ໂຊຈີຊົບ ບໍລິຈາກເງິນ 300 ລ້ານວອນ ຊ່ວຍໂຄວິດ-19

 ເອີ້ນໄດ້ວ່າເປັນນັກສະແດງ ໜຸ່ມທີ່ມີກຸລະອີກຄົນໜຶ່ງສໍາລັບນັກສະແດງ ສ.ເກົາຫຼີ ເຈົ້າບົດບາດ ຢ່າງ ໂຊຈີຊົບ (SO JI SUB) ທີ່ສະຖານະການໂລກໄວຣັດໂຄວິດ-19 ທີ່ ສ.ເກົາຫຼີ ເພີ່ມຂຶ້ນຢ່າງຮຸນ ແຮງມີຜູ້ຕິດເຊື້ອຈໍານວນຫຼາຍ  ໂດຍ ເຈົ້າໂຕບໍ່ນິ່ງດູດາຍບໍລິຈາກເງິນ ສ່ວນໂຕຊ່ວຍເຫຼືອສະຖານະການ ດັ່ງກ່າວແລ້ວ.

  ໂດຍລາຍງານລະບຸວ່າ: ນັກສະແດງໜຸ່ມ ໂຊຈີຊົບ ບໍລິຈາກເງິນ ຈໍານວນ 300 ລ້ານວອນ ຫຼື ປະມານ 8 ລ້ານບາດ ໃຫ້ກັບອົງການ NGO Good Neighbour ເພື່ອ ຊ່ວຍຊື້ອຸປະກອນການແພດ ແລະ ຊ່ວຍເຫຼືອຜູ້ທີ່ມີລາຍໄດ້ຕໍ່າ ແລະ ຜູ້ທີ່ມີຜົນກະທົບຈາກໂຄວິດ-19 ຈິດໃຈງົດງາມຂະໜາດນີ້ບັນດາ ແຟນໆກໍຊາບຊຶ້ງໄດ້ໃຈໄປເຕັມໆ ເລີຍ.

-----------

ຮຽບຮຽງໂດຍ: ຟ້າ