ສາເຫດທີ່ເຮັດໃຫ້ແມ່ຍິງນົມຍານກ່ອນໄວ

   ການບໍ່ນຸ່ງເສື້ອຊ້ອນສ່ວນໃຫຍ່ກໍ່ເປັນເພາະຄວາມສະບາຍຮູ້ສຶກໂລ່ງບໍ່ອຶດອັດຖ້າເປັນຕອນ ນອນກໍ່ບໍ່ເປັນຫຍັງແຕ່ຖ້າບໍ່ນຸ່ງເສື້ອຊ້ອນຕະຫຼອດມື້ທີ່ເຮົາຕ້ອງເຮັດພາ ລະກິດຫຼາຍຢ່າງເຊັ່ນ: ທັງຍ່າງ,ທັງແລ່ນ, ທັງໂດດ, ແຮງໂນ້ມຖ່ວງ ຂອງໂລກກໍ່ຈະເຮັດໃຫ້ນົມຂອງ ທ່ານຢ່ອນຍານໄດ້.

  1. ນຸ່ງເສື້ອຊ້ອນຂະໜາດໃຫຍ່ ກວ່ານົມ: ການນຸ່ງເສື້ອຊ້ອນຜິດ ຂະໜາດຈະເຮັດໃຫ້ນົມຂອງເຮົາ ຢ່ອນຍານໄດ້ງ່າຍຂຶ້ນຄົນທີ່ຢາກມີນົມໃຫ້ເລືອກນຸ່ງແບບທີ່ມີຟອງນ້ຳເສີມຈະດີກວ່າເພື່ອຄວາມກະຊັບ ແລະບໍ່ເປັນສາເຫດຂອງນົມຢ່ອນຍານໃນອະນາຄົດ.
  2. ຫຼຸດນ້ຳໜັກຜິດວິທີ ໂດຍສະ ເພາະອົດເຂົ້າ, ຫຼຸດນ້ຳໜັກກິນອາ ຫານທີ່ບໍ່ມີໄຂມັນຈົນເຮັດໃຫ້ຮ່າງ ກາຍຈ່ອຍໄວເມື່ອໃດທີ່ນ້ຳໜັກຫຼຸດໄຂມັນບໍລິເວນນົມກໍ່ຈະຫຼຸດລົງຕາມ ໄປດ້ວຍ ແລະເມື່ອຮ່າງກາຍຂອງເຮົາ ປັບໂຕບໍ່ທັນນົມກໍ່ຈະຍານທັນທີ.
  3. ການອອກກຳລັງກາຍເປັນ ສິ່ງທີ່ດີແຕ່ຖ້າບໍ່ລະມັດລະວັງໂຕກໍ່ອາດສົ່ງຜົນໃຫ້ສະພາບຮ່າງກາຍ ຂອງເຮົາປ່ຽນແປງໄປໃນທາງທີ່ບໍ່ ດີໄດ້ນຳການອອກກໍາລັງກາຍ ຫຼື ແລ່ນສິ່ງເຫຼົ່ານີ້ຈະເຮັດໃຫ້ນົມຂອງ ທ່ານຄ່ອຍໆຍ່ອນຍານລົງ.