ກອງປະຊຸມໃຫຍ່ອົງຄະນະພັກເມືອງອາດສະພອນຄັ້ງທີ VI ໄຂຂຶ້ນແລ້ວ

  ວັນທີ 10 ມີນາ 2020 ທີ່ສະໂມສອນຂອງເມືອງອາດສະພອນ ໄດ້ມີກອງປະຊຸມໃຫຍ່ອົງຄະນະພັກເມືອງອາດສະພອນ ຄັ້ງທີ VI ໄດ້ຈັດຂຶ້ນໃນວັນທີ 10 ມີນາ 2020 ທີ່ສະໂມສອນຂອງເມືອງ ດັ່ງກ່າວ ໂດຍການເປັນປະທານກິດ ຕິມະສັກຂອງສະຫາຍ ປອ ໂພໄຊ ໄຊຍະສອນ ກຳມະການສຳຮອງ ສູນກາງພັກ ຮອງເລຂາຄະນະບໍລິຫານງານພັກ ແຂວງສະຫວັນ ນະເຂດພັກແຂວງ, ສະຫາຍ ຄຳແພງ ເພັດທຸມພອນ ກຳມະການພັກ ແຂວງເລຂາຄະນະບໍລິຫານງານ ພັກເມືອງອາດສະພອນ, ມີຄະນະພັກເມືອງອ້ອມຂ້າງ, ພະແນກການ ອ້ອມຂ້າງແຂວງ ພ້ອມບັນດາສະຫາຍຜູ້ແທນສົມບູນທີ່ມາຈາກຮາກຖານພັກເຂົ້າຮ່ວມ.

 ສະຫາຍ ຄຳແພງ ເພັດທຸມ ພອນ ໄດ້ຜ່ານບົດລາຍງານການ ເມືອງພ້ອມທັງຕີລາຄາຄືນຜົນ ຂອງການຈັດຕັ້ງມະຕິກອງປະຊຸມ ຄັ້ງທີ V ຂອງເມືອງໃນຜ່ານມາ ວ່າ: ໄລຍະ 5 ປີຜ່ານທາງຄະ ນະພັກເມືອງໄດ້ເອົາໃຈໃສ່ໃນການ ເຮັດວຽກງານສຶກສາອົບຮົມແນວ ທາງປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບທົ່ວປວງຊົນຮອບດ້ານ ໃຫ້ຖັນແຖວກໍາລັງປະກອບອາວຸດ, ປະຊາຊົນບັນດາເຜົ່າໄດ້ຮັບຮູ້ເຊື່ອມຊຶມຢ່າງເລິກເຊິ່ງ ແລະ ທົ່ວເຖິງ, ຊຸກຍູ້ການຜະລິດກະສິກໍາໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຕອບສະໜອງສະບຽງອາຫານໃຫ້ພຽງພໍຕາມຄວາມຕ້ອງການ ແລະສົ່ງເສີມການຜະລິດກາຍເປັນສິນຄ້າຫຼາຍຂຶ້ນ, ທົ່ວເມືອງຜະລິດເຂົ້າໄດ້ທັງໝົດ 79.208 ໂຕນ, ສະມັດຕະພາບ ສະເລ່ຍ 4,17 ໂຕນຕໍ່ເຮັກຕາ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ຮັບເຂົ້າເປືອກ 1.202 ກິໂລຕໍ່ຄົນຕໍ່ປີ, ເອົາໃຈໃສ່ໃນການຍາດແຍ່ງທຶນຮອນເຂົ້າມາພັດທະນາເມືອງອາດສະພອນໄດ້ສູງພໍສົມຄວນ, ມີແຜນການລົງທຶນຂອງເມືອງທັງໝົດ 151 ໂຄງການ, ແຕ່ສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 142 ໂຄງການ, ມີທຶນທັງໝົດ 110,76  ຕື້ກີບ, ເສດຖະກິດຂອງເມືອງ ຂະຫຍາຍຕົວສະເລ່ຍໃນລະດັບ 6,60% ຕໍ່ປີ,ລວມຍອດຜະລິດຕະພັນ (GDP) ບັນລຸໄດ້ 793,06 ຕື້ກີບ ສະເລ່ຍໃສ່ຫົວ ຄົນໜຶ່ງໄດ້ຮັບ 12 ລ້ານກວ່າກີບ ຫຼື ເທົ່າກັບ 1.433 ໂດລາຕໍ່ຄົນ ຕໍ່ປີ,(ທຽບໃສ່ປີ 2014 ເພີ່ມຂຶ້ນ 272 ໂດລາ).

ສະໜັບສະໜູນໂດຍ: HONDA

  ສຳລັບທິດທາງ 5 ປີຕໍ່ໜ້າຮັບປະກັນໃຫ້ທົ່ວເມືອງມີຄວາມສະຫງົບ ແລະມີຄວາມປອດໄພໂດຍ ພື້ນຖານ, ແນວທາງປ້ອງກັນຊາດ ປ້ອງກັນຄວາມສະຫງົບກາຍເປັນຂອງທົ່ວປວງຊົນຮອບດ້ານຢ່າງ ໜັກແໜ້ນ, ປະຊາຊົນໄດ້ທໍາມາຫາກິນ ແລະດໍາລົງຊີວິດຢູ່ຢ່າງຜາສຸກ, ອັດຕາການເຕີບໂຕດ້ານເສດຖະກິດ ບໍ່ຫຼຸດ 6,50% ຕໍ່ປີ, ຮອດປີ 2024 ສະເລ່ຍໃສ່ພົນລະເມືອງຜູ້ໜຶ່ງໃຫ້ ໄດ້ 16.049.131 ກີບ ຫຼື ເທົ່າ ກັບ1.911 ໂດລາຕໍ່ຄົນຕໍ່ປີ.

--------

ຂ່າວ: ຟ້າ