ອີໂວ ມອບເຄື່ອງນຸ່ງກີລາໃຫ້ສູນໂຄສະນາ ຂ່າວສານ ສສກ

   ວິສາຫະກິດສ່ວນບຸກຄົນ ອີໂວສະຕໍຣໃຫ້ການສະໜັບສະໜູນ ເຄື່ອງນຸ່ງກີລາບານເຕະຈຳນວນ 30 ຊຸດ ລວມມູນຄ່າ 3 ລ້ານກວ່າກີບໃຫ້ທີມຊາວໜຸ່ມສູນໂຄສະນາຂ່າວ ສານການສຶກສາ   ແລະ ກີລາ  (ສຄຂ) ກະຊວງສຶກສາທິການ ແລະກີລາ (ສສກ) ເພື່ອສົ່ງເສີມໃຫ້ທີມດັ່ງ ກ່າວໄດ້ມີຊຸດແຂ່ງຂັນເຕະບານມິດ ຕະພາບຜູກແໜ້ນຄວາມສາມັກຄີຮ່ວມກັບບັນດາພາກສ່ວນຕ່າງໆ ທີ່ຂຶ້ນກັບພາກລັດ ແລະເອກະຊົນ ສ້າງຂະບວນການສະເຫຼີມສະຫຼອງ ວັນສຳຄັນຕ່າງໆຂອງຊາດ.

   ພິທີມອບຮັບເຄື່ອງນຸ່ງກີລາດັ່ງກ່າວຂອງວິສາຫະກິດສ່ວນບຸກຄົນ ອີໂວສະຕໍຣໃຫ້ ສຄຂ ໃນຄັ້ງນີ້ໄດ້ ມີຂຶ້ນເມື່ອວັນທີ 1 ກຸມພາ  ຜ່ານມາທີ່ສະໜາມກີລາເຕະບານວິກຕໍຣີ  ບ້ານທ່າພະລານໄຊ ເມືອງສີສັດ ຕະນາກ ນະຄອນຫຼວງວຽງຈັນ ໂດຍເປັນການກ່າວມອບຂອງທ່ານ ບູ້ສະໄໝ ບຸດດາວົງ ຮອງຜູ້ບໍລິຫານວິສາຫະກິດສ່ວນບຸກຄົນອີໂວ ສະຕໍຣ  ແລະກ່າວຮັບແມ່ນທ່ານ ສຸກສາຄອນ ສີປະເສີດ ຜູ້ອຳນວຍການ ສູນໂຄສະນາຂ່າວສານການສຶກສາ ແລະກີລາ, ມີບັນດາພະນັກງານທີ່ ກ່ຽວຂ້ອງຂອງທັງສອງພາກສ່ວນ ດັ່ງກ່າວ ແລະນັກກີລາເຂົ້າຮ່ວມ ເປັນສັກຂີພິຍານ.

ທ່ານ ບູ້ສະໄໝ ບຸດດາວົງ ກ່າວວ່າ: ພວກເຮົາພາກພູມໃຈທີ່ເປັນສ່ວນໜຶ່ງໃນການສ້າງແບຣນເຄື່ອງກີລາທີ່ເປັນຂອງຄົນລາວຢ່າງແທ້ຈິງເພື່ອຮັບໃຊ້ບໍລິການໃຫ້ແກ່ສັງຄົມໂດຍສະເພາະຍັງໄດ້ໃຫ້ການສະໜັບສະໜູນວົງການກີລາລາວ ເວົ້າລວມກໍ່ຄືນາງ ລົດແກ້ວ ອິນທະກຸມມານ ສາວນັກກີລາແລ່ນ-ລານ ທີ່ສ້າງຜົນງານທີ່ໂດດເດັ່ນໃນຮອບ 2018 ລວມທັງນັກກີລາເຕະບານ ແລະກີລາອື່ນໆໄດ້ສວມໃສ່ຊຸດກີລາງາມໆເພື່ອເຄື່ອນໄຫວເຂົ້າຮ່ວມແຂ່ງຂັນກີລາລະດັບນາໆຊາດ ແລະກໍ່ສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນສ້າງຊື່ສຽງມາສູ່ປະເທດຊາດ. ຢ່າງໃດກໍ່ດີເປັນໂອກາດທີ່ດີທີ່ອີໂວ ໄດ້ຮ່ວມຜູກສາຍສຳພັນທີ່ດີກັບສູນ ໂຄສະນາຂ່າວສານ ສສກ ຫວັງ ວ່າຈະນຳໃຊ້ເຄື່ອງກີລານີ້ໃຫ້ເກີດປະໂຫຍດສູງສຸດ ແລະກຳລັງນັກຂ່າວຂອງສູນກາຍເປັນກະບອກສຽງສຳຄັນນຳສະເໜີຂ່າວສະຖານະການຕ່າງໆທັນໂລກທັນເຫດການ ແລະຄຽງຄູ່ກັບສັງຄົມລາວຕະຫຼອດໄປ. ຫຼັງຈາກນັ້ນ, ທ່ານ ສຸກສາຄອນ ສີປະເສີດ ກໍ່ໄດ້ສະແດງຄວາມຂອບໃຈ  ແລະຮູ້ບຸນຄຸນເປັນຢ່າງສູງທີ່ໄດ້ຮັບການຊຸກຍູ້ນໍ້າໃຈຈາກອີໂວ ແລະຂໍໃຫ້ທຸລະກິດ ຂອງພວກທ່ານຈົ່ງດຳເນີນໄປດ້ວຍໂຊກໄຊຈະເລີນຮຸ່ງເຮືອງຕະຫຼອດໄປ.  

   ໃນພິທີດັ່ງກ່າວ, ກໍ່ຍັງໄດ້ມີການແຂ່ງຂັນກີລາເຕະບານ 8 ຄົນ ນັດພິເສດມິດຕະພາບເພື່ອສ້າງຄວາມຮັດແໜ້ນສາມັກຄີໃຫ້ພະນັກງານຂອງ 2 ພາກສ່ວນ ໄດ້ແລກປ່ຽນປະສົບການໃຫ້ເຊິ່ງກັນ ແລະກັນ ລະຫວ່າງທີມຊາວໜຸ່ມ ສຄຂ ພົບກັບທີມຊາດໜຸ່ມວິສາຫະກິດສ່ວນບຸກຄົນອີໂວສະຕໍຣຜ່ານການແຂ່ງຂັນຜົນປາກົດວ່າ: ທັງສອງທີມດັ່ງກ່າວບໍ່ສາມາດເອົາຊະນະກັນໄດ້ ສະເໝີກັນໄປແບບສຸດມ່ວນ 4-4 ປະຕູ.