ເມືອງສາມັກຄີໄຊ ສຳເລັດກອງປະຊຸມໃຫຍ່ ຄັ້ງທີ 6 ຂອງຜູ້ແທນອົງຄະນະພັກເມືອງ

 ເມືອງສາມັກຄືໄຊ ໄດ້ສໍາເລັດກອງປະຊຸມໃຫຍ່ ຄັ້ງທີ 6 ຂອງຜູ້ແທນອົງຄະນະພັກເມືອງ ໃນລະຫວ່າງວັນ ທີ 5-6 ມີນາຜ່ານມາທີ່ສະໂມສອນເມືອງ ໂດຍມີການນໍາພັກຂອງແຂວງ, ຂອງເມືອງອ້ອມຂ້າງ, ແຂກຖືກ ເຊີນພ້ອມດ້ວຍຜູ້ແທນສົມບູນເຂົ້າຮ່ວມ .

 ກອງປະຊຸມຄັ້ງນີ້ ບັນດາຜູ້ແທນສົມບູນ 105 ສະຫາຍ, ຍິງ 22 ສະຫາຍ, ຊຶ່ງເປັນຕົວແທນໃຫ້ສະມາຊິກພັກ ທັງໝົດ 1.729 ສະຫາຍ ໃນທົ່ວເມືອງສາມັກຄີໄຊ, ໄດ້ເປັນເອກະພາບກັນເລືອກຕັ້ງເອົາຄະນະບໍລິຫານງານ ພັກເມືອງຊຸດໃໝ່ ຈໍານວນ 25 ສະຫາຍ, ຍິງ 6 ສະຫາຍ, ພ້ອມທັງໄດ້ເລືອກເອົາສະຫາຍ ບຸນທະມະລີ ໝັ້ນອານົງ ເປັນເລຂາຄະນະບໍລິຫານງານພັກເມືອງສາມັກຄີໄຊ ແລະໄດ້ເລືອກເອົາສະຫາຍ ຄໍາໝັ້ນ ສີສະໝຸດ ແລະ ສະຫາຍ ນາງ ພຸດມະໄລພອນ ແກ້ວວົງສາ ເປັນຮອງເລຂາຄະນະບໍລິຫານງານພັກເມືອງ, ທັງນີ້ ກໍ່ເພື່ອຮັບໜ້າ ທີ່ໃນການຊີ້ນໍາໆພາຮອບດ້ານ 5 ປີຕໍ່ໜ້າ

 ປີ 2020-2024 ແມ່ນຮັບປະກັນໃຫ້ເມືອງສາມັກຄີໄຊ ມີສະຖຽນລະພາບທາງດ້ານການເມືອງສັງຄົມມີຄວາມເປັນລະບຽບຮຽບຮ້ອຍພາຍໃຕ້ການນໍາພາຂອງພັກເດັດຂາດໂດຍກົງຮອບດ້ານ, ພ້ອມນີ້ຜູ້ແທນກອງ ປະຊຸມຍັງໄດ້ຮັບຮອງເອົາວຽກສໍາຄັນຢ່າງຢ່າງເປັນຕົ້ນ: ໄດ້ຮັບຮອງເອົາຄາດໝາຍສູ້ຊົນເຮັດໃຫ້ຈັງຫວະການຂະຫຍາຍຕົວທາງດ້ານເສດຖະກິດບໍ່ໃຫ້ຫຼຸດ 7,94% ຕໍ່ປີ ແລະຮອດປີ 2024 ຈະເຮັດໃຫ້ເສດຖະກິດຂະຫຍາຍຕົວຢູ່ໃນລະດັບ7,98%, ສ້າງມູນຄ່າເພີ່ມປະມານ 1.198 ກວ່າຕື້ກີບ, ສະເລ່ຍລາຍຮັບໃສ່ຫົວຄົນ ໃຫ້ໄດ້ປະມານ 27 ລ້ານກີບ, ສູ້ຊົນແກ້ໄຂຄວາມທຸກຍາກໃຫ້ຍັງເຫຼືອ 5% ຂອງຄອບຄົວທຸກຍາກທັງໝົດໃນທົ່ວເມືອງ ແລະລຶບລ້າງບ້ານທຸກຍາກໃຫ້ໄດ້ 100%, ລະດັບການເຂົ້າເຖິງວຽກງານການສຶກສາ, ສາທາລະນະສຸກຂອພົນລະເມືອງໄດ້ຮັບການພັດທະນາດີຂຶ້ນ, ບັນລຸເປົ້າໝາຍສະຫັດສະຫວັດດ້ານການພັດທະນາ, ວັດທະນະທໍາ ແລະຮີດຄອງປະເພນີອັນດີງາມໄດ້ຮັບການສືບທອດ ແລະເສີມຂະຫຍາຍ.

------

ຂ່າວ: ວັດທະນາ ຫຼວງອາໄພ