ມອບ-ຮັບໜ້າທີ່ຫົວໜ້າພະແນກກະສິກໍາ ແລະປ່າໄມ້ ແຂວງຈໍາປາສັກ

  ເພື່ອເປັນການປັບປຸງການຈັດຕັ້ງຂອງພະແນກກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ ໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ- ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະສາມາດຕອບສະໜອງ ໄດ້ກັບຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະ ໃໝ່, ຊຶ່ງການມອບ-ຮັບໃນຄັ້ງນີ້ ລະຫວ່າງ ທ່ານ ປະດິດ ວັນນະລັດສະໝີ ກໍາມະການພັກແຂວງ ຫົວໜ້າພະແນກກະສິກໍາ-ປ່າໄມ້ ແຂວງ (ຜູ້ເກົ່າ) ກັບທ່ານ ບົວລີ ເພັດສົງຄາມກໍາມະການພັກແຂວງ ຫົວໜ້າພະແນກກະສິກໍາ-ປ່າໄມ້ ແຂວງຈໍາປາສັກ (ຜູ້ໃໝ່) ພິທີ ມອບ-ຮັບໜ້າທ່ີຫົວໜ້າພະແນກ ກະສິກໍາ-ປ່າໄມ້ ແຂວງຈໍາປາສັກ ໄດ້ຈັດຂຶ້ນທ້າຍເດືອນກຸມພາ 2020 ຜ່ານມາທີ່ພະແນກກະສິກໍາ-ປ່າໄມ້ ໂດຍເປັນກຽດການເຂົ້າຮ່ວມ ຂອງທ່ານ ນິພອນ ວຽງປະເສີດ ຮອງເລຂາພັກແຂວງຫົວໜ້າຄະນະຈັດຕັ້ງແຂວງ, ມີການນໍາພະແນກການກົມກອງອ້ອມຂ້າງ ແຂວງ, ການນໍາຫ້ອງການກະສິກໍາ-ປ່າໄມ້ 9 ເມືອງ ແລະພະນັກງານວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ປະດິດ ວັນນະລັດສະໝີ ໄດ້ຜ່ານບົດສະຫຼຸບການເຄື່ອນໄຫວ ວຽກງານຂອງພະແນກກະສິກໍາ-ປ່າໄມ້ປະຈໍາປີ 2019 ແລະຜ່ານ ທິດທາງແຜນການປີ 2020 ຊຶ່ງ ຍົກໃຫ້ເຫັນຜົນງານ, ດ້ານດີ, ຂໍ້ ຄົງຄ້າງ ແລະບາງບົດຮຽນທີ່ ຖອດຖອນໄດ້ ເພື່ອປັບປຸງແກ້ໄຂ ໃຫ້ດີຂຶ້ນໃນຕໍ່ໜ້າ, ພ້ອມນີ້ກໍ່ການ ເຊັນບົດບັນທຶກມອບ-ຮັບໜ້າທີ່ ວຽກງານລະຫວ່າງຜູ້ເກົ່າ ແລະ ຜູ້ໃໝ່ຢ່າງເປັນທາງການ.

  ນອກນັ້ນໃນພິທີດັ່ງກ່າວໄດ້ມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນໃຫ້ບັນດາໜ່ວຍພັກຈໍານວນ 15 ໜ່ວຍທີ່ຂຶ້ນກັບຄະນະພັກຮາກຖານພະແນກກະສິກໍາ-ປ່າໄມ້ ຊຶ່ງມີຜົນ ງານໃນການຊີ້ນໍາໆພາວຽກງານ ແຕ່ລະດ້ານໃນໄລຍະຜ່ານມາຄື: ໜ່ວຍພັກຂະແໜງແຜນການການ ເງິນ, ຂະແໜງບໍລິຫານຈັດຕັ້ງ, ຂະແໜງຊົນລະປະທານ, ຂະແໜງປ່າໄມ້, ຂະແໜງປູກຝັງ, ກອງກວດກາປ່າໄມ້, ຂະແໜງພັດທະນາຊົນນະບົດ ແລະສະຫະກອນ, ກອງຄຸ້ມຄອງປ່າສະຫງວນແຫ່ງຊາດ, ກອງຄຸ້ມຄອງປ່າປ້ອງກັນ-ປ່າສະຫງວນ, ສູນຄົ້ນຄວ້າກະສິກໍາຫຼັກ 35, ຂະແໜງກວດກາລັດ, ຂະ ແໜງຄຸ້ມຄອງພັດທະນາທີ່ດິນກະສິກໍາ, ກອງຄຸ້ມຄອງປ່າຜະລິດປະຈໍາແຂວງ, ຂະແໜງລ້ຽງສັດ-ການປະມົງ ແລະໜ່ວຍພັກວິທະຍາໄລກະສິກໍາ-ປ່າໄມ້ຈໍາປາສັກ.

---------

ຂ່າວ: ຈັນທະວີສັກ