ຜົນກອງປະຊຸມໃຫ່ຍອົງຄະນະພັກເມືອງທຸລະຄົມ

 ກອງປະຊຸມໃຫຍ່ຄັ້ງທີ VII ຂອງຜູ້ແທນອົງຄະນະພັກເມືອງທຸລະຄົມ ໄດ້ໄຂຂຶ້ນ ແລະອັດລົງດ້ວຍ ຜົນສຳເລັດໃນລະຫວ່າງວັນທີ 24-25 ກຸມພາ 2020, ທີ່ສະໂມສອນເມືອງດັ່ງກ່າວໂດຍການເປັນປະ ທານຂອງສະຫາຍ ນາງ ວົງເດືອນ ວັດຕະໂສ ວ່າການເລຂາພັກເມືອງ, ວ່າການເຈົ້າເມືອງໆທຸລະຄົມ ເປັນ ກຽດເຂົ້າຮ່ວມຂອງ ສະຫາຍ ຄຳພັນ ສິດທິດຳພາ ກຳມະການສູນ ກາງພັກ, ເລຂາພັກແຂວງເຈົ້າ ແຂວງໆວຽງຈັນ, ມີຄະນະຊີ້ນຳ ກອງປະຊຸມຂັ້ນແຂວງ, ອາດີດການ ນຳຂອງເມືອງ, ພະນັກງານອາວຸ ໂສ, ບຳນານຂອງເມືອງ, ມີບັນດາ ຜູ້ແທນສົມບູນເຂົ້າຮ່ວມ 136 ສະຫາຍ, ຍິງ34 ສະຫາຍ ເຊິ່ງເປັນ ຕົວແທນໃຫ້ແກ່ສະມາຊິກພັກທົ່ວ ເມືອງທັງໝົດ2.015ສະຫາຍ. 

-----

ຂ່າວ: ພູຂອງ 

 ກອງປະຊຸມຄັ້ງນີ້ຮັບຮອງບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ, ບົດສຳຫຼວດການນຳພາລວມຂອງຄະນະພັກ ຊຸດເກົ່າຮັບຮອງເອົາແຜນການ ແຕ່ປີ 2020-2024 ຊຶ່ງໄດ້ເອກະພາບກັນສູ້ຊົນຫັນເອົາແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນຂອງທົ່ວປວງຊົນຮອບດ້ານຂອງພັກ, ສ້າງກໍາລັງປະກອບອາວຸດໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ, ສ້າງບ້ານປ້ອງກັນຊາດເຂັ້ມແຂງ ແລະບ້ານປ້ອງກັນຄວາມສະຫງົບດີໃຫ້ຫຼາຍຂຶ້ນ, ສູ້ຊົນໃຫ້ເສດຖະກິດຂອງເມືອງ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະຖືກທິດ, ສົ່ງເສີມການຜະລິດສິນຄ້າຕາມແລວເສດຖະກິດ 443 ທີ່ແຂວງວາງອອກ ແລະຕາມ 3 ແລວທີ່ເມືອງວາງອອກ, ສືບຕໍ່ພັດທະນາເມືອງໃຫ້ເປັນເມືອງ ທາງຜ່ານຕິດພັນກັບການທ່ອງ ທ່ຽວ ແລະການບໍລິການ, ເຮັດໃຫ້ ການຂະຫຍາຍຕົວຂອງເສດຖະກິດຢູ່ໃນລະດັບ 8% ຕໍ່ປີ, ສະເລ່ຍລາຍຮັບຕໍ່ຫົວຄົນໃຫ້ໄດ້ຜູ້ລະ 25,9 ລ້ານກີບຕໍ່ຄົນຕໍ່ປີ, ຜະລິດເຂົ້າເປືອກໃຫ້ບັນລຸ 1.512 ກິໂລຕໍ່ຄົນຕໍ່ປີ, ພັດທະນາຂົງເຂດວັດທະນະທຳ-ສັງຄົມໃຫ້ໄປສູ່ຄຸນນະພາບໃໝ່.

 ຜູ້ແທນກອງປະຊຸມໄດ້ນຳໃຊ້ສິດປະຊາທິປະໄຕຂອງຕົນປ່ອນບັດຄັດເລືອກເອົາຄະນະບໍລິຫານ ງານ ພັກເມືອງຊຸດໃໝ່ເຊິ່ງມີຜູ້ຮັບສະໝັກເລືອກຕັ້ງ 27 ສະຫາຍ, ຍິງ 6 ສະຫາຍ, ເລືອກເອົາ 23 ສະຫາຍ, ຍິງ 4 ສະຫາຍ; ກອງປະຊຸມຄັ້ງປະຖົມມະລຶກໄດ້ເລືອກເອົາຄະນະປະ ຈຳພັກເມືອງຈຳນວນ 7ສະຫາຍ, ຍິງ 2 ສະຫາຍ, ເລືອກເອົາສະຫາຍ ນາງ ວົງເດືອນວັດຕະໂສ ເປັນເລຂາພັກເມືອງ, ເລືອກເອົາສະຫາຍ ບຸນທັບ ວົງໄຊ ແລະສະຫາຍ ບຸນເລີດ ສີຫາປັນຍາ ເປັນຮອງເລຂາ ພັກເມືອງ, ເລືອກເອົາສະຫາຍ ບຸນເລີດ ສີຫາປັນຍາ ເປັນປະທານ ກວດກາ, ສະຫາຍ ນາງ ລັດສະໝີ ໄຊຊະນະວົງ ແລະສະຫາຍ ວົງສະຫວັນ ອຸໄທວັນ ເປັນຮອງປະທານ ກວດກາ.

 ກອງປະຊຸມຄັ້ງນີ້ຍັງໄດ້ຮັບຟັງການໂອ້ລົມຈາກ ສະຫາຍ ຄຳພັນ ສິດທິດຳພາ ຊຶ່ງສະຫາຍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຄະນະພັກເຮັດໄດ້ໃນໄລຍະຜ່ານມາ, ພ້ອມນີ້ສະຫາຍຍັງໄດ້ຊີ້ນຳໃຫ້ຄະນະພັກຊຸດໃໝ່ເຊີດຊູຄວາມຮັບຜິດຊອບເພື່ອເຮັດສຳເລັດໜ້າທີ່ຜູ້ແທນກອງປະຊຸມໄດ້ມອບໝາຍໃຫ້ເພື່ອເຮັດແນວໃດໃຫ້ເມືອງທຸລະຄົມມີການສ້າງສາພັດທະນາດີຂຶ້ນເລື້ອຍໆ.

------

ຂ່າວ: ພູຂອງ