ຕົ້ນສັງກັດປະຕິເສດຂ່າວລື ອຍອນບິນ-ຊອນເຍຈິນ ຄວງໄປຈູ໋ຈີ໋ກັນ

  ຫາກໍ່ຈະອອນແອໄປເມື່ອ ບໍ່ດົນສໍາລັບຮູບເງົາ ສ.ເກົາຫຼີສຸດ ຮິດເລື່ອງ Crash Landing onYou ທີ່ໄດ້ພະເອກໜຸ່ມສຸດຫຼໍ່ ອຍອນບິນ (Hyun Bin) ມາປະຄົບຄູ່ກັບສາວໜ້າຫວານ ຊອນເຍຈິນ (Son Ye Jin), ຊຶ່ງໃນເລື່ອງທັງສອງກໍໂອເຄມີຄວາມເຂົ້າໃຈກັນຈົນເຮັດໃຫ້ແຟນໆລຸ້ນຮັກນອກຈໍຂອງທັງ ສອງ ວ່າຈະມີໂອກາດເປັນໄປໄດ້ ຫຼື ບໍ່ ຫຼັງຈາກທີ່ກ່ອນໜ້ານີ້ທັງສອງ ເຄີຍມີຂ່າວວ່າກໍາລັງຄົບກັນເຖິງ 2 ຄັ້ງ 2 ຄາ.

  ທັງນີ້ຊາວເນັດຍັງຈັບຕາຄວາມ ສໍາພັນນອກຈໍທັງສອງຢ່າງຕໍ່ເນື່ອງ ໂດຍຊາວເນັດອ້າງເຖິງຄິບເບື້ອງ ຫຼັງການຖ່າຍທໍາທີ່ປາກົດຮູບພາບ ວ່າທັງສອງນັ່ງຈັບມືກັນຢູ່ກ້ອງໂຕ໋ະ ອາຫານລະຫວ່າງເຂົ້າສາກນໍາກັນ ງານນີ້ທາງຕົ້ນສັງກັດໄດ້ອອກມາປະຕິເສດຂ່າວລືລະຫວ່າງ 2 ນັກ ສະແດງເປັນຄັ້ງທີ່ 3 ພ້ອມຍືນຍັນ ວ່າທັງສອງບໍ່ໄດ້ກໍາລັງຄົບຫາເບິ່ງໃຈກັນຢູ່, ໂດຍຂ່າວລືຂອງທັງສອງ ເລີ່ມຕົ້ນຂຶ້ນໃນປີ 2018 ທີ່ຮ່ວມ ງານກັນໃນຮູບເງົາ Negotiation ເພາະມີຮູບທັງສອງເດີນຫ້າງພະຊັບສິນຄ້າໃນສາຫະລັດອາເມລິກາ ນໍາກັນຈົນມາຮອດປີ 2020 ທີ່ທັງສອງກັບມາຮ່ວມງານກັນຈົນສົ່ງຜົນໃຫ້ມີຂ່າວລືກ່ຽວກັບຄວາມສຳພັນພິເສດຂອງທັງສອງອີກຄັ້ງ.

-----

ຮຽບຮຽງໂດຍ: ຟ້າ