5 ປີຜ່ານມາ ເສດຖະກິດເມືອງໄຊຈຳພອນ ຂະຫຍາຍຕົວຕໍ່ເນື່ອງ

 ເມືອງໄຊຈຳພອນ ແຂວງ ບໍລິຄຳໄຊ ເປັນເມືອງໜຶ່ງທີ່ກຳລັງ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ໂດຍຄະນະນຳຂອງເມືອງໄດ້ຊຸກຍູ້ ສົ່ງເສີມປະຊາຊົນບັນດາເຜົ່າໃນການຜະລິດເປັນສິນຄ້າເພື່ອສ້າງລາຍຮັບໃຫ້ກັບປະຊາຊົນດີຂຶ້ນເທື່ອລະກ້າວພ້ອມທັງດຶງດູດເອົາການລົງທຶນທັງພາຍໃນ ແລະຕ່າງປະເທດໃຫ້ເຂົ້າມາລົງທຶນຫຼາຍຂຶ້ນຕາມທ່າແຮງຂອງເມືອງເພື່ອເຮັດໃຫ້ເສດຖະກິດຂອງເມືອງໃນໄລຍະຜ່ານມາຂະຫຍາຍຕົວຢ່າງຕໍ່ເນື່ອງ.

 ກອງປະຊຸມໃຫຍ່ອົງຄະນະພັກ ເມືອງໄຊຈຳພອນ ຄັ້ງທີ III ໄດ້ໄຂ ຂຶ້ນຢ່າງເປັນທາງການໃນວັນທີ 17 ມີນາ 2020 ຢູ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຈຳພອນ ພາຍ ໃຕ້ການເປັນປະທານຂອງ ສະຫາຍ ຄຳພັດ ສຸລິຂັນ ວ່າການເລຂາຄະນະບໍລິຫານງານພັກເມືອງ, ໃຫ້ ກຽດເຂົ້າຮ່ວມໂດຍ ສະຫາຍ ກອງ ແກ້ວ ໄຊສົງຄາມ ເລຂາຄະນະບໍລິຫານງານພັກແຂວງ-ແຂວງ ບໍລິຄຳໄຊ, ສະຫາຍ ແດນປີ ມູນທະດີ ຮອງເລຂາພັກແຂວງ ຜູ້ຮັບ ຜິດຊອບວຽກງານບຸກຄະລະກອນ ຂັ້ນແຂວງ, ມີຜູ້ແທນສົມບູນ 87 ສະຫາຍ, ຍິງ 8 ສະຫາຍ, ແຂກຖືກ ເຊີນຈາກບັນດາເມືອງ ແລະພະ ແນກການຂັ້ນແຂວງ, ຫ້ອງການ ອ້ອມຂ້າງເມືອງເຂົ້າຮ່ວມ.

  ສະຫາຍ ຄຳພັດ ສຸລິຂັນ ວ່າການເລຂາຄະນະບໍລິຫານງານ ພັກເມືອງ ໄດ້ເປັນກຽດຜ່ານບົດ ລາຍງານການເມືອງທັງສອງພາກ ຊຶ່ງໄດ້ຍົກໃຫ້ເຫັນວ່າ: ຕະຫຼອດ ໄລຍະ 5 ປີຜ່ານມາ ອົງຄະນະພັກ ເມືອງຊຸດທີ II ໄດ້ຕັ້ງໜ້າຍົກສູງ ຄວາມສາມາດນຳພາ, ປັບປຸງ ແບບແຜນວິທີເຮັດວຽກ, ຍຶດໝັ້ນ ແນວທາງປ່ຽນແປງຂອງພັກ, ປົກປັກຮັກສາສະຖຽນລະພາບ ທາງດ້ານການເມືອງ, ພັດທະນາເສດຖະກິດເຂັ້ມແຂງ, ເຮັດໃຫ້ສັງ ຄົມມີຄວາມສະຫງົບຢ່າງໜັກ ແໜ້ນ, ການຄຸ້ມຄອງລັດ-ຄຸ້ມຄອງ ສັງຄົມ ດ້ວຍລະບຽບກົດໝາຍ ຢ່າງໜັກແໜ້ນ ແລະຍຸຕິທຳເຮັດໃຫ້ປະກົດການຫຍໍ້ທໍ້ທາງສັງຄົມໄດ້ລຸດໜ້ອຍຖອຍລົງ ໂດຍສະເພາະ ແມ່ນການແກ້ໄຂ 4 ເຖື່ອນ ຕິດພັນ ກັບການຈັດຕັ້ງປະຕິບັດ 9 ຫົວຂໍ້ ວິທະຍາສາດຢ່າງຕັ້ງໜ້າ.

