ ແລະບໍ່ມີພົມແດນ, ທົ່ວມວນມະນຸດຄືປະຊາຄົມຮ່ວມຊາຕາກຳ, ເຊື່ອໝັ້ນວ່າຄວາມສາມັກຄີຮ່ວມມືກັນ, ຄຽງບ່າຄຽງໄຫຼ່ສູ້ຊົນຮ່ວມກັນ, ຍ່ອມຈະເອົາຊະນະພະຍາດໄດ້.

-------------

ໜັງສືພິມເສດຖະກິດ-ສັງຄົມ