ລະມາມ ສະຫຼຸບວຽກງານແຜນການ-ການເງິນປະຈຳປີ

  ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດແຜນງົບປະມານປີ 2019 ພ້ອມວາງທິດທາງແຜນການປີ 2020 ຂອງວຽກງານແຜນການ-ການເງິນໄດ້ຈັດຂຶ້ນເມື່ອອາທິດຜ່ານມາທີ່ສະໂມສອນຫ້ອງວ່າການເມືອງດັ່ງກ່າວພາຍໃຕ້ການເປັນປະທານຂອງທ່ານ ຄຳໄລ ປັນຍາຄູນ ຮອງເຈົ້າເມືອງລະມາມຜູ້ຊີ້ນຳວຽກງານເສດຖະກິດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ຂັນຕີ ສີລະວົງສາ ເຈົ້າເມືອງລະມາມ, ມີບັນດາຫົວໜ້າ, ຮອງພະແນກການກ່ຽວຂ້ອງແຂວງ, ກຳມະການພັກ, ຫົວໜ້າ, ຮອງຫ້ອງການອ້ອມຂ້າງ, ອຳນາດການປົກຄອງບ້ານພ້ອມດ້ວຍພະນັກງານວິຊາການເຂົ້າຮ່ວມ.

ສະໜັບສະໜູນໂດຍ: HONDA

  ທ່ານ ແສງອາທິດ ພັນທຸວົງ ຫົວໜ້າຫ້ອງການແຜນການ-ການລົງທຶນເມືອງກໍ່ໄດ້ຂຶ້ນລາຍງານຕີລາຄາກ່ຽວກັບການຄຸ້ມຄອງໂຄງການການລົງທຶນຂອງລັດໃນ ປີ 20 19 ເມືອງລະມາມໄດ້ຮັບບົດສະເໜີໂຄງການເພື່ອປະເມີນເຂົ້າແຜນປີ 2020 ມີຈຳນວນທັງໝົດ 29 ໂຄງການມູນຄ່າ 43,49 ຕື້ກີບ,ໂຄງການບ້ວງໄພພິບັດປີ 201 9 ມີ 35 ໂຄງການມູນຄ່າ 17,75 ຕື້ກີບ, ສ່ວນໃນການຄຸ້ມຄອງການລົງທຶນຂອງລັດປີ 2019 ສະພາໄດ້ອະນຸມັດການລົງທຶນ ຂອງລັດທັງໝົດ 65 ໂຄງການ ມູນຄ່າລວມ 116,97 ຕື້ກີບ ເທົ່າກັບ 18,59%, ເປັນທຶນພາຍໃນ 100% ໃນນັ້ນໂຄງການສືບຕໍ່ 14 ໂຄງການມູນຄ່າ 24,35 ຕື້ກີບ, ໂຄງການຊຳລະໜີ້ 42 ໂຄງ ການມູນຄ່າ 88,86 ຕື້ກີບ ແລະທຶນ ໂຄງການສະເໜີໃໝ່ (ບ້ວງທຶນ ຟື້ນຟູໄພພິບັດ 2018 ແຕ່ປະຕິບັດ 2019) ມີ 9 ໂຄງການມູນຄ່າ 3,76 ຕື້ກີບ, ມາຮອດປະຈຸບັນໄດ້ ສຳເລັດການສະເໜີເບີກຈ່າຍງົບປະມານໂຄງການຕາມແຜນສະພາອະນຸມັດໃນປີ 2019 ສຳເລັດ 100% ຂອງແຜນການປີ, ສ່ວນການຄຸ້ມຄອງໂຄງການການລົງ ທຶນຂອງລັດປີ 2020 ມີທັງໝົດ 62 ໂຄງການມູນຄ່າລວມ 6,50 ຕື້ກີບ ຊຶ່ງເປັນທຶນພາຍໃນ 100%.

  ຂະນະທີ່ ທ່ານ ນາງ ສຸກມະນີ ໄຊຍະວົງຄຳດີ ຫົວໜ້າຫ້ອງການ-ການເງິນເມືອງ ກໍ່ໄດ້ຂຶ້ນສະຫຼຸບ ລາຍງານການຈັດຕັ້ງປະຕິບັດແຜນ ງົບປະມານໃນປີ 2019 ຊຶ່ງມີແຜນ ລາຍຮັບງົບປະມານທັງໝົດ 35,16 ຕື້ກີບ, ທຽບໃສ່ແຜນປີ 2018 ເພີ່ມຂຶ້ນ 11% ໃນນີ້ສາ ມາດຈັດຕັ້ງປະຕິບັດໄດ້ 34,73 ຕື້ກີບ ເທົ່າກັບ 99% ໃນນັ້ນ ລາຍ ຮັບພາຍໃນເມືອງ 4,73 ຕື້ກີບ ທຽບໃສ່ແຜນດັດແກ້ເທົ່າກັບ 104,39%, ລາຍຮັບດຸ່ນດ່ຽງ 30 ຕື້ກີບ ທຽບໃສ່ແຜນດັດແກ້ເທົ່າກັບ 97,96%. ສຳລັບແຜນການປີ 2020 ເມືອງລະມາມຈະສູ້ຊົນເກັບ ລາຍຮັບເຂົ້າງົບປະມານທີ່ແຂວງ ມອບໃຫ້ເມືອງຈັດຕັ້ງປະຕິບັດ ລາຍຮັບພາຍໃນໃຫ້ໄດ້ 4,92 ຕື້ ກີບ ທຽບໃສ່ແຜນປີຜ່ານມາເພີ່ມ ຂຶ້ນ 9%.

  ຈາກນັ້ນໃນກອງປະຊຸມກໍ່ໄດ້ປະກອບຄຳຄິດຄຳເຫັນເຈາະຈີ້ມໃສ່ຮ່າງບົດສະຫຼຸບຢ່າງກົງໄປກົງມາຕໍ່ກັບບັນຫາທີ່ຍັງຄົງຄ້າງໂດຍສະເພາະບັນຫາບາງບ້ານປະຕິບັດການເກັບລາຍຮັບບໍ່ໄດ້ຕາມແຜນກຳນົດໄວ້. ພ້ອມນີ້ກໍໄດ້ມີການມອບ ໃບຍ້ອງຍໍໃຫ້ອົງການຈັດຕັ້ງບຸກຄົນ, ນິຕິບຸກຄົນທີ່ມີຜົນງານດີເດັ່ນໃນການຊຸກຍູ້ເກັບລາຍຮັບ ແລະຈັດ ເກັບລາຍຮັບທີ່ໄດ້ເກີນແຜນພ້ອມທັງຮັບຟັງການໂອ້ລົມຈາກທ່ານ ຂັນຕີ ສີລະວົງ ເຈົ້າເມືອງລະມາມຕື່ມອີກ.