ສິ່ງທ້າທາຍໃນການກຳນົດທິດທາງສ້າງແຜນການພັດທະນາ ເສດຖະກິດ-ສັງຄົມ 5 ປີ ຂອງເມືອງຊຽງຮ່ອນ

 ການສ້າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ຢູ່ເມືອງຊຽງຮ່ອນໄດ້ມີສະພາບທີ່ເອື້ອອໍານວຍ ແລະສິ່ງທ້າທາຍເປັນຕົ້ນແມ່ນສະພາບແວດ ລ້ອມທີ່ເອື້ອອຳນວຍຢູ່ໃນລະດັບພາກພື້ນ ແລະສາກົນເຊັ່ນ: ການເຊື່ອມໂຍງເສດຖະກິດ, ເປີດກວ້າງ ການຮ່ວມມືທຸກດ້ານໃນພາກພື້ນ ແລະສາກົນ ໄດ້ມີການຂະຫຍາຍຕົວເພີ່ມຂຶ້ນດ້ວຍຫຼາຍຮູບຫຼາຍລະດັບມີການແຂ່ງຂັນສູງຂຶ້ນ ຊຶ່ງເຮັດໃຫ້ການຄ້າການລົງທຶນ ແລະ ການບໍລິການເພີ່ມຂຶ້ນບັນດາຄູ່ຮ່ວມພັດທະນາ ແລະອົງການຈັດ ຕັ້ງສາກົນຕ່າງໆໄດ້ຊ່ວຍເຫຼືອດ້ານ ການພັດທະນາການເຂົ້າເຖິງການ ຄົ້ນຄວ້າການນຳໃຊ້ວິທະຍາສາດ ເຕັກໂນໂລຊີຈະສ້າງມູນຄ່າເພີ່ມ ໃນການຜະລິດຈະມີນັກລົງທຶນ ຈາກພາກລັດ, ເອກກະຊົນ ແລະ ຕ່າງປະເທດເຂົ້າມາລົງທຶນ.

  ສະພາບເອື້ອອຳນວຍພາຍໃນ ເມືອງຊຽງຮ່ອນ ໂດຍສະເພາະ ເມືອງຊຽງຮ່ອນ ມີເນື້ອທີ່ດິນກວ້າງໄດ້ຮັບການວິໄຈແລ້ວວ່າເໝາະສົມແກ່ການຜະລິດເຂົ້າປະມານ8 ພັນກວ່າເຮັກຕາ,ດິນປູກພືດ 6ພັນກວ່າເຮັກຕາ,ຢາງພາລາ15 ພັນເຮັກຕາມີແມ່ນ້ຳຫຼາຍໄຫຼຜ່ານຕະຫຼອດປີທີ່ມີເງື່ອນໄຂກໍ່ສ້າງຊົນລະປະທານ ເພື່ອສະໜອງນໍ້າເຂົ້າ ສູ່ການຜະລິດດ້ານການແລກປ່ຽນ ສິນຄ້າພາຍໃນເມືອງມີດ່າປະເພນີ ລາວ-ໄທ ຈຳນວນ 2 ແຫ່ງທີ່ເປັນ ທ່າແຮງໃນການແລກປ່ຽນຊື້ຂາຍ ສິນຄ້າບັນດາພື້ນຖານໂຄງລ່າງ ດ້ານເສດຖະກິດສ່ວນຫຼາຍແມ່ນ ໄດ້ກໍ່ສ້າງສຳເລັດ ເປັນຕົ້ນແມ່ນລະບົບຊົນລະປະທານເສັ້ນທາງ ເຂົ້າເຖິງທຸກບ້ານເສັ້ນທາງລະ ຫວ່າງເມືອງຕໍ່ເມືອງອອກສູ່ນໍ້າ ຂອງ ແລະອອກສູ່ປະເທດໄທໄດ້ ຮັບການປັບປຸງດີຂຶ້ນເປັນກ້າວໆ, ມີບຸກຄະລາກອນ ແລະປະຊາຊົນ ບັນດາເຜົ່າສ່ວນຫຼາຍມີຄວາມພ້ອມ ໃນການເຊື່ອມຊຶມຕໍ່ແນວທາງນະໂຍບາຍຂອງພັກ ແລະເຂົ້າໃຈຕໍ່ການພັດທະນາເສດຖະກິດ-ສັງ ຄົມຂອງເມືອງ. ພາຍໃນເມືອງຍັງ ມີແຫຼ່ງທອງທ່ຽວຫຼາຍແຫ່ງເປັນ ຕົນແມ່ນແຫຼ່ງທ່ອງທ່ຽວທາງ ດ້ານປະຫວັດສາດ, ວັດທະນະທຳ ແລະທຳມະຊາດ, ມີຫຼາຍເຜົ່າມີຫຼາກຫຼາຍວັດທະນະທຳທີ່ອຸດົມ ສົມບູນ ແລະພາຍໃນເມືອງຍັງມີ ຊັບພະຍາກອນທໍາມະຊາດຫຼາຍ ຊະນິດ ແລະບໍ່ຫີນແຮ່, ຫີນຜາ ເພື່ອ ນຳໃຊ້ເຂົ້າໃນການກໍ່ສ້າງຂົວ-ທາງ ເຄຫະສະຖານຕ່າງໆ.

