ເມືອງນານ ສະຫຼຸບວຽກງານການເງິນປະຈຳປີ

  ເມື່ອບໍ່ດົນມານີ້ ເມືອງນານ ແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສະຫຼບການຈັດຕັ້ງປະຕິບັດ ແຜນງົບປະມານລາຍຮັບ-ລາຍຈ່າຍປະຈຳປີ 2019 ແລະວາງທິດທາງແຜນການປີ 2020 ທີ່ສະໂມສອນເມືອງ ໂດຍການເປັນປະທານຂອງທ່ານ ຄຳເກັ່ງ ຈັນທະວິສຸກ ເຈົ້າເມືອງນານ, ມີຄະນະປະຈຳພັກເມືອງ, ກຳມະການພັກ ເມືອງ ຫົວໜ້າ-ຮອງຫົວໜ້າຫ້ອງ ການວິຊາການຂອງຫ້ອງການ-ການເງິນ ພ້ອມດ້ວຍຜູ້ຮັບຜິດຊອບ ວຽກງານການເງິນແຕ່ລະຫ້ອງ ການພາຍໃນເມືອງເຂົ້າຮ່ວມເຂົ້າຮ່ວມ.

  ທ່ານ ແສງອາລຸນ ວັນມະນີ ຮອງຫົວໜ້າຫ້ອງການໆເງິນ ໄດ້ຜ່ານບົດສະຫຼບການຈັດຕັ້ງປະຕິບັດແຜນງົບປະມານປີ 2019 ແລະທິດທາງແຜນການປີ 2020 ໃຫ້ຮູ້ວ່າ: ແຜນລາຍຮັບງົບປະມານປີ 2019 ທັງໝົດ 4,99 ຕື້ກີບ ຜ່ານການຈັດຕັ້ງປະຕິບັດ ສາມາດເກັບລາຍຮັບໄດ້ທັງໝົດ 5,7 ຕື້ກີບ, ທຽບໃສ່ແຜນການປີ ເທົ່າກັບ 114.15 % ປະຕິບັດໄດ້ ລື່ນ ແຜນການ 706 ລ້ານກວ່າກີບ, ໄດ້ຮັບດຸ່ນດ່ຽງຈາກແຂວງທັງໝົດ 20,48 ຕື້ກີບເທົ່າກັບ 100%, ສ່ວນດ້ານລາຍຈ່າຍແຜນງົບປະມານປີ 2019 ທັງໝົດ 25,95 ຕື້ກີບ ຜ່ານການຈັດຕັ້ງປະຕິບັດ 24,91 ຕື້ກີບເທົ່າກັບ96,01% ຂອງແຜນການປີ ອັນພົ້ນເດັ່ນແມ່ນ ໄດ້ຖືເອົາການເບີກຈ່າຍເງິນເດືອນ ເປັນບູລິມະສີດອັນດັບໜື່ງ ແຕ່ລະ ເດືອນໄດ້ຈ່າຍຄົບຕາມກຳນົດເວ ລາບໍ່ມີໜີ້ຄ້າງຈ່າຍ.

  ພ້ອມນີ້ຍັງໄດ້ຜ່ານເອກະສານ ຄຳແນະນຳຂອງກະຊວງການເງິນ ຈຳນວນໜື່ງ ແລະແຈ້ງແຜນງົບ ປະມານລາຍຮັບ-ລາຍຈ່າຍ ປີ 2020 ຕາມການມອບໝາຍຈາກພະແນກການເງິນແຂວງຫຼວງພະບາງ ຊຶ່ງລາຍຮັບຈະສູ້ຊົນໃຫ້ໄດ້ 5,11 ຕື້ກີບ ຖ້າທຽບໃສ່ປີ 2019 ຜ່ານມາເພີ້ມຂື້ນ 2,30% ແລະແຜນ ລາຍຈ່າຍງົບປະມານ 25,83 ຕື້ກີບ ຖ້າທຽບໃສ່ປີຜ່ານມາແມ່ນເພີ່ມຂຶ້ນ 2,65%, ຈາກນັ້ນບັນດາຜູ້ແທນ ກອງປະຊຸມໄດ້ຜັດປ່ຽນກັນໃນ ການປະກອບຄຳຄິດເຫັນຢ່າງກົງ ໄປກົງມາຍົກໃຫ້ເຫັນໄດ້ບັນຫາ ທີ່ພົ້ນເດັ່ນ ແລະບັນຫາລາຍຮັບທີ່ ບົ່ມຊ້ອມ ຕ້ອງໄດ້ພ້ອມກັນເອົາໃຈໃສ່ຊອກຫາວິທີທາງແກ້ໄຂ ແລະ ເກັບລາຍຮັບໃຫ້ລວມສູນເຂົ້າງົບປະມານຕາມແຜນການທີ່ວາງໄວ້.

  ເພື່ອເຮັດໃຫ້ກອງປະຊຸມມີຄວາມໝາຍສຳຄັນນັ້ນ ທ່ານ ຄຳ ເກັ່ງ ຈັນທະວິສຸກ ເຈົ້າເມືອງໆນານ ໄດ້ໃຫ້ທິດຊີ້ນຳຕໍ່ວຽກງານການ ເງິນ ພ້ອມທັງເນັ້ນໃຫ້ທຸກພາກສ່ວນຕ້ອງໄດ້ປັບປຸງແບບແຜນ ວິທີເຮັດວຽກບັນຈຸບຸກຄະລະກອນ ໃຫ້ຖືກຕ້ອງ ແລະເໝາະສົມຕາມຄວາມຮູ້ຄວາມສາມາດຂອງແຕ່ລະຄົນ, ເອົາໃຈໃສ່ຕໍ່ການລົງໂຄສະນາເຜີຍແຜ່ລະບຽບກົດໝາຍຕໍ່ຫົວ ໜ່ວຍທຸລະກິດຕະຫຼອດຮອດພໍ່ ແມ່ປະຊາຊົນໃຫ້ທົ່ວເຖີງ,ຕ້ອງໄດ້ປະສານສົມທົບກັບຫ້ອງການທີ່ມີລາຍຮັບໃນການຄົ້ນຄ້ວາປືກສາຫາລືໃນການເກັບລາຍຮັບຜ່ານປະຕູດຽວກັນ ແລະສືບຕໍ່ປັບປຸງ ແລະແກ້ໄຂໃນການຄຸ້ມຄອງການເກັບລາຍຮັບເຂົ້າງົບປະມານດ້ວຍເຄື່ອງມືທີ່ທັນສະໄໝ ແລະຜ່ານລະບົບທະນາຄານ ແລະອື່ນໆ.

 --------

ໜັງສືພິມເສດຖະກິດ-ສັງຄົມ