ອາດສະພອນປະຕິບັດໂຄງການລົງທຶນໄດ້ 142 ໂຄງການ

  ກອງປະຊຸມໃຫຍ່ອົງຄະນະພັກເມືອງອາດສະພອນຄັ້ງທີ VI ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 10 ມີນາ 2020 ທີ່ສະໂມສອນຂອງເມືອງໂດຍເຂົ້າຮ່ວມຂອງສະ ຫາຍ ໂພໄຊ ໄຊຍະສອນ ກຳມະການສຳຮອງ ສູນກາງພັກ ຮອງເລຂາຄະນະບໍລິຫານງານພັກແຂວງສະຫວັນນະເຂດ, ສະຫາຍ ຄຳແພງ ເພັດທຸມພອນ ກຳມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງອາດສະພອນ, ເຂົ້າຮ່ວມມີບັນດາສະຫາຍຈາກຄະນະພັກເມືອງອ້ອມຂ້າງ; ພະແນກການອ້ອມຂ້າງແຂວງເຂົ້າຮ່ວມ.

 ສະຫາຍ ຄຳແພງ ເພັດທຸມ ພອນ ກຳມະການພັກແຂວງເລຂາຄະນະບໍລິຫານງານພັກເມືອງ ອາດສະພອນ ໄດ້ກ່າວໄຂກອງ ກອງປະຊຸມວ່າ: ນັບແຕ່ຊ່ວງເວ ລາແຕ່ກອງປະຊຸມໃຫຍ່ຄັ້ງທີ Vຂອງອົງຄະນະພັກເມືອງຈົນຮອດກອງປະຊຸມໃຫຍ່ຄັ້ງທີ VI ບັນດາຖັນແຖວສະມາຊິກພັກ,ພະນັກງານຕະຫຼອດຮອດປະຊາຊົນຊາວເມືອງອາດສະພອນຕ່າງກໍ່ ໄດ້ເປັນເຈົ້າການຈັດຕັ້ງຜັນຂະຫຍາຍບັນດາຄາດໝາຍດ້ານຕ່າງໆທີ່ກອງປະຊຸມໃຫຍ່ຄັ້ງທີ X ຂອງພັກ, ກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກເມືອງວາງອອກຢ່າງເປັນຂະບວນການຟົດຟື້ນ ແລະ ໄດ້ຮັບໝາກຜົນຢ່າງໜ້າເພິ່ງພໍໃຈ, ເຮັດໃຫ້ເສດຖະ ກິດ-ສັງຄົມຂອງເມືອງມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສັງຄົມມີຄວາມສະຫງົບ ແລະເປັນລະບຽຮຽບຮ້ອຍໂດຍພື້ນຖານເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ.

 ໂອກາດດຽວກັນນີ້ ສະຫາຍ ຄຳແພງ ເພັດທຸມພອນ ກໍ່ໄດ້ຜ່ານ ບົດລາຍງານການເມືອງທັງສອງ ພາກ ພ້ອມທັງຕີລາຄາຄືນຜົນຂອງ ການຈັດຕັ້ງມະຕິກອງປະຊຸມຄັ້ງ ທີ V ຂອງເມືອງໃນຜ່ານມາວ່າ: ໄລຍະ 5 ປີຜ່ານທາງຄະນະພັກ ເມືອງໄດ້ເອົາໃຈໃສ່ໃນການເຮັດ ວຽກງານສຶກສາອົບຮົມແນວທາງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານໃຫ້ຖັນແຖວກໍາລັງປະກອບອາວຸດ,ປະຊາຊົນບັນດາເຜົ່າໄດ້ຮັບຮູ້ເຊື່ອມຊຶມຢ່າງເລິກເຊິ່ງ ແລະທົ່ວເຖິງ,ຊຸກຍູ້ການຜະລິດກະສິກໍາໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຕອບສະໜອງສະບຽງອາຫານໃຫ້ພຽງພໍຕາມຄວາມ ຕ້ອງການ ແລະສົ່ງເສີມການຜະລິດກາຍເປັນສິນຄ້າຫຼາຍຂຶ້ນ, ທົ່ວເມືອງຜະລິດເຂົ້າໄດ້ທັງໝົດ 79.208 ໂຕນ, ສະມັດຕະພາບສະເລ່ຍ 4,17 ໂຕນຕໍ່ເຮັກຕາ,ສະເລ່ຍໃສ່ຫົວຄົນໜຶ່ງໄດ້ຮັບເຂົ້າເປືອກ 1.202 ກິໂລຕໍ່ຄົນຕໍ່ປີ, ເອົາໃຈໃສ່ໃນການຍາດແຍ່ງທຶນຮອນເຂົ້າມາພັດທະນາເມືອງອາດສະພອນໄດ້ສູງພໍສົມຄວນ, ມີແຜນການລົງທຶນຂອງເມືອງທັງໝົດ 151 ໂຄງການ, ແຕ່ສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 142 ໂຄງການ, ມີທຶນທັງໝົດ 110,76 ຕື້ກີບ, ເສດຖະກິດຂອງເມືອງຂະຫຍາຍຕົວສະເລ່ຍໃນລະດັບ 6,60% ຕໍ່ປີ, ລວມຍອດຜະລິດຕະພັນ (GDP) ບັນລຸໄດ້ 793,06 ຕື້ກີບ ສະເລ່ຍໃສ່ຫົວຄົນໜຶ່ງໄດ້ຮັບ 12 ລ້ານກວ່າກີບ ຫຼື ເທົ່າກັບ 1.433 ໂດລາຕໍ່ຄົນ ຕໍ່ປີ, (ທຽບໃສ່ປີ 2014 ເພີ່ມ ຂຶ້ນ 272 ໂດລາ).

 ສຳລັບທິດທາງໜ້າທີ່ລວມໃນ 5 ປີຕໍ່ໜ້າຮັບປະກັນໃຫ້ທົ່ວເມືອງມີຄວາມສະຫງົບ ແລະມີຄວາມປອດໄພໂດຍພື້ນຖານ, ແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບກາຍເປັນຂອງທົ່ວປວງຊົນ ຮອບດ້ານຢ່າງໜັກແໜ້ນ, ປະຊາຊົນໄດ້ທໍາມາຫາກິນ ແລະດໍາລົງ ຊີວິດຢູ່ຢ່າງຜາສຸກ, ອັດຕາການເຕີບໂຕດ້ານເສດຖະກິດບໍ່ຫຼຸດ 6,50% ຕໍ່ປີ, ຮອດປີ 2024 ສະເລ່ຍໃສ່ພົນລະເມືອງຜູ້ໜຶ່ງໃຫ້ໄດ້ 16 ລ້ານກວ່າກີບ ຫຼື ເທົ່າກັບ 1.911 ໂດລາຕໍ່ຄົນຕໍ່ປີ, ພື້ນຖານໂຄງລ່າງເສດຖະກິດໄດ້ຮັບການພັດທະ ນາ, ຮັບປະກັນເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າດີຂຶ້ນຢ່າງຕໍ່ເນື່ອງ, ປະຕິບັດຕາມຂໍ້ແຂ່ງຂັນຂອງແຕ່ລະອົງການຕິດພັນກັບຂະບວນການຮັກຊາດ ແລະພັດທະນາ, ຫັນພະນັກງານລົງກໍ່ສ້າງຮາກຖານການເມືອງຕິດພັນກັບການພັດທະນາຊົນນະບົດຮອບດ້ານຕາມທິດສາມສ້າງ.

----------

ໜັງສືພິມເສດຖະກິດ-ສັງຄົມ