ໂຄວິດ-19 ພົ່ນຜິດ BTS ປະກາດຍົກເລີກຄອນເສີດ ໃນ ສ.ເກົາຫຼີທັງໝົດ

 ກາຍເປັນຜົນກະທົບທັງວົງ ການບັນເທີງ ສ.ເກົາຫຼີ ສໍາລັບການ ແຜ່ລະບາດເຊື້ອໄວຣັດໂຄວິດ-19 ເຮັດໃຫ້ສິລະປິນກຸ່ມວົງ BTS ທີ່ປະກາດຍົກເລີກທົວຄອນເສີດ Map of the Soul ໃນເຊອຸນທັງ 4 ມື້ ທີ່ລະບຸໄວ້ໃນຕາຕະລາງການ ສະແດງ.

 ໂດຍ ບິ້ກຮິຕ ຕົ້ນສັງກັດຂອງ ວົງ ບີທີເອສ ປະກາດວ່າຄອນເສີດ “Map of the Soul” ຂອງ BTS ທີ່ມີກໍານົດຈັດຂຶ້ນໃນລະຫວ່າງວັນທີ 11-12 ແລະ18-19 ເມສາ 2020 ນີ້ ທີ່ Olympic Stadium ໄດ້ຖືກຍົກເລີກແລ້ວເນື່ອງຈາກສະຖານະການການແຜ່ລະບາດຂອງໂຄວິດ-19 ຊຶ່ງທາງ ບໍລິສັດ ແລະຜູ້ຈັດງານເປັນຫ່ວງສິລະປິນທີມງານ ແລະແຟນໆທີ່ ຊື້ບັດກວ່າ 20.000 ທີ່ນັ່ງຈຶ່ງຂໍ ຢຸດປະກາດຍົກເລີກການສະແດງ ໂດຍຜູ້ຖືບັດທຸກຄົນຈະໄດ້ຮັບເງິນ ຄືນເຕັມສ່ວນ, ນອກຈາກນີ້ສິລະ ປິນເກິຣ໌ລກຣຸບຢ່າງວົງ “(G)I-DLE” ທີ່ມີກໍານົດທົວຄອນເສີດ “I-Land: Who Am I” ກໍໄດ້ປະ ກາດເລື່ອນທົວຄັ້ງແລກອອກໄປຢ່າງບໍ່ມີກໍານົດ ໂດຍຕົ້ນສັງກັດ “Cube Entertainment” ໄດ້ຂໍ ໂທດແຟນໆທີ່ກໍາລັງລໍຄອຍຄອນເສີດລວມເຖິງການເຮັດແບ໊ກຫຼັງຈາກເວທີໄປນານກວ່າ 9 ເດືອນ.

-----

ຮຽບຮຽງໂດຍ: ຟ້າ