ຫວຽດນາມ ຫຼຸດອັດຕາດອກເບ້ຍລົງ

  ທະນາຄານແຫ່ງລັດ ສສ ຫວຽດນາມ ໄດ້ປະກາດຫຼຸດດອກເບ້ຍເພື່ອປົກປ້ອງເສດຖະກິດເນື່ອງຈາກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ.

  ຕາມຂ່າວສານຫວຽດນາມລາຍງານວ່າທະນາຄານແຫ່ງລັດ ສສ ຫວຽດນາມ ໄດ້ປະກາດຫຼຸດດອກເບ້ຍເພື່ອປົກປ້ອງເສດຖະກິດເນື່ອງຈາກຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ແລະໃຫ້ສອດຄ່ອງກັບສະຖານະການຂອງເສດຖະກິດມະຫາພາກຕະຫຼາດການເງິນສາກົນລວມທັງແກ້ໄຂອຸປະສັກໃຫ້ແກ່ການຜະລິດ ແລະປະກອບທຸລະກິດເພື່ອສະກັດກັ້ນຄວາມສ່ຽງພື້ນຖານເສດຖະກິດຖືກຊຸດໂຊມລົງນັ້ນ,ທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກໄດ້ປະກາດຄຳສັ່ງຜັນຂະຫຍາຍບັນດາໜ້າທີ່, ມາດຕະການຮີບດ່ວນເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ການຜະລິດດຳເນີນທຸລະກິດ, ຮັບປະກັນຊີວິດສັງຄົມ ແລະຮັບມືກັບໂລກລະບາດໂຄວິດ-19.

ກ່ອນໜ້ານີ້ທ່ານ ດ່າວມິງຕູ ຮອງຜູ້ອຳນວຍການທະນາຄານແຫ່ງລັດຫວຽດນາມໄດ້ເປີດເຜີຍວ່າການຫຼຸດອັດຕາດອກເບ້ຍນີ້ຄືກົນໄກນະໂຍບາຍ ແລະມາດຕະການຊ່ວຍໃຫ້ອົງກອນສິນເຊື່ອມີສະພາບຄ່ອງສູງຂຶ້ນເພື່ອສາມາດສະໜັບສະໜູນສະຖານທີ່ປະກອບການຫຼາຍຂຶ້ນ.