ເມືອງຊົນນະບູລີ ລວມຍອດຜະລິດຕະພັນພາຍໃນບັນລຸ 500 ຕື້ກວ່າກີບ

  ສະຫາຍ ສຸວິໄລ ຫຼວງຊະລາດ ວ່າການເລຂາຄະນະບໍລິຫານ ງານພັກເມືອງ ເຈົ້າເມືອງຊົນນະບູລີໄດ້ກ່າວໃນກອງປະຊຸມໃຫຍ່ອົງຄະນະພັກເມືອງຊົນນະບູລີ ຄັ້ງທີ VI ວ່າ:ຕະຫຼອດການຈັດຕັ້ງປະຕິບັດເນື້ອໃນມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກເມືອງຊົນນະບູລີ ຄັ້ງທີ V ແມ່ນຢູ່ໃນສະພາບແວດລ້ອມພາຍໃນຍັງສືບຕໍ່ເອື້ອອໍານວຍຫຼາຍດ້ານເຮັດໃຫ້ປະຊາຊົນມີຄວາມເຊື່ອໜັ້ນຕໍ່ການການນໍາພາຂອງພັກ, ແຕ່ໃນນັ້ນຍັງມີສິ່ງທ້າທາຍທົດສອບນາໆປະການ, ຊຶ່ງໄດ້ ສ້າງຄວາມຫຍຸ້ງຍາກບໍ່ໜ້ອຍຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງເມືອງເປັນຕົ້ນໄພທໍາມະຊາດບາງປີມີທັງນໍ້າຖ້ວມ,ແຫ້ງແລ້ງ ແລະບາງປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ, ເຖິງຢ່າງໃດກໍ່ຕາມ, ພາຍໃຕ້ການຊີ້ນໍາ-ນໍາພາ ຂອງຄະນະບໍລິຫານງານພັກແຂວງ ກໍຄືຄະນະບໍລິຫານງານພັກເມືອງກໍ່ໄດ້ສືບຕໍ່ແກ້ໄຂຢ່າງຕັ້ງໜ້າ, ຜ່ານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ເຫັນວ່າເສດຖະກິດໄດ້ສືບຕໍ່ຂະຫຍາຍຕົວ ຢ່າງຕໍ່ເນື່ອງ, ລວມຍອດຜະລິດພັນພາຍໃນ (GDP) ບັນລຸໄດ້ 509 ຕື້ກວ່າກີບ ເທົ່າກັບ 85 ກວ່າສ່ວນຮ້ອຍທຽບໃສ່ແຜນການ,ເພີ່ມຂຶ້ນ 31,69% ທຽບໃສ່ ປີ 2014, ດ້ວຍອັດຕາການຂະຫຍາຍຕົວສະເລ່ຍ 3,80% ຕໍ່ປີ ສະເລ່ຍລາຍຮັບໃສ່ພົນລະເມືອງຜູ້ໜຶ່ງ ໄດ້ 7 ລ້ານກວ່າກີບຕໍ່ຄົນຕໍ່ປີ ເທົ່າກັບ 920 ໂດລາຕໍ່ຄົນຕໍ່ປີ ທຽບໃສ່ປີ 2014 ເພີ່ມຂຶ້ນ 80 ໂດລາ, ການຜະລິດກະສິກຳເພື່ອຄ້ຳປະກັນສະບຽງອາຫານມີ ເນື້ອທີ່ຜະລິດເຂົ້ານາປີ 15.800 ເຮັກຕາ, ເພີ່ມຂຶ້ນ 500 ເຮັກຕາສະມັດຕະພາບ 3,5 ໂຕນຕໍ່ເຮັກຕາ, ເນື້ອທີ່ນາແຊງ 3.321 ເຮັກຕາ, ລື່ນແຜນການ 0,63% ຫຼື 22% ທີ່ແຂວງມອບ ໃຫ້, ສະມັດຕະພາບ 5,19 ໂຕນຕໍ່ ເຮັກຕາ, ຊາວກະສິກອນໄດ້ນຳ ໃຊ້ແນວພັນປັບປຸງກວມ 98% ສາມາດຜະລິດເຂົ້າໄດ້ 54 ພັນ 800 ກວ່າໂຕນຕໍ່ປີ ເທົ່າກັບ 62,3%, ສະເລ່ຍໃສ່ຫົວຄົນຜູ້ໜຶ່ງໄດ້ຮັບ ເຂົ້າ ເປືອກ 832 ກິໂລຕໍ່ຄົນຕໍ່ປີ.

 ການພັດທະນາຊົນນະບົດ ແລະ ວຽກງານລົບລ້າງຄວາມທຸກຍາກ ຂອງປະຊາຊົນ: ສໍາເລັດການປະກາດຮັບຮອງເປັນບ້ານພົ້ນທຸກໃນ ໄລຍະ4ປີ,ຮອດ2019 ມີ 3 ບ້ານ,ສ້າງບ້ານໃຫຍ່ກາຍເປັນຕົວ ເມືອງນ້ອຍໃນຊົນນະບົດໄດ້ 1 ບ້ານເທົ່າກັບ 16,67%, ປະຈຸບັນ ທົ່ວເມືອງໄດ້ປະກາດຮັບຮອງເປັນ ບ້ານພັດທະນາທັງໝົດ 17 ບ້ານ ເພີ່ມຂຶ້ນ 11 ບ້ານ ກວມເອົາ 27,42% ຂອງຈໍານວນ 62 ບ້ານ, ທົ່ວເມືອງມີບ້ານທຸກຍາກ 12 ບ້ານ ກວມເອົາ 19,35% ຂອງຈໍານວນບ້ານທັງໝົດ, ມີຄອບ ຄົວທຸກຍາກ 148 ຄອບຄົວ ກວມ ເອົາ 2% ຂອງຈໍານວນຄອບຄົວ ທັງໝົດທຽບໃສ່ປີ 2014 ຫຼຸດລົງ 60%.

