ນະຄອນໄກສອນ ພົມວິຫານ ຈີດີພີບັນລຸໄດ້ 2,8 ພັນຕື້ກີບ

  ນະຄອນໄກສອນ ພົມວິຫານ ເປັນຕົວເມືອງໜຶ່ງຂອງແຂວງສະຫວັນນະເຂດທີ່ມີທ່າແຮງຫຼາຍດ້ານໃນການພັດທະນາເສດຖະກິດ-ສັງຄົມບໍ່ວ່າຈະເປັນຂະແໜງກະສິ ກຳ, ອຸດສາຫະກຳ ແລະຂະແໜງການບໍລິການຊຶ່ງໄດ້ສ້າງຈຸດສົນໃຈໃຫ້ແກ່ບັນດານັກທຸລະກິດທັງພາຍໃນ ແລະ ຕ່າງປະເທດເຂົ້າມາລົງທຶນຢ່າງຕໍ່ເນື່ອງສິ່ງດັ່ງກ່າວໄດ້ເຮັດໃຫ້ເສດຖະກິດຂອງນະຄອນໄກສອນ ພົມວິຫານ ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍ 10,22% ລວມຍອດຜະລິດຕະພັນພາຍໃນ (ຈີດີພີ) ບັນລຸໄດ້ 2,8 ພັນຕື້ກີບ.

ສະໜັບສະໜູນໂດຍ: HONDA

 ໃນກອງປະຊຸມອົງຄະນະພັກ ນະຄອນໄກສອນ ພົມວິຫານ ຄັ້ງທີ VIII ສະຫາຍ ແສງທອງ ວັງແກ້ວມະນີ ກໍໄດ້ຜ່ານບົດລາຍງານການເມືອງທັງສອງພາກພ້ອມທັງສັງ ເກດຕີລາຄາຄືນເຖິງຜົນສຳເລັດ ໃນການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກທີ່ຜ່ານມາວ່າ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ຄະນະພັກທຸກຂັ້ນໄດ້ເອົາ ໃຈໃສ່ຊີ້ນໍານໍາພາວຽກງານດັ່ງ ກ່າວກາຍເປັນສະຕິຂອງທົ່ວປວງຊົນຮອບດ້ານຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ ແລະພັດທະນາຊົນນະບົດຕາມທິດ 3 ສ້າງ,ເຮັດໃຫ້ທົ່ວນະຄອນມີຄວາມສະຫງົບເປັນລະບຽບຮຽບໂດຍພື້ນຖານ,ພ້ອມກັນນັ້ນຍັງໄດ້ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ຖັນແຖວສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະປະຊາຊົນຢ່າງທົ່ວເຖິງ, ຫັນເອົາຄະນະພັກ, ພະນັກງານຫຼັກແຫຼ່ງຂອງນະຄອນ ລົງກໍ່ສ້າງຮາກຖານການເມືອງຢູ່ຮາກຖານກຸ່ມບ້ານເພື່ອນຳພາປັບປຸງລະບົບການເມືອງຢູ່ຂັ້ນບ້ານໃຫ້ໄປຕາມກຳນົດ 4 ເນື້ອໃນ 4 ຄາດໝາຍ.

  ສຳລັບດ້ານວຽກງານພັດທະ ນາເສດຖະກິດ-ສັງຄົມໃນໄລຍະ 5 ປີຜ່ານມາເສດຖະກິດໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງສະເລ່ຍ 10,22% ລວມຍອດຜະລິດຕະ ພັນພາຍໃນບັນລຸໄດ້ 2.867 ຕຶ້ກວ່າກີບ, ສະເລ່ຍໃສ່ພົນລະເມືອງໄດ້ 21,42 ລ້ານກີບ ຫຼືປະມານ 2.550 ໂດລາ ຕໍ່ຄົນຕໍ່ປີ, ສ່ວນທິດທາງແຜນການ ໃນ 5 ປີຕໍ່ໜ້າຈະສູ້ຊົນໃຫ້ນະຄອນ ໄກສອນ ພົມວິຫານ ໃຫ້ກາຍເປັນສູນ ກາງທາງດ້ານການຄ້າ, ບໍລິການ, ການລົງທຶນ ແລະການທ່ອງທ່ຽວ, ຕາມເນື້ອໃນສ້າງນະຄອນ 6 ສ ( ສ ສະຫງົບ, ສ ສະອາດ, ສ ສະຫວ່າງ, ສ ສີຂຽວ, ສ ສະເໜ ແລະ ສ ສີວິໄລ) ກາຍເປັນນະຄອນເຂັ້ມແຂງຮອບດ້ານ.

_____________

#ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ

#ສົນໃຈລົງໂຄສະນາໄດ້ທີ່:  021 313645, 316511