  ສຳລັບສິ່ງທ້າທາຍໃນລະດັບພາກພື້ນ ແລະສາກົນ ທີ່ສົ່ງຜົນກະທົບຕໍ່ການພັດທະນາເສດຖະກິດພາຍໃນເມືອງ ເຖິງແມ່ນວ່າເສດຖະກິດຂອງໂລກໄດ້ມີການຜັນ ແປໄປມາບວກກັບການລະບາດ ຂອງພະຍາດ, ໄພພິບັດທາງທຳ ມະຊາດ, ການປ່ຽນແປງຂອງດິນ ຟ້າອາກາດ ແລະຂໍ້ຂັດແຍ່ງກັນທາງດ້ານເສດຖະກິດ-ການເມືອງ ມາເຖິງປະຈຸບັນໄດ້ມີສັນຍານຟື້ນ ຕົວຈາກວິກິດການທາງດ້ານເສດຖະກິດ ແລະການເງິນຈຳນວນໜຶ່ງກໍ່ຕາມ ແຕ່ໃນຊຸມປີຕໍ່ໜ້າຄາດ ວ່າເສດຖະກິດຂອງພາກພື້ນ ແລະ ໂລກອາດມີການປ່ຽນແປງຕະ ຫຼອດເວລາ ຊຶ່ງເປັນອຸປະສັກຕໍ່ສະ ຖຽນລະພາບທາງດ້ານເສດຖະກິດສັງຄົມການເຊື່ອມໂຍງ, ການ ຄ້າເສລີ.

 ສະພາບສິ່ງທ້າທາຍພາຍໃນເມືອງປະຊາຊົນສ່ວນໜຶ່ງຍັງທຸກຍາກດຳລົງຊີວິດຕິດພັນກັບທຳມະຊາດ, ເນື້ອທີ່ການຜະລິດສ່ວນໃຫຍ່ ຍັງບໍ່ທັນໄດ້ບຸກເບີກ ແລະນຳໃຊ້ ເຂົ້າໃນການຜະລິດທີ່ມີມູນຄ່າເພີ່ມ, ກຳລັງການຜະລິດຕົ້ນຕໍ (ຊາວກະສິກອນ) ຍັງມີລະດັບຄວາມຮັບຮູ້ທາງດ້ານວິຊາການ, ສີມືແຮງງານ ແລະການນໍາໃຊ້ ເຕັກນິກຍັງຕໍ່າ. ການພັດທະນາຊັບພະຍາກອນມະນຸດ ແລະການພັດທະນາດ້ານສີມືແຮງງານ ໂດຍສະເພາະແມ່ນຄວາມຮູ້ຄວາມສາມາດຂອງພະນັກງານລັດ,ເອກະຊົນຍັງບໍ່ທັນຕອບສະໜອງເງື່ອນໄຂກັບການເຊື່ອມໂຍງເສດຖະກິດພາກພື້ນ ແລະສາກົນ. ຄວາມສາມາດແຂ່ງຂັນຂອງພາກເອກະຊົນຍັງບໍ່ທັນເຮັດໄດ້ດີ ຄຸນນະພາບຂອງການລົງທຶນຕໍ່ກັບການບໍລິການຂັ້ນພື້ນຖານໂຄງລ່າງຍັງບໍ່ຮັບປະກັນ. ທຶນຮອນໃນການພັດທະນາຍັງມີຈຳກັດ, ໜີ້ສິນຂອງພາກລັດຍັງກວມອັດຕາສູງ ຊຶ່ງ ເປັນຄວາມທ້າທາຍຂອງການຮັກສາສະຖຽນລະພາບທາງດ້ານເສດຖະກິດ, ການຈັດຕັ້ງປະຕິບັດນິຕິ ກຳຕ່າງຍັງບໍ່ທັນເຂັ້ມງວດ, ປາກົດການຫຍໍ້ທໍ້ທາງດ້ານສັງຄົມຍັງ ເກີດມີໜໍ່ແໜງ, ປາກົດການໄພທຳມະຊາດ, ສັດຕູພືດລະບາດ ແລະ ການປ່ຽນແປງຂອງດິນຟ້າອາກາດ ຊຶ່ງເປັນອຸປະສັກໃນການພັດທະນາເສດຖະກິດ-ສັງຄົມ.

 ເຖິງຢ່າງໃດກໍ່ຕາມ ຈຸດໝາຍ ລວມຂອງແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີ ຄັ້ງທີ VII ຂອງເມືອງຊຽງຮ່ອນ ໂດຍອາໃສ ສະພາບແວດລ້ອມ,ຈຸດພິເສດ, ສະພາວະຄວາມເປັນຈິງ ແລະ ຍຸດທະສາດໃນການພັດທະນາຮອດປີ 2024 ໂດຍສຸມໃສ່ການ ພັດທະນາເສດຖະກິດສັງຄົມຕາມທ່າແຮງທີ່ເຕັມສ່ວນ ເພື່ອນໍາພາ ເມືອງບັນລຸຕາມບັນດາເງື່ອນໄຂ ຕ່າງໆ, ການຫຼຸດຜົນອອກຕຈາກ ສະຖານະພາບຄວາມທຸກຍາກໃຫ້ ໄດ້ຢ່າງໜັກແໜ້ນ ດ້ວຍການເຕີບ ໂຕທີ່ມີຄຸນນະພາບ ແລະບັນລຸເປົ້າໝາຍການພັດທະນາແບບຍືນຍົງ ພາຍໄຕ້ວິໃສທັດຂອງເມືອງທີ່ວ່າ: ສ້າງເມືອງຊຽງຮ່ອນໃຫ້ເປັນ ເມືອງຜະລິດກະສິກຳສະອາດ ປູກເຂົ້າ ແລະລ້ຽງສັດເປັນສິນຄ້າ ຕິດພັນກັບການປຸງແຕ່ງ ແລະສົ່ງ ເສີມຫັດຖະກຳທີ່ເປັນເອກະລັກ ຂອງທ້ອງຖິ່ນ ໄປພ້ອມກັບການບໍລິການການທ່ອງທ່ຽວທາງດ້ານ ວັດທະນະທຳ ແລະທໍາມະຊາດ.

------

ໂດຍ: ດອນ ຂຽວພະນາ