  ໃນປີ 2019 ຜ່ານມາ ການລົງ ທຶນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ມູນຄ່າທັງໝົດ 95 ຕື້ ກວ່າກີບໃນນັ້ນ ການລົງທຶນຂອງ ລັດມູນຄ່າ 40 ຕື້ກວ່າກີບ ກວມ 42,74%, ທຶນຊ່ວຍເຫຼືອ (ODA)4,356 ຕື້ກີບ ກວມເອົາ 4,56%, ທຶນປະຊາຊົນມູນຄ່າ 730 ລ້ານ ກີບ ກວມ 0,76 %, ການລົງທຶນ ຂອງເອກະຊົນພາຍໃນ ແລະຕ່າງ ປະເທດ (FDI) ມູນຄ່າ 3,13 ຕື້ກີບ ກວມ 3,29%, ສິນເຊື່ອທະນາຄານ ແລະກອງທຶນບ້ານ ມູນຄ່າ 46 ຕື້ ກວ່າກີບ ກວມ 48,65% ຂອງ ມູນຄ່າທັງໝົດ, ພື້ນຖານໂຄງລ່າງ ດ້ານຕ່າງໆໄດ້ຮັບການພັດທະນາ ດີຂຶ້ນກວ່າເກົ່າປະຈຸບັນມີເສັ້ນທາງ ແຕ່ເມືອງລົງຮອດບ້ານທີ່ສາມາດ ໄປໄດ້ 2 ລະດູມີ 29 ບ້ານ ກວມ 46,77% ຂອງຈໍານວນບ້ານທັງ ໝົດ.

 ໂຄງລ່າງດ້ານພະລັງງານໄຟຟ້າໄດ້ຮັບການກໍ່ສ້າງ ແລະຂະຫຍາຍຕາຂ່າຍລົງສູ່ຈຸດສຸມກຸ່ມ ບ້ານເຂດຊົນນະບົດຫ່າງໄກສອກຫຼີກ ປະຈຸບັນບ້ານທີ່ໄດ້ຊົມໃຊ້ໄຟ ຟ້າແລ້ວ 60 ບ້ານ ກວມ 96,77% ຂອງຈໍານວນ 62 ບ້ານໃນ ທົ່ວ ເມືອງ, ອັນພົ້ນເດັ່ນແມ່ນໄດ້ສຳເລັດ ການເປີດບັ້ນດໍາເນີນຊີວິດການ ເມືອງປົວແປງປັບປຸງໃນປີ 2017;ທົ່ວເມືອງມີ 7 ຄະນະພັກຮາກຖານ ມີໜ່ວຍພັກທັງໝົດ 101 ໜ່ວຍເພີ່ມຂຶ້ນ 33,66% ທົ່ວເມືອງມີສະມາຊິກພັກທັງໝົດ 1.340 ສະຫາຍ, ຍິງ 324 ສະຫາຍ, ສົມບູນ 1.227 ສະຫາຍ, ຍິງ 282 ສະຫາຍ ເພີ່ມຂຶ້ນ 31% ທຽບໃສ່ປີ 2014, ສ້າງໜ່ວຍພັກເຂັ້ມແຂງ-ຮູ້ນໍາພາຮອບດ້ານໄດ້ 50 ໜ່ວຍ, ມອບບັດແດງໃຫ້ສະມາຊິກພັກສົມ ບູນໄດ້ 1.093 ສະຫາຍ, ຍິງ 280 ສະຫາຍ ເທົ່າກັບ 89%, ໄດ້ປັບປຸງຄະນະພັກຮາກຖານ ແລະໜ່ວຍພັກຮາກຖານສໍາເລັດ 100%.

 ສະຫາຍ ສຸວິໄລ ຫຼວງຊະລາດ ກ່າວຕື່ມວ່າ: ສຳລັບທິດທາງຄາດໝາຍທາງສູ້ຊົນຕໍ່ໜ້າເພື່ອຮັບປະກັນໃຫ້ຄາດໝາຍສູ້ຊົນທີ່ໄດ້ກຳນົດໄວ້ມີຜົນສຳເລັດແມ່ນໄດ້ວາງທິດທາງໜ້າ, ຮັບປະກັນໃຫ້ທົ່ວເມືອງມີ ຄວາມສະຫົງບ ແລະມີຄວາມປອດ ໄພໂດຍພື້ນຖານ, ແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບ ກາຍເປັນຂອງທົ່ວປວງຊົນຮອບ ດ້ານຢ່າງໜັກແໜ້ນ, ປະຊາຊົນ ໄດ້ທຳມາຫາກິນ ແລະດຳລົງຊີວິດ ຢູ່ຢ່າງຜາສຸກ, ການຂະຫຍາຍຕົວ ດ້ານເສດຖະກິດຢ່າງຕໍ່ເນື່ອງໝັ້ນ ທ່ຽງໃນລະດັບບໍ່ຫຼຸດ 5,5%ຕໍ່ປີ ຮອດປີ 2024 ລວມຍອດຜະລິດຕະພັນພາຍໃນສະເລ່ຍໃສ່ຫົວຄົນ ໃຫ້ບັນລຸໄດ້ 1.170 ໂດລາຕໍ່ຄົນ ຕໍ່ປີ, ພື້ນຖານໂຄງລ່າງເສດຖະກິດໄດ້ຮັບການພັດທະນາ, ຮັບປະກັນ ເຮັດໃຫ້ຊີວິດການເປັນຢູ່ຂອງປະ ຊາຊົນບັນດາເຜົ່າດີຂຶ້ນ.