ສີລິບສະຕິກສາມາດບົ່ງບອກນິໄສຂອງສາວໆໄດ້

  ລິບສະຕິກ ເປັນເຄື່ອງສຳອາງທີ່ສາວໆທຸກຄົນຂາດບໍ່ໄດ້ເວົ້າໄດ້ວ່າຕ້ອງມີຕິດກະເປົ໋າໄວ້ທຸກຄົນ, ທຸກເວລາເລີຍກໍວ່າໄດ້ ແລະເຊື່ອວ່າສາວໆແຕ່ລະຄົນກໍຕ້ອງມີຄວາມມັກສີລິບສະຕິກໃນໂທນທີ່ແຕກຕ່າງກັນ ແລະສິ່ງສຳຄັນສີລິບສະຕິກແຕ່ລະສີກໍສາມາດບົ່ງບອກນິໄສສາວໆໄດ້.

• - ສີບົວ: ເປັນຄົນທີ່ເຂົ້າສັງຄົມໄດ້ງ່າຍ, ເບິ່ງໂລກໃນແງ່ບວກເປັນຄົນທີ່ອ່ອນໂຍນແຕ່ບໍ່ອ່ອນແອ.

•  - ີແດງ: ເປັນຄົນທີ່ມັກຄວາມຕື່ນເຕັ້ນ, ທ້າທາຍ, ແລະມີຄວາມໝັ້ນໃຈຕົນເອງສູງ.

• - ສີສົ້ມ: ເປັນຄົນອາລົມດີ, ມີຄວາມໝັ້ນໃຈໂຕເອງສູງ, ໃຈບຸນ, ເອື້ອເຟື້ອເພື່ອແຜ່ ແລະຮັກອິດສະຫຼະ.

• - ສີມ່ວງ: ເປັນຄົນມີຄວາມເຂັ້ມແຂງ, ໝັ້ນໃຈຕົນເອງສູງ ແລະມີຄວາມເປັນກັນເອງກັບທຸກຄົນ.

• - ສີນໍ້າຕານ: ເປັນຄົນຈິງໃຈ, ເປັນທີ່ເພິ່ງພາອາໄສຂອງຄົນອ້ອມຂ້າງໄດ້, ມັກການໃຊ້ຊີວິດງ່າຍໆ.

• - ສີນູ໊ດ: ເປັນຄົນອ່ອນໂຍນ, ມັກສ້າງຄວາມສຸກໃຫ້ກັບຄົນອື່ນ.