ບຣິທນີ້ຍ໌ ສເປີຍຣ໌ສ ຫ້າມເຂົ້າເຝືອກກະດູກຫັກ

  ອຸປະຕິເຫດເກີດຂຶ້ນໄດ້ສະເໝີບໍ່ເວັ້ນແຕ່ນັກຮ້ອງຊຸບຕາຣ໌ລະດັບ ບຣິທນີ້ຍ໌ ສເປີຍຣ໌ສ ສິລະ ປິນຍິງຄົນດັງທີ່ຫາຈະປະສົບອຸບັດ ເຫດທີ່ເຮັດໃຫ້ບາດເຈັບຫຼັງຈາກ ທີ່ນາງໄດ້ຮັບອຸບັດເຫດຕອນເຕັ້ນຈົນເຮັດໃຫ້ເສັ້ນເອັດຂາດເຮັດໃຫ້ກະດູກຫັກ ໂດຍສເປີຍຣ໌ສ ໄດ້ຮັບບາດເຈັບຈົນໄດ້ນໍາສົ່ງໂຮງໝໍໂດຍ                 ດ່ວນ ແລະແພດຈໍາເປັນຕ້ອງໄດ້ໃສ່ເຝືອກໄວ້.

  ແນວໃດກໍຕາມຍັງດີວ່າອາການຂອງ ສເປີຍຣ໌ສ ບໍ່ໄດ້ໜັກພໍເທົ່າໃດ ໂດຍທີ່ ແຊມ ອັສກາຣີ່ ແຟນໜຸ່ມ ຂອງນາງໄດ້ໂພດຂໍ້ຄວາມເປັນກໍາ ລັງໃຈໃຫ້ນາງວ່າ: ເມື່ອກະດູກ ຂອງສເປີຍຣ໌ສ ຫັກສເປີຍຣ໌ສ ກໍມັກຈະຮັກສາໂຕໄດ້ດີແລ້ວກັບມາ ໃນສະພາບທີ່ແຂງແຮງຂຶ້ນ ໂດຍ ສະເພາະຢ່າງຍິ່ງເມື່ອຄົນໆນັ້ນເປັນແຟນຂອງຂ້ອງເອງ, ແມ່ເສືອນ້ອຍ ຂອງຂ້ອຍມີອາການກະດູກຕີນ ແຕກ ຫຼື ຫັກຈາກນາງເຮັດໃນສິ່ງ ທີ່ນາງມັກ, ນັ້ນແມ່ນການເຕັ້ນຂໍໃຫ້ນາງຫຼາຍດີໄວໆເພື່ອທີ່ນາງຈະໄດ້ໂດດ, ແລ່ນ ແລະເຕັ້ນໃຫ້ເຕັມ ທີ່ອີກຄັ້ງ.

------

ຮຽບຮຽງໂດຍ: ຟ້າ