ເຈົ້າແຂວງແທກູບໍ່ຮັບເງິນບໍລິຈາກສູ້ເຊື້ອໂຄວິດ ຂໍພຽງແຕ່ປະຊາຊົນໃຫ້ຄວາມຮ່ວມມືກໍ່ພໍແລ້ວ

  ສຳນັກຂ່າວຕ່າງປະເທດ ລາຍງານວ່າ ທ່ານຄະວອນຍັງ-ຈິນ ເຈົ້າແຂວງແທກູສູນກາງການລະບາດຂອງໄວຣັດໂຄວິດໃນ ສ.ເກົາ ຫຼີ ຖະແຫຼງການປະຕິເສດທີ່ຈະຮັບເງິນບໍລິຈາກໃດໆສຳລັບການຮັບມືກັບເຊື້ອໂຄວິດ-19 ລວມທັງ ຂອງລັດທິຊິນຊອນຈີ ຫຼັງຈາກລັດທິດັ່ງກ່າວປະກາດໃນວັນພະຫັດທີ່ຜ່ານມາວ່າ ກຽມເງິນບໍລິຈາກ 12 ຕື້ວອນ ໃຫ້ອຳນາດການປົກຄອງ ທ້ອງຖິ່ນ ແລະອົງການສາທາລະ ນະສຸກໃນກຸງໂຊລ ເພື່ອສະໜັບສະ ໜູນພາລະກິດໃນການຄວບຄຸມ ການລະບາດຂອງໄວຣັດ.

ຄຳປະກາດບໍລິຈາກເງິນຂອງ ລັດທິດັ່ງກ່າວ ມີຂຶ້ນຫຼັງຈາກເກີດ ການວິພາກວິຈານຂອງນັກວິຈານ ເກົາຫຼີ ກ່ຽວກັບສາເຫດທີ່ພາໃຫ້ ເກີດການລະບາດເປັນວົງກວ້າງ ໄປທົ່ວປະເທດຈົນຮອດຂັ້ນທີ່ທ່ານ ອີມັນຮີ ຜູ້ນຳສາດສະໜາຊິນຊອນ ຈີ ອາຍຸ 88 ປີ ໄດ້ອອກມາຖະ ແຫຼງຂ່າວທັງນໍ້າຕາ ແລະກົ້ມຄຸກ ເຂົ່າລົງ ພ້ອມກົ້ມຫົວລົງຮອດພື້ນ ເພື່ອຂໍໂທດປະຊາຊົນຕໍ່ໜ້າບັນດາ ນັກຂ່າວ.

ດ້ວຍເຫດຜົນນີ້, ເຈົ້າແຂວງແທກູໄດ້ຢືນຢັນຄວາມກະຈ່າງແຈ້ງຂອງການຮັບບໍລິຈາກເງິນໃນກອງປະຊຸມຖະແຫຼງຂ່າວໃນວັນສຸກວ່າ “ພວກ ເຮົາບໍ່ຕ້ອງການການບໍລິຈາກໃດໆ, ພວກເຮົາຕ້ອງການພຽງແຕ່ການ ຮ່ວມມືຂອງປະຊາຊົນເທົ່ານັ້ນສິ່ງທີ່ສະມາຊິກຊິນຊອນຈິຄວນເຮັດຫຼາຍ ທີ່ສຸດແມ່ນການຮ່ວມມືກັບບັນດາທ້ອງຖິ່ນ ແລະສູນກາງບໍ່ແມ່ນການ ມອບເງິນບໍລິຈາກ.”

ກ່ອນໜ້ານີ້, ລັດຖະບານກຸງໂຊລ ໄດ້ອອກຄຳສັ່ງໃຫ້ກວດເບິ່ງເຊື້ອ ໄວຣັດໂຄວິດ-19 ຈາກບັນດາສະມາຊິກລັດທິຊິນຊອນ ຊຶ່ງມີຫຼາຍກວ່າ 2 ແສນຄົນ ໃນທົ່ວປະເທດ, ແຕ່ພົບວ່າສະມາຊິກບາງສ່ວນຂອງລັດທິ ປະຕິເສດການຖືກການເຂົ້າທົດສອບເຊື້ອ, ພ້ອມທັງພົບວ່າສະມາຊິກບາງ ຄົນທີ່ຕິດເຊື້ອປະຕິເສດທີ່ຈະໄດ້ຮັບການປິ່ນປົວຕາມມາດຕະການຂອງ ລັດຖະບານ.

---------

ໜັງສືພິມເສດຖະກິດ-ສັງຄົມ