ພ້ອມທັງສຳເລັດຫຼາຍດ້ານ ເຊັ່ນ: ການພັດທະນາເສດຖະກິດຂອງເມືອງຂະຫຍາຍຕົວ ສະເລ່ຍ 3,84% ຕໍ່ປີ, ມີລາຍຮັບສະເລ່ຍ 795 ໂດລາຕໍ່ຄົນຕໍ່ປີ, ຄອບຄົວພົ້ນ ທຸກຕາມດຳລັດ 309/ລບ ກວມ 87,12%, ຄອບຄົວພັດທະນາ ກວມ 62,02%, ມີບ້ານຊົມໃຊ້ ໄຟຟ້າຖາວອນກວມ 100% ແລະ ມີຄົວເຮືອນທີ່ໄດ້ຊົມໃຊ້ໄຟຟ້າ 64,48%, ສ້າງເມືອງເປັນຫົວ ໜ່ວຍເຂັ້ມແຂງຕາມ 5 ດ້ານ ສາ ມາດບັນລຸໄດ້ 3 ດ້ານ, ສືບຕໍ່ປັບ ປຸງການຮຽນ-ການສອນຕາມ 3 ລັກສະນະ 5 ຫຼັກມູນ 3 ຂໍ້ແຂ່ງ ຂັນຢ່າງຕັ້ງໜ້າ, ສາມາດສ້າງນັກ ຮຽນເກັ່ງໄດ້ອັນດັບ 1 ຂອງແຂວງ ແລະອັນດັບ 9 ຂອງປະເທດໃນ ວິຊາພາສາລາວວັນນະຄະດີ, ບ້ານ ສາທາລະນະສຸກແບບຢ່າງກວມ 88,23%, ອັດຕາການສັກຢາກັນ ພະຍາດທຸກຊະນິດປະຕິບັດໄດ້ 95% ແລະປະຕິບັດວຽກງານສະ ຫັດສະຫວັດວຽກສາທາລະນະສຸກ ບັນລຸແລ້ວ 7 ຄາດໝາຍ, ປັບປຸງ ກົງຈັກການຈັດຕັ້ງຂັ້ນເມືອງຕາມ ທິດ 3 ສ້າງ, ປັບປຸງ 5 ໜ່ວຍງານ ຂອງບ້ານໃນທົ່ວເມືອງສຳເລັດ 100%, ຝຶກອົບຮົມພາລະບົດບາດ, ສິດ ແລະໜ້າທີ່ຂອງອົງການ ປົກຄອງບ້ານໄດ້ 100%, ສຸມໃສ່ ການກໍ່ສ້າງພັກໃຫ້ປອດໃສເຂັ້ມແຂງໜັກແໜ້ນ ດ້ວຍການຕີລາຄາ ຄຸນນະພາບສະມາຊິກພັກ, ການ ຈັດຕັ້ງພັກທົ່ວເມືອງມີສະມາຊິກພັກປະເພດແຂງກວມເອົາ 83,05% ແລະມີໜ່ວຍພັກປະເພດ ແຂງ 52,63%.

----

ໜັງສືພິມເສດຸະກິດ-ສັງຄົມ