ທົ່ວໂລກເຂັ້ມງວດສະກັດກັ້ນການແຜ່ລະບາດເຊື້ອໂຄວິດ-19

 ອ້າງຕາມຂໍ້ມູນຈາກອົງການອະນາໄມໂລກວັນທີ 17 ມີນານີ້ ລະບຸວ່າ: ສະຖານະການແຜ່ລະບາດເຊື້ອພະຍາດໂຄໂຣນາສາຍພັນໃໝ່ ຫຼືໂຄວິດ-19 ບໍ່ມີທ່າອຽງຈະຫຼຸດຜ່ອນລົງໂດຍສະເພາະໃນເອີຣົບຫຼັງຈາກເຢຍລະມັນ ແລະອັງກິດປະກາດເຂັ້ມງວດມາດຕະການຕໍ່ສູ້ກັບໂຄວິດ-19 ຢ່າງເຂັ້ມແຂງ.

  ຂະນະທີ່ ທ່ານ ເອມານູເອລ ມາຄຣົງ ປະທານາທິບໍດີຝຣັ່ງປະກາດປິດປະເທດ ເພື່ອຕໍ່ສູ້ກັບພະຍາດນີ້ພ້ອມທັງເຕືອນໃຫ້ປະຊາຊົນຄິດວ່າພວມຢູ່ໃນສົງຄາມຕໍ່ສູ້ກັບພະ ຍາດທີ່ລະບາດຮຸນແຮງຫຼັງຈາກມີຜູ້ຕິດເຊື້ອທັງໝົດ 6.000 ກວ່າຄົນ ແລະເສຍຊີວິດແລ້ວ 148 ຄົນ. ຂະນະທີ່ອີຕາລີ ແລະແອັດສະປາຍພວມລະບາດຢ່າງໜັກໃນເອີຣົບ ໂດຍຈະປິດຊາຍແດນທັງໝົດຕັ້ງແຕ່ວັນທີ 17 ມີນາເປັນຕົ້ນໄປ. ສຳລັບເຢຍລະມັນໄດ້ສັ່ງປິດຮ້ານຄ້າທັງໝົດຍົກເວັ້ນຮ້ານຂາຍເຄື່ອງຍ່ອຍ ແລະຫ້າມປະກອບພິ ທີທາງສາດສະໜາຕ່າງໆທີ່ເປັນການລວມກຸ່ມຂອງຜູ້ຄົນເຕືອນໃຫ້ປະຊາຊົນຢູ່ໃນໃນເຮືອນ ແລະຍົກເວັ້ນການເດີນທາງທັງໃນປະເທດ ແລະຕ່າງປະເທດໃນໄລຍະວັນພັກ ຜ່ອນ.ໃນຂະນະທີ່ສະຖາບັນການສຶກສາທົ່ວປະເທດໄດ້ປິດຊົ່ວຄາວລວມທັງຮ້ານກິນດື່ມຕ່າງໆ ຫຼັງຈາກເຢຍລະມັນມີຜູ້ຕິດເຊື້ອເກືອບ 7.000 ຄົນ ເສຍຊີວິດ 14 ຄົນ. ອັງກິດຮຽກຮ້ອງໃຫ້ປະຊາຊົນຫຼີກລ້ຽງການໄປຮ້ານບັນເທີງ ແລະການພົບປະຜູ້ຄົນທີ່ເດີນທາງໄປສະຖານທີ່ຕ່າງໆໂດຍບໍ່ຈຳເປັນ.

  ຜົນຂອງການເພີ່ມຄວາມເຂັ້ມງວດໃນມາດຕະການຕ່າງໆຂອງແຕ່ລະປະເທດນັ້ນມາຈາກອົງການອານາໄມໂລກໄດ້ອອກມາເວົ້າວ່າ: ລັດຖະບານຫຼາຍປະເທດຍັງບໍ່ທຸ້ມເທ່ການຕໍ່ສູ້ກັບໂຄວິດ-19 ຢ່າງພຽງພໍ ແລະເນັ້ນໃຫ້ທຸກຊາດຕ້ອງເຂັ້ມງວດໃນການກວດຫາຜູ້ຕິດເຊື້ອຢ່າງຈິງຈັງເນື່ອງຈາກຕົວເລກຜູ້ຕິດເຊື້ອທົ່ວໂລກ 174.000 ກວ່າຄົນ ແລະເສຍຊີວິດ 6.700 ກວ່າຄົນ. ໃນນີ້ ອີຕາລີມີຜູ້ຕິດເຊື້ອ 20.000 ກວ່າຄົນ ແລະເສຍຊີວິດ 1.800 ກວ່າຄົນ.