ຍີ່ປຸ່ນເປີດເຜີຍຈີດີພີໄຕມາດ 4/2019 ຫົດຕົວ 7,1%

 ຍີ່ປຸ່ນເປີດເຜີຍຈີດີພີໄຕມາດ 4/2019 ຫົດຕົວ 7,1 % ເຮັດໃຫ້ມີໂອກາດຫຼາຍຂຶ້ນວ່າ ເສດຖະກິດຍີ່ປຸ່ນໃນໄຕມາດ 1 ປີ 2020 ຈະເຂົ້າສູ່ພາວະຖົດຖອຍເປັນຜົນມາຈາກການແຜ່ລະບາດຂອງໄວຣັດໂຄວິດ-19 ສຳນັກງານຄະນະລັດຖະມົນຕີຍີ່ປຸ່ນເປີດເຜີຍວ່າຕົວເລກຜະລິດຕະພັນ ລວມພາຍໃນ (ຈີດີພີ) ໄຕມາດ 4 ປີ 2019 ຫົດຕົວລົງ 7,1% ເມື່ອ ທຽບເປັນລາຍປີ ຊຶ່ງອ່ອນກວ່າຕົວເລກປະມານການເບື້ອງຕົ້ນທີ່ລະບຸ ວ່າຈີດີພີໄຕມາດ 4 ຈະຫົດຕົວລົງ 6,3% ແລະຫາກທຽບເປັນລາຍໄຕມາດຈີດີພີໄຕມາດ 4 ຂອງຍີ່ປຸ່ນຫົດຕົວລົງ 1,8% ຕໍ່າກວ່າຕົວເລກປະມານການເບື້ອງຕົ້ນທີ່ລະບຸວ່າຫົດຕົວລົງ 1,6%

ການຫົດຕົວລົງຫຼາຍກວ່າທີ່ຄາດການໄວ້ຂອງຈີດີພີຍີ່ປຸ່ນເຮັດໃຫ້ມີ ທ່າອຽງຫຼາຍຂຶ້ນວ່າ ເສດຖະກິດຍີ່ປຸ່ນສ່ຽງເຂົ້າສູ່ພາວະຖົດຖອຍໃນໄລຍະໄຕມາດ 1 ຂອງປີນີ້ ເພາະຜົນກະທົບການແຜ່ລະບາດຂອງໄວຣັດໂຄວິດ-19 ລ້າສຸດຍີ່ປຸ່ນຢືນຢັນພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມເປັນ 1.100 ຄົນ.

 ຢ່າງໃດກໍຕາມການແຜ່ລະບາດຂອງໂຄວິດ-19 ໄດ້ຈຸດຂະນວນ ຄວາມຂັດແຍ່ງລະຫວ່າງ ສ.ເກົາຫຼີ ແລະຍີ່ປຸ່ນລ້າສຸດທ່ານເຊຍອງລັດຖະມົນຕີຊ່ວຍກະຊວງການຕ່າງປະເທດ ສ.ເກົາຫຼີ ລະບຸວ່ານັບຕັ້ງແຕ່ວັນ ທີ 9 ມີນາເປັນຕົ້ນໄປລັດຖະບານເຊອູນຈະລະງັບນະໂຍບາຍຍົກເວັ້ນ ການກວດກາໃຫ້ກັບຜູ້ຖືໜັງສືເດີນທາງຂອງຍີ່ປຸ່ນການຍົກລະດັບຄັດ ກອງບຸກຄົນທຸກສັນຊາດ ຊຶ່ງເດີນທາງມາຈາກຍີ່ປຸ່ນ ແລະຫຼຸດຈຳນວນ ສະໜາມບິນທີ່ເຮືອບິນໂດຍສານຂອງຍີ່ປຸ່ນສາມາດລົງຈອດໄດ້.

  ມາດຕະການນີ້ຖືເປັນການຕອບໂຕມາດຕະການກັກບໍລິເວນ 14 ວັນ ທີ່ຍີ່ປຸ່ນກຽມບັງຄັບໃຊ້ກັບຜູ້ທີ່ເດີນທາງມາຈາກ ສ.ເກົາຫຼີຕັ້ງແຕ່ວັນທີ 9 ມີນານີ້ ແລະມີຜົນໄປຈົນເຖິງທ້າຍເດືອນນີ້ແຕ່ຜູ້ຖືໜັງສືເດີນທາງຈາກ ສປຈີນຈະໄດ້ຮັບຜົນກະທົບຈາກມາດຕະການດັ່ງກ່າວດ້ວຍປະຈຸບັນຜູ້ຖືໜັງສືເດີນທາງຂອງຍີ່ປຸ່ນໄດ້ຮັບການຍົກເວັ້ນການກວດກາເພື່ອການທ່ອງ ທ່ຽວເປັນເວລາດົນສູງສຸດ 90 ວັນໃນ ສ.ເກົາຫຼີ.

-------

ໜັງສືພິມເສດຖະກິດ-ສັງຄົມ