ລວມຍອດຜະລິດຕະພັນພາຍໃນເມືອງນອງ ບັນລຸ 203 ຕື້ກວ່າກີບ

  ຕາມການລາຍງານຂອງ ສະຫາຍ ລຳແກ້ວ ແສງໜູທອງ ວ່າການເລຂາພັກເມືອງ ເຈົ້າເມືອງໆ ນອງຕໍ່ກອງປະຊຸມໃຫຍ່ອົງຄະນະພັກເມືອງນອງ ຄັ້ງທີ XI ທີ່ໄດ້ໄຂ ຂຶ້ນໃນວັນທີ 27-28 ກຸມພາ 2020 ທີ່ສະໂມສອນຂອງເມືອງດັ່ງກ່າວໃຫ້ຮູ້ວ່າ: ໃນຊຸມປີຜ່ານມາ, ການຈັດຕັ້ງມະຕິ, ຄໍາສັ່ງຕ່າງໆຂອງພັກກໍ່ຄືມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກເມືອງນອງໄດ້ມີຂໍ້ສະດວກ ແລະສິ່ງເອື້ອອຳນວຍຫຼາຍດ້ານເຮັດໃຫ້ປະຊາຊົນມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ,ມີສະຖຽນລະພາບທາງດ້ານການເມືອງສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍໂດຍພື້ນຖານຄຽງຄູ່ກັນນັ້ນກໍ່ຍັງມີສິ່ງທ້າທາຍທົດສອບຫຼາຍປະການເປັນຕົ້ນແມ່ນບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ບັນຫາໄພທໍາມະຊາດ, ປະກົດການຫຍໍ້ທໍ້ຕ່າງໆຍັງເກີດຂຶ້ນຊຶ່ງມັນໄດ້ສ້າງຄວາມຫຍຸ້ງຍາກບໍ່ໜ້ອຍຕໍ່ການພັດທະນາເສດຖະກິດ-ສັງຄົມໃນທົ່ວເມືອງໂດຍພາຍໃຕ້ການຊີ້ນໍາໆ ພາຢ່າງໃກ້ຊິດຂອງອົງຄະນະພັກແຂວງ, ດ້ວຍຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງອົງຄະນະພັກເມືອງຈົນສາມາດຜ່ານຜ່າຄວາມຫຍຸ້ງຍາກດັ່ງກ່າວມາໄດ້ເຮັດໃຫ້ເສດຖະກິດຂອງເມືອງມີການຂະຫຍາຍຕົວສະເລ່ຍ 6,2% ຕໍ່ປີລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 203,08 ຕື້ກີບ, ເພີ່ມຂຶ້ນ 72,24 ຕື້ກີບ, ປະຕິບັດໄດ້ 90,22% ຂອງແຜນການ, ສະເລ່ຍລາຍຮັບໃສ່ພົນລະເມືອງ 6,26 ລ້ານກີບຕໍ່ຄົນຕໍ່ປີ, ເທົ່າກັບ 745 ໂດລາຕໍ່ຄົນຕໍ່ປີ, ເພີ່ມ ຂຶ້ນ 149 ໂດລາ.

ສະໜັບສະໜູນໂດຍ: HONDA

  ດ້ານການຜະລິດກະສິກໍາແມ່ນໄດ້ຫັນໄປຕາມທິດຍືນຍົງ ແລະຜະລິດເປັນສິນຄ້າເປັນຕົ້ນແມ່ນ: ຜະລິດເຂົ້ານາປີ ແລະການປູກເຂົ້າແບບປະສົມປະສານໄດ້ 8.759 ໂຕນຕໍ່ປີ, ປະຕິບັດໄດ້ລື່ນແຜນການ, ຊີວິດການເປັນຢູ່ຂອງພະນັກງານ ແລະພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ຮັບການແກ້ໄຂດີຂຶ້ນ ແລະພັດ ທະນາເປັນກ້າວໆ, ຈຳນວນບ້ານ ພົ້ນທຸກຕາມດຳລັດ 309/ນຍ, ກວມ55,07% ບ້ານທຸກຍັງເຫຼືອ 44,93% ແລະຄອບຄົວພົ້ນທຸກ ກວມ 76,03%, ຄອບຕົວທຸກຍັງ ເຫຼືອ 23,97%, ສ້າງໄດ້ບ້ານພັດທະນາຮອບດ້ານຕາມທິດ 3 ສ້າງ ມີ 4 ບ້ານ, ບ້ານທຸກຕາມດໍາລັດ 348 /ລບ, ກວມ 95%, ຄອບ ຄົວທຸກຍາກກວມ 94,18%, ພົ້ນ ເດັ່ນການນໍາພັກ-ລັດໄດ້ຫັນພະນັກ ງານຫຼັກແຫຼ່ງຂອງແຂວງ ແລະ ເມືອງລົງຊຸກຍູ້ ແລະນຳພາອົງການ ປົກຄອງບ້ານ ແລະພໍ່ແມ່ປະຊາ ຊົນຢູ່ຈຸດສຸມຕັງອາໄລ-ລະແບງສຸມໃສ່ການສ້າງຄອບຄົວ ແລະ ສ້າງບ້ານໃຫ້ພົ້ນທຸກຕາມທິດ 3 ສ້າງ ເຮັດໃຫ້ຊີວິດການເປັນຢູ່ຂອງ ປະຊາຊົນໃນຈຸດສຸມດັ່ງກ່າວມີການຫັນປ່ຽນດີຂຶ້ນ.

  ໃນກອງປະຊຸມຍັງໄດ້ມີການໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ ໂດຍມີຜູ້ສະໝັກທັງໝົດ 27 ສະຫາຍ, ເລືອກເອົາ 23 ສະຫາຍ, ໂດຍເຫັນດີເປັນເອກະພາບເລືອກເອົາສະຫາຍ ລໍາແກ້ວ ແສງໜູທອງ ເປັນເລາຂາຄະນະບໍລິຫານງານພັກເມືອງ, ສະຫາຍ ສຸກສາຄອນ ໂພທິລາດ ເປັນຮອງເລຂາ, ສະຫາຍ ຜາສຸກ ບຸດທະວົງ ເປັນຮອງເລຂາທັງເປັນປະທານກວດກາພັກ,ລວມມີກໍາມະການປະຈໍາເມືອງ 7 ສະຫາຍ,ກໍາມະການພັກເມືອງ 16 ສະຫາຍ.

________________

#ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

#ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511