ຫຼາຍປະເທດໂຈະການເດີນທາງຈາກເຂດສ່ຽງໃນ ສ. ເກົາຫຼີ ເຂົ້າປະເທດ

  ໃນວັນທີ 26 ເດືອນ ກຸມພາ ສຳນັກຂ່າວ NHK ລາຍງານວ່າລັດຖະບານຍີ່ປຸ່ນກຳລັງວາງແຜນທີ່ຈະລະງັບການເດີນທາງຂອງນັກທ່ອງທ່ຽວຕ່າງປະເທດທີ່ມີປະຫວັດ ການເດີນທາງໄປເມືອງຕ່າງໆໃນພາກໃຕ້ຂອງ .ເກົາຫຼີ ເຂົ້າປະເທດເພື່ອເປັນການປ້ອງກັນການລະບາດຂອງເຊື້ອໄວຣັດໂຄວິດ-19, ຖ້າມີການບັງຄັບໃຊ້ແຜນການດັ່ງ ກ່າວຈະເຮັດໃຫ້ຜູ້ທີ່ເຄີຍເດີນທາງໄປເມືອງແທກູ ແລະເຂດຊອງໂດຊຶ່ງເປັນຈຸດແຜ່ລະບາດໃນ .ເກົາ ຫຼີ ພາຍໃນ 14 ວັນ ບໍ່ສາມາດເດີນທາງເຂົ້າປະເທດຍີ່ປຸ່ນໄດ້.

  ແຜນການດັ່ງກ່າວມີຂຶ້ນຫຼັງຈາກກະຊວງການຕ່າງປະເທດຍີ່ປຸ່ນເພີ່ມລະດັບຄວາມສ່ຽງຕໍ່ການແຈ້ງເຕືອນໄພກ່ຽວກັບພະຍາດຕິດຕໍ່ໃນ .ເກົາຫຼີ ເປັນລະດັບ 2 ຈາກທັງໝົດ 4 ລະດັບ ແລະ ກ່ອນໜ້ານີ້ຍີ່ປຸ່ນໄດ້ໂຈະນັກທ່ອງທ່ຽວຕ່າງປະເທດທີ່ມີປະຫວັດຂອງການເດີນທາງໄປແຂວງຫູເປີຍ ແລະເຈີຈຽງ ຂອງ ສປ ຈີນ ພາຍໃນ 14 ວັນ, ສ່ວນພົນລະເມືອງຂອງທັງສອງແຂວງນັ້ນຍັງຈະຖືກປະຕິເສດການເຂົ້າປະເທດຍີ່ປຸ່ນເຊັ່ນກັນ, ເຖິງຢ່າງໃດກໍຕາມ, ນັກທ່ອງທ່ຽວອາດຈະໄດ້ຮັບການຍົກເວັ້ນຖ້າພວກເຂົາມີເຫດຜົນພິເສດ.

 ສຳນັກຂ່າວຣອຍເຕີລາຍງານວ່າຫວຽດນາມໄດ້ປະກາດໂຈະນັກທ່ອງທ່ຽວອອກຈາກເຂດທີ່ມີຄວາມສ່ຽງຂອງ .ເກົາຫຼີແຕ່ຖ້າຈຳເປັນເຂົ້າປະເທດດ້ວຍເຫດຜົນອື່ນນອກເໜືອຈາກການທ່ອງທ່ຽວຈະມີການກັກໂຕໄວ້ເປັນເວລາ 14 ວັນ ເຊິ່ງການປະກາດດັ່ງກ່າວມີຂື້ນຫລັງຈາກຈຳນວນຄົນຕິດເຊື້ອໄວຣັສໂຄວິດ-19 ໃນ .ເກົາຫລີ ເພີ້ມຂື້ນເປັນ 1,100 ຄົນ, ນອກຈາກຍີ່ປຸ່ນແລະວຽດນາມຍັງມີຫລາຍປະເທດອື່ນໆທີ່ໄດ້ປະກາດກ່ອນໜ້ານີ້ວ່າຈະໂຈະການເດີນທາງຈາກເຂດທີ່ມີຄວາມສ່ຽງໃນ.ເກົາຫຼີ ເຂົ້າປະເທດເຊັ່ນ: ສິງກະໂປ, ຟີລິບປິນ ແລະອິດສະລາແອນ.

___________

#ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

#ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511