ປີແລ້ວຫຼວງພະບາງມີຄະດີຢາເສບຕິດພັນກວ່າເລື່ອງ

  ໃນປີ 2019 ທົ່ວແຂວງຫຼວງ ພະບາງ ມີຄະດີທີ່ເກີດຂຶ້ນຫຼາຍພັນ ເລື່ອງທີ່ທາງອົງການໄອຍະການ ປະຊາຊົນໄດ້ຮັບ ໃນນັ້ນແມ່ນຄະດີອາຊະຍາກໍາໄດ້ເກີດຂຶ້ນຫຼາຍກວ່າຄະດີອື່ນມີທັງໝົດ 3 ພັນກວ່າ ເລື່ອງ ໃນນີ້ພົ້ນເດັ່ນກວ່າໝູ່ເປັນບັນຫາຢາເສບຕິດ ທີ່ກວມເອົາອັນຕາສ່ວນໃຫຍ່, ຄະດີອາຍາມີ  1.642 ເລື່ອງ, ຄະດີແພ່ງມີ 587 ເລື່ອງ.

  ທ່ານ ຊົ່ງຊົວ ຊື່ນູ ຮອງຫົວໜ້າ ອົງການໄອຍະການປະຊາຊົນ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ຜ່ານ ການຈັດຕັ້ງປະຕິບັດວຽກງານ ຂອງເຈົ້າໜ້າທີ່ໃນການແກ້ໄຂບັນຫາຄະດີຕ່າງໆທີ່ເກີດຂຶ້ນຢູ່ພາຍ ໃນແຂວງຫຼວງພະບາງ, ສະເພາະປີ 2019 ມີຄະດີອາຊະຍາກໍາ ເກີດຂຶ້ນທັງໝົດ 3.033 ເລື່ອງ, ໃນນັ້ນເດັ່ນກວ່າໝູ່ແມ່ນບັນຫາຢາເສບຕິດມີ 1.075 ເລື່ອງ, ການກະທໍາຜິດຕໍ່ກໍາມະສິດຂອງພົນລະເມືອງມີ 843 ເລື່ອງ, ການກະທໍາຜິດຕໍ່ຄວາມປອດໄພ ແລະຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມມີ 370 ເລື່ອງ, ການກະທໍາຜິດຕໍ່ຊີວິດ, ສຸຂະພາບ ແລະກຽດສັກ ສີຂອງບຸກຄົນອື່ນມີ 232 ເລື່ອງ, ການກະທໍາຜິດໃນສະຖານທີ່ອື່ນມີ 513 ເລື່ອງ, ທຽບໃສ່ປີ 2018 ຄະດີອາຊະຍາກໍາເພີ່ມຂຶ້ນ 131 ເລື່ອງ, ເທົ່າກັບ 4,51%.

 ສໍາລັບຄະດີອາຍາມີ  1.642 ເລື່ອງ, ປະຕິບັດສໍາເລັດ 345 ເລື່ອງ,ບໍ່ສາມາດປະຕິບັດໄດ້ 89 ເລື່ອງ, ພວມດໍາເນີນປະຕິບັດ 1.208 ເລື່ອງ ຄະດີແພ່ງ ມີ 587 ເລື່ອງ, ປະຕິບັດສໍາເລັດ 191 ເລື່ອງ, ບໍ່ສາມາດປະຕິບັດໄດ້ 23 ເລື່ອງ, ພວມດໍາເນີນປະຕິບັດ 373 ເລື່ອງ.

 ໄດ້ຮັບສໍານວນຄະດີຈາກເຈົ້າໜ້າທີ່ພາກສ່ວນຕ່າງໆມາພິຈາລະນາທັງໝົດ 862 ເລື່ອງ, ໄດ້ຖະແຫຼງສັ່ງຟ້ອງຂຶ້ນສານ 688 ເລື່ອງ, ໃນນີ້ຄະດີແມ່ນຄະດີຢາເສບຕິດມີ 186 ເລື່ອງ, ຊັດມ້ຽນ 17 ເລື່ອງ, ພວມຄົ້ນຄວ້າ 20 ເລື່ອງ; ໄດ້ຮັບ ສໍານວນຄະດີຈາກສານມາຄົ້ນ ຄວ້າລົງຄໍາເຫັນໃຫ້ແກ່ສານທັງໝົດ 200 ເລື່ອງ, ໄດ້ຖະແຫຼງໃຫ້ ຄໍາເຫັນແກ່ສານ 200 ເລື່ອງ; ມີຜູ້ ຖືກຫາຕົວຈິງ 605 ຄົນ, ຍິງ 51 ຄົນ, ເປັນຄົນຕ່າງປະເທດ 18 ຄົນ, ຍິງ 08 ຄົນ, ຂໍ້ຫາທົ່ວໄປ 204 ຄົນ, ຍິງ 19 ຄົນ; ຂໍ້ຫາຢາເສບຕິດ 401 ຄົນ, ຍິງ 2 ຄົນ, ໂຕນໜີ 3 ຄົນ; ນັກໂທມີໜ້າຕົວຈິງ 712 ຄົນ, ຍິງ 78 ຄົນ, ເປັນຄົນຕ່າງປະເທດ 07 ຄົນ, ຍິງ 1 ຄົນ; ນັກໂທດຮັບ ການອະໄພຕົວ ຜ່ອນໂທດ 54 ຄົນ, ຍິງ 11 ຄົນ.

 ຂໍ້ມູນດັ່ງກ່າວ ທ່ານ ຊົ່ງຊົວ ຊື່ນູ ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບວຽກງານຂອງອົງການໄອຍະການປະຊາຊົນປະຈໍາປີ 2019 ທີ່ ຈັດຂຶ້ນໃນລະຫວ່າງວັນທີ 24-25 ກຸມພາ 2020, ຢູ່ຫ້ອງປະຊຸມ ຂອງອົງການດັ່ງກ່າວ ໂດຍການ ເປັນປະທານຂອງ ທ່ານ ສິງຕັນ ໄຊລືຊົ່ງ ຮອງປະທານສະພາປະ ຊາຊົນແຂວງ, ທ່ານ ບຸນ ເລື່ອມ ມະນີວົງ ຫົວໜ້າອົງການໄອຍະ ການປະຊາຊົນແຂວງ, ມີຫົວໜ້າ ພະແນກ-ຮອງຫົວໜ້າໄອຍະການ ເຂດ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

 -------

ຂ່າວ: ສີສຸວັນ