ຫຼວງນໍ້າທາທຳລາຍສິນຄ້າທີ່ນຳເຂົ້າບໍ່ຖືກຕ້ອງ

 ກາງເດືອນກຸມພາ 2020 ຢູ່ທີ່ສະໜາມຂີ້ເຫຍື້ອ ແຂວງຫຼວງນໍ້າທາ ໄດ້ທຳລາຍຢາສູບທີ່ນຳເຂົ້າບໍ່ຖືກຕ້ອງຕາມລະບຽບກົດໝາຍເຂົ້າຮ່ວມມີທ່ານ ພັຕ ສົມພອນ ສຸວັນ ນະກາສີ ຮອງຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ, ມີຫົວໜ້າພະແນກຕຳຫຼວດເສດຖະກິດ, ຜູ້ຕາງໜ້າຈາກພະແນກອຸດສາຫະກຳ ແລະ ການຄ້າແຂວງ ຕະຫຼອດຮອດພະນັກງານວິຊາການ.

  ທ່ານ ພັຕ ສອນມະນີ ມະນີວັນ ຮອງຫົວໜ້າພະແນກຕໍາຫຼວດເສດຖະກິດໄດ້ຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງຄະນະອານຸກຳມະການທຳລາຍຢາສູບທີ່ນຳເຂົ້າບໍ່ຖືກ ຕ້ອງຕາມລະບຽບກົດໝາຍພ້ອມທັງແຈ້ງສິນຄ້າທີ່ນໍາເຂົ້າບໍ່ຖືກຕ້ອງທີ່ຈະຈູດທຳລາຍ, ໃນນັ້ນມີຢາສູບຫວຽດນາມ 50 ແກັດ ທີ່ນໍາເຂົ້າບໍ່ຖືກຕ້ອງ ແລະ ບໍ່ມີເອກະສານອ້າງອີງວ່າເສຍພາສີນຳເຂົ້າຖືກຕ້ອງຊຶ່ງທາງເຈົ້າໜ້າທີ່ປະຈຳປ້ອມກວດກາກີ່ວລົມຢຶດໄດ້ໃນຄັ້ງວັນທີ 25 ພະຈິກ 2019 ຈາກລົດກະບະຮຸນໄດທະບຽນຫຼວງນໍ້າທາ 1887, ຂັບຂີ່ໂດຍນາງ ຫຼ້າ ແກ້ວວົງເພັດ, ອາຍຸ 33 ປີ, ອາຊີບຄ້າຂາຍຢູ່ບ້ານໂພນໄຊ ເມືອງ ແລະແຂວງຫຼວງນໍ້າທາ, ຜູ້ກ່ຽວຍອມຮັບວ່າຢາສູບດັ່ງກ່າວແມ່ນໄດ້ຊື້ນຳຄົນຫວຽດຢູ່ຕະຫຼາດກະສິກຳແຂວງຈຳນວນ 50 ແກັດ, ມູນຄ່າ 25 ລ້ານກີບ, ຫຼັງຈາກນັ້ນກໍ່ໄດ້ຈູດທຳລາຍສິນຄ້າດັ່ງກ່າວຖິ້ມ.  

__________

#ຂຽນໂດຍສົມພອນ ຂຸນດາວົງ
#
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

#ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511