ຄັດເລືອກຜູ້ໃຫ້ຄຳປຶກສາ ແນະນຳອາຊີບເພື່ອວຽກເຮັດງານທຳ

  ໃນວັນທີ 4 ມີນາ 2020 ທີ່ຫ້ອງປະຊຸມພະແນກສຶກສາທິການ ແລະ ກີລາແຂວງໄຊຍະບູລີ ກົມອະຊີວະສຶກສາ, ກະຊວງສຶກສາທິການ ແລະ ກີລາຮ່ວມມືກັບກົມພັດ ທະນາສືມີແຮງງານ ແລະຈັດຫາງານ, ກະຊວງແຮງງານ ແລະສະຫວັດດີການສັງຄົມ ແລະ ອົງການສະວິດຄອນແທັກ, ມະຫາວິທະຍາໄລລຸເຊີນ, ປະເທດສະວິດເຊີແລນໄດ້ຈັດກອງປະຊຸມການຄັດເລືອກຜູ້ໃຫ້ຄຳປຶກສາແນະນຳອາຊີບຂອງໂຄງການຝຶກອົບຮົມວິຊາຊີບ ແລະ ການສະໜັບສະໜູນການມີວຽກເຮັດງານທຳໃຫ້ກຽດເຂົ້າ ຮ່ວມຂອງທ່ານ ກາບແກ້ວ ສີບຸນມາ ຫົວໜ້າພະແນກສຶກສາທິການ ແລະກິລາແຂວງໄຊຍະບູລີ, ທ່ານ ນາງແພງຈັນ ແກ້ວມະ ນີວົງ ຫົວໜ້າພະແນກແຮງງານ ແລະສະຫວັດດີການສັງຄົມແຂວງໄຊຍະບູລີ, ຜູ້ຕ່າງໜ້າໂຄງການຝຶກອົບຮົມວິຊາຊີບ ແລະການສະໜັບສະໜູນການມີວຽກເຮັດງານທຳ, ຜູ້ຕາງໜ້າຈາກກະຊວງສຶກສາທິ ການ ແລະກີລາ, ພະແນກການອ້ອມຂ້າງແຂວງ, ຜູ້ອຳນວຍການໂຮງຮຽນເຕັກນິກ-ວິຊາຊີບແບບປະສົມແຂວງ, ພະນັກງານວິຊາການເຂົ້າຮ່ວມ.

ສະໜັບສະໜູນໂດຍ: HONDA

  ໃນພິທີທ່ານ ກາບແກ້ວ ສີບຸນມາ ໃຫ້ຮູ້ວ່າ: ໂຄງການຝຶກອົບຮົມວິຊາຊີບ ແລະສະໜັບສະໜູນການມີວຽກເຮັດງານທໍາ(VTESS) ມີເປົ້າໝາຍເລັງໃສ່ເພື່ອສະໜອງ ການຝຶກອົບຮົມວິຊາຊີບທີ່ສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານໂດຍສຸມໃສ່ກຸ່ມເປົ້າໝາຍທີ່ເປັນໄວໜຸ່ມຜູ້ດ້ອຍໂອກາດໃນເກນອາຍຸລະຫວ່າງ 15-35 ປີ  ທີ່ຮຽນຈົບຊັ້ນປະຖົມແຕ່ບໍ່ຈົບມັດທະຍົມສຶກສາຕອນຕົ້ນ,ເພື່ອໃຫ້ເຂົາເຈົ້າມີວຽກເຮັດງານທໍາ,ປະກອບອາຊີບດ້ວຍຕົນເອງມີລາຍຮັບ ຫຼືກັບຄືນເຂົ້າສູ່ລະບົບສຶກສາເພື່ອເຊື່ອມສານເຂົ້າໃນລະບົບການສືກສາວິຊາຊີບໃນລະດັບຊາດ ແລະ ລະດັບທ້ອງຖິ່ນ. ໂຄງການນີ້ແມ່ນໄດ້ຮັບການສະໜັບສະໜູນຊ່ວຍເຫຼືອຈາກລັດຖະບານແຫ່ງປະເທດ ສະວິດເຊີແລນ ໂດຍຜ່ານອົງການ ເພື່ອການພັດທະນາ ແລະຮ່ວມມືຂອງປະເທດສະວິດເຊີແລນ ຊຶ່ງ ຕາງໜ້າລັດຖະບານ ສປປ ລາວ ໂດຍກົມອາຊີວະສຶກສາ, ກະຊວງ ສຶກສາທິການ ແລະກິລາເປັນຄູ່ ຮ່ວມງານຫຼັກ ຮ່ວມມືກັບກົມພັດທະ ນາສີມືແຮງງານ ແລະຈັດຫາງານ, ກະຊວງແຮງງານ ແລະສະຫວັດດີ ການສັງຄົມແລະອົງການສະວິດ ຄອນແທັກ ຮ່ວມກັບມະຫາວິທະ ຍາໄລລູເຊີນ, ປະເທດສະວິດເຊີ ແລນເປັນຜູ້ຈັດຕັ້ງປະຕິບັດກອງປະ ຊຸມດັ່ງກ່າວຜູ້ເຂົ້າຮ່ວມຈະໄດ້ພ້ອມ ກັນຄົ້ນຄວ້າຕາມເນື້ອໃນຂອງກອງປະຊຸມເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ພາກສ່ວນທີ່ມີທ່າແຮງໃນການເຂົ້າຮ່ວມຈັດຕັ້ງປະຕິບັດວົງຈອນການໃຫ້ຄໍາປຶກສາການມີວຽກເຮັດງານທຳ, ອົງປະກອບ ແລະຂະບວນການໃຫ້ຄຳປຶກສາ, ນຳສະເໜີໃຫ້ຜູ້ເຂົ້າຮ່ວມກອງປະຊຸມຮັບຮູ້ກ່ຽວກັບເງື່ອນໄຂ ຫຼືບັນທັດຖານສຳລັບອົງການຈັດຕັ້ງ ແລະຜູ້ໃຫ້ຄຳປຶກສາຂອງພາກສ່ວນທີ່ຈະເປັນຄູ່ຮ່ວມງານໂຄງການ, ເພື່ອສະເໜີກ່ຽວກັບແບບຟອມສະໝັກ, ແບບຟອມການຂຶ້ນງົບປະມານ ຫຼື ຄ່າໃຊ້ຈ່າຍກ່ຽວກັບການຈັດຕັ້ງປະຕິບັດກິດຈະກໍາການໃຫ້ຄໍາປຶກສາ ແລະຂັ້ນຕອນການສະໝັກເປັນຜູ້ໃຫ້ຄຳປຶກສາ.

______________

#ຂຽນໂດຍນາລີ ແພງວິໄລ  
#
ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

#ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511