ກົວຣອນ ຄ້ວາລາງວັນສະມາຄົມຜູ້ກຳກັບຮູບເງົາດີເດັ່ນ

ອັນຟອງໂຊ ກົວຣອນຜູ້ກຳກັບຮູບເງົາຊື່ດັງຄົນເມັກຊິກຄ້ວາລາງວັນຜູ້ກຳກັບຮູບເງົາດີ ເດັ່ນຂອງສະມາຄົມຜູ້ກຳກັບແຫ່ງ ອາເມລິກາປະຈຳປີນີ້ຈາກຜົນງານ ໂຣມາ.

ສະມາຄົມຜູ້ກຳກັບຮູບເງົາແຫ່ງອາເມລິກາ (ດີເຈເອ) ຈັດການ ປະກວດ ແລະມອບລາງວັນຜູ້ກຳ ກັບດີເດັ່ນຄັ້ງທີ 71 ສຳລັບຮູບເງົາ ແລະສາລະຄະດີທີ່ອອກສາຍໃນປີ 2018 ໃນວັນທີ 2 ກຸມພາຜ່ານ ມາ,ລາງວັນໃຫຍ່ສຸດຄືລາງວັນຜູ້ ກຳກັບຮູບເງົາດີເດັ່ນ ໂດຍຜູ້ຊະນະເປັນໄປຕາມຄາດຄະເນຄືອັນຟອງ ໂຊກົວຣອນຜູ້ກຳກັບຄົນເມັກຊິກຈາກຜົນງານໂຣມາ ໂດຍການໄດ້ ຮັບລາງວັນຈາກດີຈີເອຂອງກົວຣອນ ໃນຄັ້ງນີ້ເປັນເທື່ອທີ 2 ຕໍ່ ຈາກຜົນງານການກຳກັບເລື່ອງ ກຣາວີຕີ ໃນປີ 2014  ຊຶ່ງເຮັດ ໃຫ້ກົວຣອນຄ້ວາລາງວັນອອດສະ ກາສາຂາດຽວກັນນີ້ໃນປີນັ້ນ, ນອກ ຈາກນີ້ຮູບເງົາເລື່ອງໂຣມາ ເປັນເລື່ອງລາວຄວາມສຳພັນພາຍໃນ ຄອບຄົວຊົນຊັ້ນກາງຍັງໄດ້ສະເໜີຊື່ເຂົ້າຊີງລາງວັນອອດສະກາປະຈຳ ປີນີ້ຫຼາຍທີ່ສຸດ 10 ສາຂາຄືຮູບເງົາດີເດັ່ນ, ຮູບເງົາພາສາຕ່າງປະເທດດີເດັ່ນ, ຜູ້ກຳກັບດີເດັ່ນ, ນັກສະ  ແດງຍິງ ແລະນັກສະແດງສົມທົບ ຍິງດີເດັ່ນສ້າງປະຫວັດສາດເປັນ ຜົນງານທຳອິດທີ່ຜະລິດໂດຍເນັດ ຟລິກທີ່ເຂົ້າຊີງລາງວັນເກືອບທຸກສາຂາສຳຄັນຂອງອອກສະກາ, ສຳ ລັບງານປະກາດຜົນງານວັນອອກ ສະກາຄັ້ງທີ 91 ນີ້ຈະຈັດຂຶ້ນໃນ ວັນທີ 25 ກຸມກາທີ່ຈະມາເຖິງນີ້.