ສຳເລັດກອງປະຊຸມໃຫຍ່ອົງຄະນະພັກເມືອງຫ້ວຍຊາຍ

 ກອງປະຊຸມໃຫຍ່ອົງຄະນະພັກເມືອງຫ້ວຍຊາຍຄັ້ງທີ VIII ໄດ້ອັດລົງດ້ວຍຜົນສຳເລັດຢ່າງສະຫງ່າງາມໃນເມື່ອບໍ່ດົນມານີ້ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບົວຄົງ ນາມມະວົງ ກຳມະການສຳຮອງສູນກາງພັກເລຂາຄະນະບໍລິຫານງານພັກແຂວງເຈົ້າແຂວງບໍ່ແກ້ວຕະຫຼອດໄລຍະຂອງການດຳເນີນກອງປະຊຸມບັນດາຜູ້ແທນໄດ້ຮັບຟັງການຜ່ານບົດລາຍງານການເມືອງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VII ຂອງເມືອງຫ້ວຍຊາຍ, ຮັບຟັງການປະກອບຄໍາເຫັນຈາກບັນດາສະຫາຍຜູ້ຕາງ ໜ້າຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຂົງເຂດເສດຖະກິດ, ຂົງເຂດວັດທະນະທຳ-ສັງຄົມ, ຂົງເຂດອົງການຈັດຕັ້ງມະຫາຊົນ ແລະຕາງໜ້າໃຫ້ຄອບຄົວຕົວແບບຜະລິດກະສິກຳເປັນສິນຄ້າ.

  ໃນກອງປະຊຸມບັນດາຜູ້ແທນໄດ້ພ້ອມກັນຄົ້ນຄວ້າຕີລາຄາຄືນໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກກໍ່ຄືການຈັດຕັ້ງປະຕິບັດເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງ ແລະໄດ້ເປັນເອກະພາບກັນລົງປະຊາມະຕິຮັບຮອງເອົາຮ່າງບົດລາຍງານການເມືອງ, ແຜນພັດທະນາເສດ ຖະກິດ-ສັງຄົມ 5 ປີຄັ້ງທີ VII ຂອງເມືອງຫ້ວຍຊາຍພ້ອມນັ້ນກໍ່ໄດ້ດຳເນີນການປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດໃໝ່ຊຶ່ງມີຜູ້ລົງສະໝັກທັງໝົດ 25 ສະຫາຍ, ຍິງ 2 ສະຫາຍ, ໃນນັ້ນເລືອກເອົາ 7 ສະຫາຍ,ຜົນຂອງກອງປະຊຸມຄັ້ງປະຖົມມະລຶກໄດ້ຕົກລົງເລືອກເອົາສະຫາຍ ຫົງແກ້ວ ວິໄນວົງ ເປັນເລຂາຄະນະບໍລິຫານງານພັກ ເມືອງຫ້ວຍຊາຍ, ສະຫາຍ ບຸນລໍ້ ສີຜາວັນ ເປັນຮອງເລຂາພັກເມືອງ ຫ້ວຍຊາຍ ແລະສະຫາຍ ບຸນ ຄົງ ວົງຄຳຈັນ ເປັນຮອງເລຂາພັກເມືອງທັງເປັນປະທານກວດການພັກເມືອງ, ຄະນະປະຈຳພັກເມືອງຫ້ວຍຊາຍ 7ສະຫາຍຄື: ສະຫາຍ ຫົງແກ້ວ ວິໄນວົງ, ສະຫາຍ ບຸນລໍ້ ສີຜາວັນ, ທ່ານ ບຸນຄົງ ວົງຄໍາຈັນ, ສະ ຫາຍ ທິບພາກອນ ມະນີຄຳ, ສະຫາຍ ພັນໂທ ສົມລີ ແກ້ວມີໄຊ, ສະຫາຍ ຄຳແດງ ແພງໄຊ ແລະ ສະຫາຍ ທອງພັນ ຈັນທະວົງ.

 ໂອກາດເຂົ້າຮ່ວມກອງປະຊຸມຄັ້ງນີ້ ສະຫາຍ ບົວຄົງ ນາມມະວົງ ກຳມະການສຳຮອງສູນກາງພັກເລຂາຄະນະບໍລິຫານງານພັກແຂວງກໍໄດ້ມີຄຳເຫັນໂອ້ລົມຊີ້ທິດເຍືອງທາງໃຫ້ກັບອົງຄະນະພັກເມືອງຫ້ວຍຊາຍຊຸດໃໝ່ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກເມືອງຫ້ວຍຊາຍໃນຄັ້ງນີ້ໄດ້ຮັບຜົນສຳເລັດສູງຂຶ້ນບັນ ດາສະຫາຍຄະນະພັກເມືອງຕ້ອງໄດ້ສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ, ປ້ອງກັນຄວາມສະຫງົບຮອບດ້ານ, ເພີ່ມທະວີການຊີ້ນຳໆພາວຽກງານ ປກຊ-ປກສ ຢູ່ຂັ້ນຮາກຖານບ້ານ ໃຫ້ເປັນຂະບວນຕໍ່ເນື່ອງປົກກະຕິ, ມີຄວາມໜັກແໜ້ນ, ເຂັ້ມແຂງຮັບປະກັນໃຫ້ມີຄວາມສະຖຽນລະພາບທາງດ້ານການເມືອງ, ສືບຕໍ່ຫັນລົງກໍ່ສ້າງຮາກຖານຕາມ 4 ເນື້ອໃນ 4 ຄາດໝາຍໃຫ້ມີຜົນສຳເລັດສູງກວ່າເກົ່າ, ສືບຕໍ່ນຳພາການພັດທະນາຢ່າງຮອບດ້ານໃຫ້ສອດຄ່ອງກັບວິໄສທັດ ແລະຍຸດທະສາດຂອງການພັດທະນາໄປຕາມທິດເສດຖະກິດເຕີບໂຕ, ສີຂຽວ ແລະຍືນຍົງ.

---------------

ໜັງສືພິມເສດຖະກີດ-ສັງຄົມ