ຂະບວນຄາຣາວານຊາວໜຸ່ມລາວທົ່ວປະເທດຢ້ຽມຢາມແຂວງສາລະວັນ

  ຂະບວນຄາຣາວານຊາວໜຸ່ມລາວທົ່ວປະເທດໄດ້ເຄື່ອນໄຫວຢ້ຽມຢາມ ແລະເຮັດກິດຈະກຳຢູ່ ແຂວງສາລະວັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ແລະວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວຄົບຮອບ 65 ປີ ພາຍໃຕ້ຫົວຂໍ້ “ຂະບວນຄາຣະວານຊາວໜຸ່ມຫວນຄືນມູນເຊື້ອການປະຕິວັດຢູ່ເຂດພາກໃຕ້ ” ຊຶ່ງນຳໂດຍ ທ່ານ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ ເລຂາຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນປະຕິວັດລາວພ້ອມຄະນະ, ໃນວັນທີ 24 ກຸມພາ 2020 ທີ່ສະໂມສອນຂອງແຂວງໂດຍການຕ້ອນຮັບຂອງທ່ານ ຈັນເພັງ ສາຍທຳມະວົງ ຮັກສາການເລຂາຄະນະບໍລິຫານງານຊາວໜຸ່ມແຂວງສາລະວັນ, ທ່ານ ບົວ ທອງ ຄຸນຍອດປັນຍາຮອງເຈົ້າແຂວງສາລະວັນພ້ອມດ້ວຍອາດີດການນຳແຂວງ, ນັກຮົບປະຕິວັດ, ອົງການແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ຄະນະພັກກອງບັນຊາການ ປກຊ ແລະ ປກສ ພ້ອມດ້ວຍຊາວໜຸ່ມແຂວງສາລະວັນ.

  ທ່ານ ບົວທອງ ຄຸນຍອດປັນຍາ ຕາງໜ້າການນຳຂອງແຂວງສາລະວັນກໍ່ໄດ້ສະແດງຄວາມຍິນດີຕ້ອນຮັບຂະບວນຄາຣະວານທີ່ມາເຄື່ອນໄຫວຢ້ຽມຢາມຢູ່ແຂວງສາລະວັນໃນຄັ້ງນີ້ ພ້ອມທັງໄດ້ເລົ່າຄືນ ມູນເຊື້ອການປະຕິວັດບັນພະບູລຸດຂອງແຂວງສາ ລະວັນໃນໄລຍະຜ່ານມາຊຶ່ງແຂວງສາລະວັນ ເປັນແຂວງທີ່ໄດ້ຮັບໄຟສົງຄາມໃນສະໄໝຕໍ່ສູ້ກູ້ຊາດຢ່າງຮ້າຍແຮງ ແລະເປັນຖິ່ນກຳເນີດຂອງວິລະບູລຸດແຫ່ງ ຊາດລາວ ກ່ອນມີພັກນຳພາຄືວິລະບູລຸດອົງແກ້ວທີ່ໄດ້ນຳພາລຸກຮື້ຂຶ້ນຕໍ່ສູ້ກູ້ຊາດ ທີ່ເປັນຄົນສະຫຼາດ, ມັກສະແຫວງຫາວິຊາອາຄົມ, ພິດສະດານ, ເວດມົນກົນກະຖາ, ຮຽນຮູ້ຕຳລາຢາພື້ນເມືອງເປັນໝໍຢາ ແລະໃຊ້ໂອກາດ, ເວລາໄປຫາຄົນເຈັບ ເພື່ອຊັກຈູງເຂົາເຈົ້າເຂົ້າ ຕໍ່ສູ້. ການຕໍ່ສູ້ມີຫຼາຍບັນຮົບແຕ່ລະບັ້ນຮົບແມ່ນດຸເດືອດຂ້ຽວຂາດອັນພົ້ນເດັ່ນແມ່ນບັ້ນຮົບປິດລ້ອມຄ້າຍທະຫານຝຣັ່ງຢູ່ບ້ານກະເຊາະ,ບ້ານຕະເຊ້ຍແລ້ວຂ້ານາຍທະຫານຝຣັ່ງຄື: ຮ້ອຍຕີ ປີແອ ແລະ ຮ້ອຍຕີຊຽງໄປ. ຕະຫຼອດໄລຍະນໍາພາການຕໍ່ສູ້ອົງແກ້ວໄດ້ໝູນໃຊ້ທ່າແຮງຂອງຕົນເຮັດໃຫ້ຫຼາຍບັ້ນຮົບຊະນະ, ແຕ່ຍ້ອນຄວາມຕົວະຍົວະຫຼອກລວງພວກສັດຕູທີ່ຍາມໃດກໍ່ຫວັງຂ້າທຳລາຍ, ຝຣັ່ງໄດ້ຫຼອກລໍ້ ແລະໃຊ້ກຳລັງຈຳນວນຫຼາຍຈັບກຸມ ແລະຂ້າອົງແກ້ວໄດ້ເສຍຊີວິດໃນວັນທີ 15 ພະຈິກ 1910 ຕາມການສັນນິຖານຊາກສົບ ແລະຫົວຂອງເພິ່ນແມ່ນຢູ່ໂພນຫີນເດີ່ນໂຮງໝໍແຂວງສາລະວັນ, ປະຈຸບັນໄດ້ບູລະນະ ແລະໄດ້ສ້າງສວນສາທາລະນະອົງແກ້ວ.

