ປາກທາ ຈັດກອງປະຊຸມທາບທາມບຸກຄະລາກອນ

 ກອງປະຊຸມທາບທາມບຸຄະລາກອນເປົ້າໝາຍລົງສະໝັກຮັບ ເລືອກຕັ້ງເປັນຄະນະບໍລິຫານງານ ຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງບໍ່ແກ້ວສະໄໝທີ VII ໄດ້ມີ ຂຶ້ນໃນຕອນເຊົ້າຂອງວັນທີ 18 ມີນາ 2020 ນີ້ຢູ່ທີສະໂມສອນ ຂອງເມືອງເຂົ້າຮ່ວມມີທ່ານ ອຸ່ນ ແສງ ທຸ່ນອີມໃຈ ເລຂາຄະນະບໍລິຫານຊາວໜຸ່ມແຂວງບໍ່ແກ້ວ, ທ່ານ ແກ້ວລາ ນໍລະສິງ ຮອງຫົວໜ້າຄະນະຈັດຕັ້ງແຂວງບໍ່ແກ້ວ ມີບັນດາຄະນະບໍລິຫານງານຊາວໜຸ່ມເມືອງ, ເລຂາ, ຮອງເລຂາໜ່ວຍຊາວໜຸ່ມ ອ້ອມຂ້າງເມືອງເຂົ້າຮ່ວມ.

 ທ່ານ ແກ້ວລາ ນໍລະສິງ ຮອງ ຫົວໜ້າຄະນະຈັດຕັ້ງແຂວງໄດ້ຜ່ານມາດຖານເງື່ອນໄຂຂອງຜູ້ທ່ີ ລົງສະໝັກເລືອກຕັ້ງເປັນຄະນະບໍລິຫານງານຊາວໜຸ່ມແຂວງຊຸດໃໝ່ ພ້ອມທັງແນະນຳວິທີການຂີດຂຽນ ຄັດເອົາເປົ້າໝາຍຜູ້ທີຈະລົງສະໝັກເຂົ້າເປັນຄະນະບໍລິຫານງານຊາວ ໜຸ່ມປະຊາຊົນປະຕິວັດລາວຊຸດທີ VII ຂອງແຂວງບໍ່ແກ້ວ ໃຫ້ຖືກ ຕ້ອງ.

  ໂອກາດດຽວກັນນີ້ທ່ານ ອຸ່ນ ແສງ ທຸນອິມໃຈ ເລຂາຄະນະບໍລິ ຫານງານຊາວໜຸ່ມແຂວງບໍ່ແກ້ວ ໄດ້ມີຄຳເຫັນຈົ່ງພ້ອມກັນຄັດເລືອກ ບຸຄະລາກອນໃຫ້ຖືກຕ້ອງສອດຄ່ອງຕາມມາດຖານເງື່ອນໄຂທີ່ໄດ້ວາງໄວ້ຊອກໃຫ້ເຫັນຄົນທີມີ ຄວາມຮູ້ຄວາມສາມາດທີ່ຈະເຂົ້າ ມາເຮັດວຽກງານຊາວໜຸ່ມໄປແມ່ນ ແລ່ນສະດວກຈາກນັ້ນຄະນະຮັບຜິດຊອບກໍໄດ້ແຈກຢາຍແບບຟອມ ຂອງການທາບທາມໃຫ້ບັນດາຜູ້ ແທນກອງປະຊຸມເພື່ອຄັດເລືອກ ເອົາບຸກຄະລາກອນປະກອບເຂົ້າ ຄະນະບໍລິຫານງານຊາວໜຸ່ມແຂວງ ຊຸດທີ VII.

------

ໜັງສືພິມເສດຖະກິດ-ສັງຄົມ