ບອກລາຜົມແຫ້ງແຕກປາຍ ດ້ວຍຂັ້ນຕອນງ່າຍໆ

  ສາວໆຫຼາຍທ່ານອາດຈະມີຄວາມກັງວົນກັບບັນຫາຜົມແຫ້ງ, ແຕກປາຍເພາະມັນເຮັດໃຫ້ເຮົາຂາດຄວາມໝັ້ນໃຈເພາະຜົມເປັນສິ່ງໜຶ່ງທີ່ຊ່ວຍເສີມສ້າງບຸກຄະລິກໃຫ້ກັບສາວໆ, ຊຶ່ງແນ່ນອນວ່າແຕ່ລະຄົນກໍຕ້ອງມີຄວາມມັກທີ່ແຕກຕ່າງກັນ, ສຳລັບສາວໆ ທ່ານໃດທີ່ມັກໃຫ້ຜົມຍາວ, ຊື່, ມີນໍ້າໜັກດັ່ງນັ້ນພວກເຮົາຈຶ່ງໄດ້ຮວບຮວມເອົາເຄັດລັບການເບິ່ງແຍງຜົມບໍ່ໃຫ້ແຫ້ງ, ແຕກປາຍບົດບັງຄວາມໝັ້ນໃຈຂອງສາວໆມາຝາກມາຕ້ອນ.

   ສິ່ງທີ່ຕ້ອງກຽມ: 

•   - ນໍ້າກະທິສຳເລັດຮູບປະມານ 2 ຖ້ວຍນ້ອຍ.

•   - ໝາກນາວ 1 ໜ່ວຍ.

•   - ຖ້ວຍ.

•   - ຜ້າເຊັດສຳລັບໝັກຜົມ.

   ວິທີເຮັດ: ນໍາເອົາສ່ວນປະກອບທັງໝົດປະສົມໃຫ້ເຂົ້າກັນຢ່າງລະອຽດຫຼັງຈາກນັ້ນນໍາສ່ວນປະສົມໄປແຊ່ໃນຕູ້ເຢັນ (ຖານແຊ່ແຂງ) ປະມານ 1-2 ຊົ່ວໂມງ ເມື່ອນຳອອກມາຈາກຕູ້ເຢັນຈະເຫັນວ່າສ່ວນປະສົມດັ່ງກ່າວແຍກເປັນສອງຊັ້ນຄື: ຊັ້ນຄີມກະທິ ແລະນໍ້າໃສ, ໃຫ້ຕັກເອົາສະເພາະແຕ່ຄີມກະທິເພື່ອນຳມາໝັກຜົມແລ້ວໃຊ້ຜ້າ ເຊັດປົກໄວ້ 1-2 ຊົ່ວໂມງ ຫຼັງຈາກນັ້ນລ້າງອອກໃຫ້ສະອາດ ແລະ ສະຜົມຕາມປົກກະຕິ ແລະ ປະໃຫ້ຜົມແຫ້ງຕາມທຳມະຊາດຄວນເຮັດເປັນປະຈຳອາທິດລະ 1-2 ເທື່ອ.