 ຈາກນັ້ນ ທ່ານ ອາລຸນໄຊ ສູນນະລາດ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການນຳພັກລັດທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນພ້ອມທັງໄດ້ປຸກລະດົມຂະບວນການຊາວໜຸ່ມເພື່ອເຕົ້າໂຮມຊາວໜຸ່ມຈາກທົ່ວຂົງເຂດວຽກງານຊຶ່ງເປັນຕົວແທນໃຫ້ແກ່ຊາວໜຸ່ມລາວທົ່ວປະເທດເພື່ອມາຢ້ຽມຢາມຖາມຂ່າວປະຊາຊົນ, ນັກຮົບປະຕິວັດ ແລະຊາວໜຸ່ມຮຸ່ນກ່ອນໃນເຂດພາກໃຕ້ກໍ່ຄື: ແຂວງສາລະວັນ, ເຊກອງ,ອັດຕະປື ແລະແຂວງຈຳປາສັກ, ແລະໄດ້ນຳພາຂະບວນມາເຄື່ອນໄຫວຢູ່ແຂວງສາລະວັນເປັນແຂວງທຳອິດຂອງພາກໃຕ້ເພາະແຂວງສາລະວັນກໍ່ເປັນແຂວງໜຶ່ງທີ່ມີມູນເຊື້ອວິລະຊົນອັນລໍ້າເລີດນັບແຕ່ສະໄໝບັນພະບູລຸດຈົນເຖິງມີພັກນຳພາຂອງພວກເຮົາ. ການມາຄັ້ງນີ້ກໍ່ມີກິດຈະ ກຳຫຼາຍອັນໂດຍສະເພາະກໍ່ແມ່ນການກວດກາສຸຂະພາບ, ການສະແດງສິລະປະພ້ອມທັງຢ້ຽມຢາມສະຖານທີ່ຂອງການປະຕິວັດໂດຍສະເພາະແມ່ນຈຸດກຳເນີດຂອງການ ປະຕິວັດພາກໃຕ້ເພື່ອໄດ້ຮຽນຮູ້ສຶກສາ ແລະ ສຳພັດບັນຍາກາດຕົວຈິງເພື່ອໃຫ້ເຊື່ອມຊຶມເຂົ້າໃຈເຖິງຄວາມເສຍສະຫຼະຂອງຊາວໜຸ່ມຮຸ່ນກ່ອນກໍ່ຄືບົດຮຽນຕົວຈິງໃນຂະ ບວນການປະຕິວັດຈຶ່ງສາມາດປົດປ່ອຍມາໄດ້ທຸກມື້ນີ້.

  ໃນໂອກາດມາຢ້ຽມຢາມຄັ້ງນີ້ທາງຂະບວນຄາຣະວານໄດ້ນຳເອົາເຄື່ອງອຸປະໂພກ ແລະບໍລິໂພກຈຳນວນໜຶ່ງ ແລະມອບເງິນສົດ 10 ລ້ານກີບ ລວມມູນຄ່າທັງໝົດ 21 ລ້ານກວ່າກີບມອບໃຫ້ແຂວງສາລະວັນນຳອີກ.

________________

#ຂຽນໂດຍ: ທິດລານີ ໂຄດໂຍທາ

#ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

#ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511